ຂ່າວສານ

ມອບລາງວັນການເສັງປະລະໄນ “ຊອກຮູ້ 90 ປີແຫ່ງວັນປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ”

      ພິທີມອບລາງວັນການເສັງປະລະໄນ ຊອກຮູ້ 90 ປີແຫ່ງວັນປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມໄດ້ຈັດຕັ້ງໃນຕອນເຊົ້າວັນທີ 16 ພະຈິກ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ໂດຍຄະນະໂຄສະນາສຶກສາສູນກາງພັກຈັດຕັ້ງ.
            ການເສັງປະລະໄນຊອກຮູ້ “90 ປີແຫ່ງວັນປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ” ເຊິ່ງໄດ້ປຸກລະດົມມາແຕ່ວັນທີ 22 ສິງຫາ 2019, ປັດຈຸບັນໄດ້ກ້າວເຂົ້າສູ່ອາທິດທີ 11ແລະ ມີຄົນເຂົ້າຮ່ວມການເສັງກ່ວາ 1,8 ລ້ານເທື່ອຄົນ.

ພິທີມອບລາງວັນການເສັງປະລະໄນ (ພາບ: dangcongsan.vn)
      ພາຍຫລັງ 11 ອາທິດ, ຄະນະຈັດຕັ້ງໄດ້ເລືອກ ແລະ ມອບລາງວັນທີໜຶ່ງ 11 ລາງວັນ, ລາງວັນທີສອງ 22 ລາງວັນ ແລະ ມີຫລາຍລາງທີວັນສາມ, ລາງວັນຊົມເຊີຍ. ຈຸດພົ້ນເດັ່ນຂອງການເສັງ ບໍ່ພຽງແຕ່ມີພະນັກງານ, ສະມາຊິກພັກ ແລະ ປະຊາຊົນເປັນຈຳນວນຫລວງຫລາຍຢູ່ພາຍໃນປະເທດເຂົ້າຮ່ວມເທົ່ານັ້ນ ຫາກຍັງດຶງດູດຄວາມສົນໃຈຂອງເພື່ອນມິດສາກົນຄື ລາວ, ກຳປູເຈຍ ຕື່ມອີກ.
 (ແຫຼ່ງຄັດຈາກ VOV)


top