ຂ່າວສານ

ຟູກວກ ກະກຽມຕ້ອນຮັບນັກທ່ອງທ່ຽວສາກົນ

ດ້ວຍການກະກຽມຢ່າງລະອຽດ, ຟູກວກ ແລະ ບັນດາວິສາຫະກິດການບໍລິການທ່ອງທ່ຽວຢູ່ນະຄອນເກາະ ໄດ້ມານະພະຍາຍາມນຳມາໃຫ້ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີເວລາພັກຜ່ອນບຳລຸງສຸຂະພາບດ້ວຍຄວາມປອດໄພ, ສ້າງຄວາມປະທັບໃຈຢ່າງດີງາມ.
ຟູກວກ ກະກຽມຕ້ອນຮັບນັກທ່ອງທ່ຽວ. (ພາບປະກອບ: VGP)

ພາຍຫຼັງໄລຍະປິດປະຕູຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ວັນທີ 20 ພະຈິກ, ນະຄອນ ຟູກວກ ຈະຕ້ອນຮັບນັກທ່ອງທ່ຽວສາກົນຄະນະທຳອິດປະມານ 250 ຄົນ ຕາມແຜນ “ໜັງສືຜ່ານແດນວັກຊິນ” ມາພັກຜ່ອນບຳລຸງສຸຂະພາບ ແລະ ທ່ອງທ່ຽວ.  ດ້ວຍການກະກຽມຢ່າງລະອຽດ, ຟູກວກ ແລະ ບັນດາວິສາຫະກິດການບໍລິການທ່ອງທ່ຽວຢູ່ນະຄອນເກາະ ໄດ້ມານະພະຍາຍາມນຳມາໃຫ້ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີເວລາພັກຜ່ອນບຳລຸງສຸຂະພາບດ້ວຍຄວາມປອດໄພ, ສ້າງຄວາມປະທັບໃຈຢ່າງດີງາມ.

ຄະນະນັກທ່ອງທ່ຽວສາກົນ  ເດີນທາງອອກຈາກສະໜາມບິນສາກົນ Incheon (ສ.ເກົາຫຼີ), ໄປເຖິງສະໜາມບິນສາກົນ ຟູກວກ (ແຂວງ ກຽນຢາງ, ຫວຽດນາມ) ຕາມແຜນການຄົບວົງຈອນ ຈາກຖ້ຽວບິນ ໄປຮອດສະຖານທີ່ພັກຜ່ອນບຳລຸງສຸຂະພາບເລີຍ. ເວລາທ່ອງທ່ຽວ ແລະ ພັກຜ່ອນຢູ່ ຟູກວກແມ່ນ4 ວັນ 3 ຄືນ, ນັກທ່ອງທ່ຽວຈະໄດ້ພັກຜ່ອນດ້ວຍບັນດາການບໍລິການພັກຜ່ອນບຳລຸງສຸຂະພາບສົມທົບກັບການລະຫຼີ້ນບັນເທີງຢູ່ ຟູກວກ United Center, ເຊິ່ງວາລະສານ Time ຂອງ ອາເມລິກາ ໄດ້ຄັດເລືອກເປັນໜຶ່ງໃນບັນດາເຂດພັກເຊົາທີ່ດຶງດູດໃຈຢູ່ ເກາະເພັດໜ່ວຍນີ້.

ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວຕ້ອນຮັບນັກທ່ອງທ່ຽວສາກົນ, ຫຼາຍເດືອນຜ່ານມາ, ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງແຂວງ ກຽນຢາງ ເວົ້າລວມ ແລະ ນະຄອນ ຟູກວກ ເວົ້າສະເພາະໄດ້ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ. ທາງນະຄອນໄດ້ປະຕິບັດສຳເລັດການສັກວັກຊິນກັນໂຄວິດ-19 ເຂັມທີ 2 ໃຫ້ແກ່ປະຊາຊົນທີ່ຢູ່ໃນເກນອາຍຸ 18 ປີຂຶ້ນໄປໃຫ້ໝົດທຸກຄົນໃນເກາະ ແລະ ພວມສັກວັກຊິນກັນໂຄວິດ-19 ໃຫ້ເດັກທີ່ຢູ່ໃນເກນອາຍຸແຕ່ 12 ຫາ 17 ປີ. ຟູກວກ ກໍ່ມີເຄື່ອງວິໄຈ PCR ຈຳນວນ 3 ເຄື່ອງ; ມີເຂດຮັບ, ປິ່ນປົວ ຄົນເຈັບທີ່ມີຂອບຂະໜາດ 1.500 ຕຽງ ແລະ ສາມາດເພີ່ມ 500 ຕຽງຕື່ມອີກ ໃນກໍລະນີໂລກລະບາດມີການຜັນແປຢ່າງສັບສົນ. ທ່ານ ຮຸ່ນກວາງຮຶງ, ປະທານຄະນະກຳມະການປະຊາຊົນນະຄອນ ຟູກວກ, ໃຫ້ຮູ້ວ່າ:

“ໜ້າທີ່ຮັບຜິດຊອບໃຫຍ່ສຸດ, ສູງສຸດແມ່ນທ້ອງຖິ່ນຕ້ອງເຮັດແນວໃດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ນັກທ່ອງທ່ຽວ, ເຂດທ່ອງທ່ຽວ, ຍ້ອນ ຟູກວກ ມີຄວາມປອດໄພ ນັກທ່ອງທ່ຽວຈຶ່ງມາພັກຜ່ອນ, ລະຫຼີ້ນ. ປະຊາຊົນທີ່ມາເຮັດວຽກ ຢູ່ຟູກວກ ໝົດທຸກຄົນ ລ້ວນແຕ່ໄດ້ສັກວັກຊິນກັນໂຄວິດ-19 ແລະ ພວກຂ້າພະເຈົ້າກໍ່ພວມຄວບຄຸມ  ບໍລິເວນໄດ້ດີ. ປະຈຸບັນ, ນະຄອນຮັບປະກັນຄວາມປອດໄພເພື່ອຕ້ອນຮັບນັກທ່ອງທ່ຽວ”.

(ສະໜາມບິນສາກົນ ຟູກວກ)

ພ້ອມກັບເລື່ອງກະກຽມດ້ານການແພດນັ້ນ, ຟູກວກ ກໍ່ຈັດການຄັດເລືອກ ແລະ ສະເໜີໃຫ້ບັນດາບໍລິສັດສະໜອງການບໍລິການໂດຍມີເງື່ອນໄຂຢ່າງພຽງພໍ ຄົບຖ້ວນເພື່ອຮັບໃຊ້ນັກທ່ອງທ່ຽວ; ປະກາດບັນຊີລາຍຊື່ບັນດາຫົວໜ່ວຍສະໜອງການບໍລິການທ່ອງທ່ຽວ ເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວຄັດເລືອກ; ກວດກາເງື່ອນໄຂກ່ຽວກັບວຽກງານຮັບປະກັນການປ້ອງກັນ, ຕ້ານ ໂລກລະບາດຢູ່ວິສາຫະກິດເປັນປະຈຳ. ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ດ່ວານວັນຫວຽດ, ຖືວ່າ:

“ກຽນຢາງ ແລະ ຟູກວກ ໄດ້ກະກຽມຢ່າງມີແບບມີແຜນ, ລະອຽດ ແລະ ມີຄວາມຮັບຜິດຊອບ. ທ້ອງຖິ່ນກໍ່ໄດ້ຮັບການຄັດເລືອກເປັນຫົວໜ່ວຍທົດລອງເປີດປະຕູການທ່ອງທ່ຽວແມ່ນເໝາະສົມ ແລະ ຖືກຕ້ອງ. ທາງທ້ອງຖິ່ນກໍ່ໄດ້ສ້າງບັນດາວິທີການ, ກໍລະນີແກ້ໄຂຄືແນວໃດ ເພື່ອຮັບປະກັນສຸຂະພາບ, ເງື່ອນໄຂການຈັດຕັ້ງ ແລະ ບໍ່ສົ່ງຜົນສະທ້ອນຕໍ່ສຸຂະພາບຂອງນັກທ່ອງທ່ຽວ, ຂອງວົງຄະນະຍາດຊຸມຊົນ”.

