ຂ່າວສານ

ຟື້ນ​ຟູ​ເສດ​ຖະ​ກິດ​ໂດຍ​ໄວ, ດຳ​ລົງ​ຊີ​ວິດ​ຮ່ວ​ມ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ປອດ​ໄພ

ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນໃນການຟື້ນຟູ ແລະ ພັດທະນາເສດຖະກິດ ຫວຽດນາມ ພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ການຍາດແຍ່ງເອົາທ່າແຮງທີ່ມີຢູ່ແລ້ວໃຫ້ເປັນຢ່າງດີນັ້ນ ຈະຊ່ວຍ ຫວຽດນາມ ກັບຄືນສູ່ທ່າເຕີບໂຕໄດ້ຢ່າງວ່ອງໄວ. ໃນກອງປະຊຸມສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດໄດ້ໄຈ້ແຍກ, ຍົກອອກຫຼາຍມາດຕະການພັດທະນາເສດຖະກິດ - ສັງຄົມ ປີ 2022 ເພື່ອໃຫ້ ຫວຽດນາມ ພັດທະນາແບບຍືນຍົງ.

ການດຳລົງຊີວິດຢູ່ກັບໂລກລະບາດໂຄວິດ - 19 ບໍ່ພຽງແຕ່ແມ່ນບັນຫາທາງດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກ່ຽວຂ້ອງເຖິງວິທີຂັບເຄື່ອນພື້ນຖານເສດຖະກິດ ແລະ ທຸກການເຄື່ອນໄຫວຂອງສັງຄົມ. ສະມາຊິກສະພາແຫ່ງຊາດ ກໍໄດ້ປະກອບຄຳເຫັນເພື່ອກຳນົດ, ຄາດຄະເນກ່ຽວກັບອະນາຄົດ ພາຍຫຼັງໂລກລະບາດໂຄວິດ - 19 ແລະ ມີຍຸດທະສາດ, ວິທີການແກ້ໄຂທີ່ເໝາະສົມ.

        ຟື້ນຟູເສດຖະກິດໂດຍໄວ

        ໃນສະພາບໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຫວຽດນາມ ກໍຄືຫຼາຍປະເທດໃນໂລກໄດ້ເລືອກເອົາການດຳລົງຊີວິດຢູ່ຮ່ວມກັບໂລກລະບາດ. ເພື່ອໃຫ້ພື້ນຖານເສດຖະກິດພັດທະນາຢ່າງມີສະຖຽນລະພາບ, ຟື້ນຕົວໂດຍໄວນັ້ນ, ທ່ານ ເລມິງຮວານ ຄະນະສະມາຊິກສະພາແຫ່ງຊາດແຂວງ ດົ່ງທາບ ຖືວ່າ: ຕ້ອງພິຈາລະນາເຖິງລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ, ມີນະໂຍບາຍຍົກສູງກຳລັງເປັນເຈົ້າການ, ກຳລັງຄວາມສາມາດຮັບມື, ລັກສະນະເປັນເຈົ້າຂອງພື້ນຖານເສດຖະກິດ.
 

ທ່ານ ຫງວຽນມິງເຊີນ ຄະນະສະມາຊິກສະພາແຫ່ງຊາດແຂວງ ຕຽນຢາງ (ພາບ: tiengiang.gov.vn)

ຕາມທ່ານ ຫງວຽນມິງເຊີນ ຄະນະສະມາຊິກສະພາແຫ່ງຊາດແຂວງ ຕຽນຢາງ ແລ້ວ, ລັດຖະບານ ຫວຽດນາມ ກຳນົດ 3 ເນື້ອໃນຈຸດສຸມໃນການບໍລິຫານເສດຖະກິດໃນໄລຍະຈະມາເຖິງ. ນັ້ນແມ່ນ ຟື້ນຟູ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ; ຍູ້ແຮງການສົ່ງອອກ; ຍູ້ໄວຄວາມຄືບໜ້າປ່ອຍເງິນລົງທຶນສາທາລະນະ ແລະ ລະດົມແຫຼ່ງກຳລັງຈາກສັງຄົມ, ພັດທະນາລະບົບພື້ນຖານໂຄງລ່າງ. ການກຳນົດ 3 ເນື້ອໃນຈຸດສຸມນີ້ ແມ່ນຖືກຕ້ອງທີ່ສຸດໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຄືໃນປັດຈຸບັນ ແຕ່ສຳຄັນແມ່ນວິທີເຮັດ, ວິທີການຜັນຂະຫຍາຍ ຕ້ອງມີປະສິດທິຜົນຢ່າງແທ້ຈິງ.

        ສ່ວນທ່ານ ເຈິ່ນວັນເລິມ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບັກຢາງ ໄດ້ເນັ້ນໜັກເຖິງເປົ້າໝາຍຮັກສາສະຖຽນລະພາບເສດຖະກິດມະຫາພາກ.

