ບັນດານັກສິລະປິນໃນຊຸດອາພອນປະຈຳເຜົ່າ ເຂົ້າຮ່ວມໃນງານບຸນຢູ່ທ້ອງຖະໜົນ ທີ່ນະຄອນ Pleiku.
ບັນດານັກສິລະປິນຄ້ອງເດັກນ້ອຍເຜົ່າ ບາເຮີນາ, ເມືອງ ເກີບາງ, ແຂວງ ຢາລາຍ.
ນັກສິລະປິນຄ້ອງຍິງ ເຜົ່າ ເມື່ອງ ຢູ່ ບວນເມທວດ (ດັກລັກ) ສະແດງໃນງານບຸນຢູ່ທ້ອງຖະໜົນ Pleiku.
ເຂົ້າຮ່ວມງານບຸນຢູ່ທ້ອງຖະໜົນ ແມ່ນຜູ້ຕາງໜ້າຂອງບັນດາ
ຊົນເຜົ່າ ເອເດ, ເມີນົງ, ບາເຮີນາ, ຈູຣູ, ເຢີຣາຍ... ໃນຊຸດອາພອນປະຈຳເຜົ່າ.
ຄະນະນັກສິລະປິນ ຄ້ອງ ຂອງເມືອງ ເຈືປື, ແຂວງ ຢາລາຍ.
ບັນດານັກສິລະປິນ ຄ້ອງ ເດັກນ້ອຍ ໃນຊຸດເຄື່ອງນຸ່ງພິເສດ.
ຄະນະນັກສິລະປິນຄ້ອງ ເຜົ່າ ຈູຣູ, ແຂວງ ເລີມດົ່ງ ສະແດງໃນງານບຸນຢູ່ທ້ອງຖະໜົນ.
ນັກສິລະປິນ ຄ້ອງ ແຕ່ງຕົວເປັນນາຍທະຫານ.
ບັນດານັກສິລະປິນໜຸ່ມໃນຊຸດອາພອນປະຈຳເຜົ່າ ໄຕຫງວຽນ ທີ່ສວຍສົດງົດງາມ.
ຈຸດພິເສດໃນບັນດາງານບຸນຢູ່ ໄຕຫງວຽນ ແມ່ນເຄື່ອງນຸ່ງຫຼາຍ
ຊຸດໄດ້ເຮັດດ້ວຍຮາກໄມ້, ໃບໄມ້, ໜ້າກາກເຮັດດ້ວຍໄມ້, ດ້ວຍອຸປະກອນທຳມະດາ.
ເຖິງວ່າ ອາຍຸຂອງນັກສິລະປິນຫຼາຍຄົນຍັງໜຸ່ມນ້ອຍ, ແຕ່ສາມາດຫຼິ້ນຄ້ອງໄດ້ຢ່າງຄ່ອງແຄ່ວ.
ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອເຫັນຜູ້ຊາຍຫຼາຍຄົນນຸ່ງກະຕ່ຽວ ແລະ ຟ້ອນໄປຕາມບັນດາຈັງຫວະຂອງສຽງຄ້ອງ.
ຢູ່ບັນດາໝູ່ບ້ານ ໄຕຫງວຽນ, ສຽງຄ້ອງ ຄືເປັນອາຫານທາງຈິດໃຈທີ່ຂາດບໍ່ໄດ້ໃນວັນບຸນ.
ການສະແດງຂອງບັນດານັກສິລະປິນຢູ່ທ້ອງຖະໜົນ Pleiku ໄດ້ດຶງດູດຄວາມສົນໃຈຂອງຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວຫຼາຍຄົນ ມາເຂົ້າຮ່ວມໃນງານມະໂຫລາຍ ວັດທະນະທຳ ຄ້ອງ ໄຕຫງວຽນ 2018.
ລວດລາຍທີ່ຈັບຕາໃນຊຸດເຄື່ອງນຸ່ງ, ເຄື່ອງສຳອາງ ແລະ ເຄື່ອງມືຮັບໃຊ້ໃຫ້ການສະແດງ.
ບັນດານັກສິລະປິນ ເຜົ່າ ເມີນົງ ຢູ່ແຂວງ ດັກນົງ ສະແດງໃນງານບຸນຢູ່ທ້ອງຖະໜົນ.
ບັນດານັກສິລະປິນຄ້ອງ ເດັກນ້ອຍ ສະແດງຢູ່ທ້ອງຖະໜົນ Pleiku.
|