ຂ່າວສານ

ມອບຂອງຂວັນ 100 ພູດ ໃຫ້ແກ່ນັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ພວມຮ່ຳຮຽນຢູ່ທ້ອງຖິ່ນ

      ຄະນະຊາວໜຸ່ມແຂວງ ກວ໋າງບິ່ງ ໄດ້ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ

ມອບຂອງຂວັນໃຫ້ແກ່ນັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ພວມຮ່ຳຮຽນຢູ່ບໍລິເວນແຂວງກວາງບີງ
      ຕອນບ່າຍວັນທີ 24 ຕຸລາ ຢູ່ນະຄອນ ດົ່ງເຫີຍ, ຄະນະຊາວໜຸ່ມແຂວງ ກວ໋າງບິ່ງ ໄດ້ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນ ວິທະຍາໄລແພດສາດ ກວ໋າງບິ່ງ, ວິທະຍາໄລກົດໝາຍພາກກາງ ແລະ ມະຫາວິທະຍາໄລ ກວ໋າງບິ່ງ ໃນບໍລິເວນແຂວງ ກວ໋າງບິ່ງ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາຄະນະຊາວໜຸ່ມ ແຂວງ ກວ໋າງບິ່ງ ດັ້ງດ້າຍບ່າງ ຫວັງວ່າ ບັນດານັກສຶກສາລາວສືບຕໍ່ສຶກສາຮ່ຳຮຽນ, ຝຶກຫໍ່ຫຼອມ ຊອກຮູ້ສີສັນວັດທະນະທຳ ຮີດຄອງປະເພນີຂອງຊາວ ຫວຽດນາມ ເວົ້າລວມ ແລະ ແຂວງ ກວ໋າງບິ່ງ ເວົ້າສະເພາະ. ຈາກນັ້ນເພື່ອພ້ອມກັບໄລໜຸ່ມ ແລະ ປະຊາຊົນສອງແຂວງ ກວ໋າງບິ່ງ ຂອງຫວຽດນາມ ແລະ ແຂວງ ຄຳມ່ວນ ຂອງລາວ ເສີມຂະຫຍາຍນ້ຳໃຈອັນດີງາມ ເຊິ່ງສອງພັກສອງລັດ ຫວຽດນາມ, ລາວ ໄດ້ເສີມສ້າງ ແລະ ມູນເຊື້ອມິດຕະພາບຂອງອົງຄະນະພັກສອງແຂວງ ໃນຕະຫຼອດໄລຍະທີ່ຜ່ານມາ
 (ແຫຼ່ງຄັດຈາກ VOV)


top