ຂ່າວສານ

ມອບຂອງຂວັນຂອງລັດຖະບານຫວຽດນາມໃຫ້ລັດຖະບານ ແລະ ປະຊາຊົນ ມານດີວ ເພື່ອປ້ອງກັນສະກັດກັ້ນໂລກລະບາດ Covid – 19

      ຕອນບ່າຍວັນທີ 31 ສິງຫາ 2020, ຢູ່ນະຄອນຫຼວງ Colobom, ສີລັງກາ, ທ່ານນາງເອກອັກຄະລັດຖະທູດຫວຽດນາມປະຈຳ ສີລັງກາ ຟ້າມທິບິກງອກ ໄດ້ມອບເງິນສະໜັບສະໜູນ ລວມມູນຄ່າ 20.000 USD ຂອງລັດຖະບານຫວຽດນາມໃຫ້ແກ່ລັດຖະບານ ແລະ ປະຊາຊົນ ມານດີວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 

ລັດຖະບານຫວຽດນາມມອບຂອງຂວັນໃຫ້ລັດຖະບານ ແລະ ປະຊາຊົນ ມານດີວ
ເພື່ອປ້ອງກັນສະກັດກັ້ນໂລກລະບາດ
Covid – 19 (ພາບ: TTXVN)
      ກ່າວຄຳເຫັນທີ່ພິທີ, ທ່ານນາງ ຟ້າມທິບິກງອກ ໄດ້ຕີລາຄາສູງການພັດທະນາອັນດີງາມໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ມານດີວໃນໄລຍະທີ່ຜ່ານມາກໍ່ຄືນ້ຳໃຈອາລົມຈິດ ແລະ ຄວາມໝາຍການສະໜັບສະໜູນຢ່າງສຸດໃຈຂອງລັດຖະບານ ແລະ ປະຊາຊົນຫວຽດນາມທີ່ສະຫງວນໃຫ້ລັດຖະບານ ແລະ ປະຊາຊົນ ມານດີວ. ທ່ານ Omar Addul Razak ເອກອັກຄະລັດຖະທູດ ມານດີວປະຈຳສີລັງກາ ໄດ້ເນັ້ນໜັກວ່າ ຂອງຂວັນນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນດ້ານວັດຖຸເທົ່ານັ້ນຫາກຍັງແມ່ນແຫຼ່ງລະດົມກຳລັງໃຈອັນຍິ່ງໃຫຍ່ສຳລັບມານດີວໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)


top