ຂ່າວສານ

ມອບຂໍ້ຕົກລົງໃຫ້ເຂົ້າສັນຊາດຫວຽດນາມແກ່ 350 ຄົນຢູ່ເຂດຊາຍແດນຫວຽດນາມ-ລາວ

      ແຂວງກວາງຈິ ໄດ້ດຳເນີນພິທີປະກາດ ແລະ ມອບຂໍ້ຕົກລົງຂອງປະທານປະເທດ ສ.ສ. ຫວຽດນາມໃຫ້ເຂົ້າສັນຊາດຫວຽດນາມສຳລັບບັນດາຜູ້ອົບພະຍົບເສລີມາຈາກລາວ

ຜູ້ຕ່າງໜ້າອົງການທີ່ມີໜ້າທີ່ຮັບຜິດຊອບມອບຂໍ້ຕົກລົງໃຫ້ເຂົ້າສັນຊາດແກ່ຜູ້ອົບພະຍົບມາຈາກລາວ
      ວັນທີ 2 ຕຸລາ, ຢູ່ເມືອງເຮື້ອຮ້ວາ ແຂວງກວາງຈິ ໄດ້ດຳເນີນພິທີປະກາດ ແລະ ມອບຂໍ້ຕົກລົງຂອງປະທານປະເທດ ສ.ສ. ຫວຽດນາມໃຫ້ເຂົ້າສັນຊາດຫວຽດນາມສຳລັບບັນດາຜູ້ອົບພະຍົບເສລີມາຈາກລາວ ແລະ ການສົມລົດໂດຍບໍ່ຈົດທະບຽນ. ຂະແໜງຍຸດຕິທຳແຂວງ ກວາງຈິ ຍັງຈະສົມທົບກັບບັນດາກະຊວງ, ຂະແໜງການ ຈະອອກໜັງສືຕ່າງໆໂດຍຈຳເປັນໃຫ້ແກ່ປະຊາຊົນຄື : ໜັງສືຢັ້ງຢືນການເກີດ, ໜັງສືຢັ້ງຢືນການສົມລົດ, ບັດປະຈຳຕົວ, ປຶ້ມສຳມະໂນຄົວ….ທັງນີ້ ກໍສະແດງໃຫ້ເຫັນຈິດໃຈມະນຸດສະທຳຂອງພັກ, ລັດຫວຽດນາມ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນອົບພະຍົບຢ່າງເສລີມີເງື່ອນໄຂສ້າງການດຳລົງຊີວິດເປັນປົກກະຕິ ແລະ ເຊື່ອມຕົວເຂົ້າກັບສັງຄົມ. 
 (ແຫຼ່ງຄັດຈາກ VOV)

top