ກິລາ

ມວຍ ວີ

ວີ ເປັນອາວຸດຊະນິດໜຶ່ງໃນຈຳນວນ 18 ຊະນິດ ອາວຸດ ຂອງ ມວຍພື້ນເມືອງ ຫວຽດນາມ, ໄດ້ບັນດານັກມວຍຍິງ ນຳໃຊ້ໃນ ການສະແດງ ຢ່າງງາມຕາ ແລະ ເພື່ອປ້ອງກັນຕົວຢ່າງມີປະ ສິດທິພາບ. 
ຈາກການຕໍ່ສູ້ຕົວຈິງ ໃນສະໄໝກ່ອນ, ການປະດິດສ້າງ ວີ ເພື່ອຮັບໃຊ້ໃຫ້ແກ່ການຕໍ່ສູ້ ແມ່ນຕ່າງກັບ ວີ ທຳມະດາ. ສຳ ລັບ ວີ ທີ່ນຳໃຊ້ໃນການຕໍ່ສູ້, ດ້ານວີ ຈະເຮັດດ້ວຍໂລຫະ ຄື ອາລູມີນຽມແຂງ, ເຫຼັກ... ມີນໍ້າໜັກພໍດີມືຜູ້ນຳໃຊ້ ແລະ ໜ້າ ວີ ເຮັດດ້ວຍແພໄໝ, ສະນັ້ນ ມັນຍັງມີຊື່ເອີ້ນວ່າ ທຽດຟຽນ.  

ວີ ມີຫຼາຍຊະນິດ ທີ່ໄດ້ນຳໃຊ້ໃນການຕໍ່ສູ້ ຄື: ວີ  ເຮັດດ້ວຍ ເຫຼັກ, ເຮັດດ້ວຍແພໄໝ, ເຮັດດ້ວຍເຈ້ຍ, ສານດ້ວຍໄມ້ໄຜ່ ເພື່ອເໝາະກັບ ຜູ້ນຳໃຊ້ແຕ່ລະຄົນ. 

ທ່ານ ປອ. ອາຈານມວຍ ໂຮ່ເຕື່ອງ (ນິກາຍມວຍ ຫວໍເລີມ ເຕິນແຄ໋ງ-ປ່າຈ່າ)​ ໃຫ້ຮູ້ວ່າ ວີ ຖືເປັນອາວຸດສັ້ນ ຊະນິດໜຶ່ງ ທີ່ມີທ່າແຮງ ແລະ ມີຫຼາກຫຼາຍຮູບແບບນຳໃຊ້ຕໍ່ສູ້ ເຊັ່ນ: ເວ ລາ ຜື່ອອກ ຫຼື ພັບເຂົ້າ, ວີ ກໍ່ສາມາດ ປັດເຂ່ຍ, ກັນ, ບັງ, ປ້ອງ ກັນຕົວຢ່າງມີປະສິດທິຜົນ.


ນັກຮຽນມວຍຂອງນິກາຍມວຍ ຫວໍເລີມ ເຕິນແຄ໋ງ-ປ່າຈ່າ ຝຶກແອບບົດມວຍ ວີ.


ການຝຶກແອບບົດມວຍ ວີ.


ບຸກໂຈມຕີ ໃສ່ຄໍ ຄູ່ຕໍ່ສູ້.


ບຸກໂຈມຕີ ໃສ່ຕີນ ຄູ່ຕໍ່ສູ້.


ໃສ່ ວີ ສູ້ກັບມີດຊຸຍ.


ໃສ່ ວີ ສູ້ກັບໄມ້ຄ້ອນສັ້ນ.


ບຸກໂຈມຕີ ໃສ່ຂາ ຄູ່ຕໍ່ສູ້.


ບຸກໂຈມຕີ ໃສ່ຂ້າງຄີງ ຄູ່ຕໍ່ສູ້.


ບົດມວຍ ວີ ຂອງນິກາຍມວຍ ຫວໍເລີມ ເຕິນແຄ໋ງ-ປ່າຈ່າ.


ບົດມວຍ ວີ ເໝາະສົມກັບນັກຮຽນມວຍທີ່ເປັນຜູ້ຍິງ.


ນັກຮຽນມວຍ ຫງວຽນວັນຈ້ອງ-ນິກາຍມວຍ ຫວໍເລີມ ເຕິນແຄ໋ງ-ປ່າຈ່າ ຝຶກແອບບົດມວຍ ວີ.


ເວລາ ຜື່ອອກ ຫຼື ພັບເຂົ້າ, ວີ ກໍ່ສາມາດ ປັດເຂ່ຍ, ກັນ, ບັງ, ປ້ອງ ກັນຕົວຢ່າງມີປະສິດທິຜົນ.


ທ່າມວຍ ວີ ໜຶ່ງທີ່ງາມຕາ.


ວີ ສາມາດບຸກໂຈມຕີ ໃສ່ຫຼາຍບ່ອນຂອງຄູ່ຕໍ່ສູ້. 


ນັກຮຽນມວຍ Wushu ຝຶກແອບກັບ ວີ.


ຜູ້ອາຍຸສູງ ກໍ່ສາມາດຝຶກແອບກັບ ວີ ໄດ້. 
    
ໃນບັນດາງານມະຫາກຳກິລາ, ງານມະຫາກຳມວຍ ທີ່ນະ ຄອນ ໂຮ່ຈີມິນ, ທ່າມວຍ ວີ ໄດ້ຜູ້ສູງອາຍຸ ສະແດງລວມໝູ່ ຢ່າງງາມຕາ ແລະ ປະສົບຄວາມສຳເລັດ, ໄດ້ຮັບຄວາມນິຍົມ ຈາກໄວໜຸ່ມ. 

ທ່ານ ປອ. ອາຈານມວຍ ໂຮ່ເຕື່ອງ (ນິກາຍມວຍ ຫວໍເລີມ ເຕິນແຄ໋ງ-ປ່າຈ່າ) ໃຫ້ຮູ້ວ່າ ວີ ຖືເປັນອາວຸດສັ້ນ ຊະນິດໜຶ່ງ ທີ່ມີທ່າແຮງ ແລະ ມີຫຼາກຫຼາຍຮູບແບບນຳໃຊ້ຕໍ່ສູ້ ເຊັ່ນ: ເວ ລາ ຜື່ອອກ ຫຼື ພັບເຂົ້າ, ວີ ກໍ່ສາມາດ ປັດເຂ່ຍ, ກັນ, ບັງ, ປ້ອງ ກັນຕົວຢ່າງມີປະສິດທິຜົນ.
 
ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ

top