ເພື່ອຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດ ແຕ່ຍັງນຳມາໃຫ້ນັກທ່ອງທ່ຽວການເຂົ້າຮ່ວມຄົ້ນຫາທີ່ດູດດື່ມ, ບັນດາຮາກຖານທ່ອງທ່ຽວໃຫຍ່ຢູ່ ຟູກວກ ໄດ້ຈັດການຝຶກຊ້ອມໃຫ້ແກ່ພາລະກອນຫຼາຍຄັ້ງ ກ່ຽວກັບຮູບແບບການຕ້ອນຮັບນັກທ່ອງທ່ຽວ ແລະ ຮັບໃຊ້ນັກທ່ອງທ່ຽວຄົບວົງຈອນ. ຕາມຂໍ້ກຳນົດຂອງນະຄອນ ຟູກວກ, ມີແຕ່ເຂດທ່ອງທ່ຽວທີ່ມີການຊັບຊ້ອນເທົ່ານັ້ນ ຈຶ່ງໄດ້ກຳນົດໃຫ້ຮັບໃຊ້ນັກທ່ອງທ່ຽວທີ່ມີໜັງສືຜ່ານແດນວັກຊິນ, ເຊົ່າຖ້ຽວບິນຕາມຮູບແບບຄົບວົງຈອນ. ພາຍຫຼັງມາພັກຢູ່ເຂດພັກຜ່ອນໄດ້ 1 ວັນ, ຖ້າຜົນກວດ PCR ອອກມາ ເປັນລົບ, ນັກທ່ອງທ່ຽວສາມາດສືບຕໍ່ໄປຢ້ຽມຢາມສະຖານທີ່ແຫ່ງອື່ນໆໄດ້.

ເລື່ອງ ຟູກວກ ເປີດປະຕູຕ້ອນຮັບຄະນະນັກທ່ອງທ່ຽວສາກົນຄະນະທຳອິດພາຍຫຼັງເກີດໂລກລະບາດເປັນເວລາເກືອບ 2 ປີນັ້ນ, ໄດ້ຮັບຖືວ່າ ແມ່ນບາດກ້າວທີ່ສຳຄັນໃນຄວາມມານະພະຍາຍາມເປີດປະຕູຂະແໜງທ່ອງທ່ຽວ ໃນທົ່ວປະເທດ, ເປັນການຢັ້ງຢືນຄວາມດຶງດູດໃຈຂອງ ຫວຽດນາມ ແລະ ກຳລັງຄວາມສາມາດຕອບສະໜອງການບໍລິການໃນສະພາບການໃໝ່. ຄາດວ່າ, ນັບແຕ່ນີ້ຮອດທ້າຍເດືອນ ມີນາ 2022, ຟູກວກ ຈະສືບຕໍ່ຕ້ອນຮັບນັກທ່ອງທ່ຽວສ.ເກົາຫຼີ ປະມານ 5.000 ຄົນ ແລະ ຈະມີ ນັກທ່ອງທ່ຽວ ເອີລົບຫຼາຍຄະນະ ເຊົ່າເຮືອບິນມາທ່ຽວຢູ່ຟູກວກໂດຍສະເພາະ. ເກາະເພັດໜ່ວຍນີ້ ໄດ້ກຽມພ້ອມເພື່ອຮັບການຢັ້ງຢືນແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ ແລະ ດູດດື່ມ.

(ແຫຼ່ງຄັດຈາກ VOV)


top