        “ດັດຊະນີທີ່ເປັນພື້ນຖານຂອງພື້ນຖານເສດຖະກິດນັ້ນ ພວກເຮົາຕ້ອງຮັກສາໄວ້, ນັ້ນແມ່ນສະຖຽນລະພາບມະຫາພາກ, ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ລາຍຮັບງົບປະມານຍັງລື່ນກາຍການຂຶ້ນແຜນ. ການສົ່ງອອກຍັງມີສັນຍານເຕີບໂຕ. ນີ້ແມ່ນປະຖົມປັດໄຈສຳຄັນທີ່ສຸດໃນການຟື້ນຟູ ແລະ ການເຕີບໂຕໃນໄລຍະສຸດທ້າຍຂອງປີນີ້ ແລະ ໄລຍະຕໍ່ໄປ. ໃນໄລຍະຈະມາເຖິງ, ບົດລາຍງານຂອງລັດຖະບານໄດ້ຍົກອອກ 12 ມາດຕະການ, ໂດຍພື້ນຖານແລ້ວແມ່ນຮອບດ້ານ, ກວມລວມ, ຖືກເປົ້າ, ຖືກຈຸດ, ແທດເໝາະກັບສະພາບການໃນປັດຈຸບັນ. ຂ້າພະເຈົ້າຕີລາຄາສູງຕໍ່ເລື່ອງລັດຖະບານກຳນົດວ່າ ຕ້ອງໃຫ້ບຸລິມະສິດແຖວໜ້າໃນການຮັກສາສະຖຽນລະພາບມະຫາພາກ. ນີ້ແມ່ນເປົ້າໝາຍສຳຄັນທີ່ສຸດ. ມີແຕ່ຮັກສາສະຖຽນລະພາບມະຫາພາກ ຈຶ່ງຮັກສາໄດ້ຜົນງານຂອງວິວັດການເຕີບໂຕ ແລະ ພັດທະນາ”.

        ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ແລ້ວ, ຜູ້ມີສິດເລືອກຕັ້ງ, ປະຊາຊົນທົ່ວປະເທດພວມລໍຄອຍລັດຖະນະໂຍບາຍກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ຟື້ນຟູເສດຖະກິດ - ສັງຄົມ. ກ່ຽວກັບລາຍການຟື້ນຟູເສດຖະກິດສັງລວມ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດ, ລັດຖະບານ ກໍໄດ້ປຶກສາຫາລືວ່າ: ໃນໄລຍະຈະມາເຖິງ ຈະມີລາຍການສັງລວມກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ. ໃນວິວັດການຮັບມືກັບໂລກລະບາດ ແລະ ນັບທັງໄລຍະຫຼັງໂລກລະບາດນັ້ນ 2 ບັນຫານີ້ ແມ່ນມີຄວາມສຳຄັນທີ່ສຸດ. ແນ່ນອນວ່າ ສະພາແຫ່ງຊາດ ຈະປະກາດໃຊ້ ມະຕິທີ່ໄດ້ເວົ້າຢ່າງຈະແຈ້ງກ່ຽວກັບບັນຫານີ້. ບັນຫາສຳຄັນ ແມ່ນດັດປັບນະໂຍບາຍປີການເງິນ, ເງິນຕາໃຫ້ເໝາະສົມ, ເພີ່ມຍອດຄວາມຕ້ອງການ - ການສະໜອງ ແລະ ຕິດພັນກັບແຫຼ່ງກຳລັງປະຕິບັດ”. 
 

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ  (ພາບ: quochoi.vn) 

ດຳລົງຊີວິດຢູ່ຮ່ວມກັບໂລກລະບາດຢ່າງປອດໄພ

        ໃນໄລຍະຟື້ນຟູເສດຖະກິດ, ການຮັບປະກັນຄວາມປອດໄພກ່ຽວກັບດ້ານສາທາລະນະສຸກ ຍັງຄົງແມ່ນບຸລິມະສິດແຖວໜ້າ, ໃນນັ້ນ ຕ້ອງເປັນເຈົ້າການວັກຊິນໃຫ້ໄດ້, ຕ້ອງລົງທຶນໃສ່ລະບົບການປິ່ນປົວ, ຟື້ນຟູຊີບ… ເພື່ອຮັບມືໄວກັບເຊື້ອໄວຣັດສາຍພັນໃໝ່. ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ ຕ້ອງສຸມໃສ່ແຜນນະໂຍບາຍຮັບມືກັບໂລກລະບາດຢ່າງປອດໄພ, ມີໄຫວພິບ ແລະ ມີປະສິດທິຜົນ, ເງື່ອນໄຂຕັດສິນຊີ້ຂາດແມ່ນການສັກວັກຊິນຢ່າງທົ່ວເຖິງ. ທ່ານ ຮວ່າງວັນເກື່ອງ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ກ່າວວ່າ:

        “ຖ້າຫາກວ່າຮັກສາການຕ້ານໂລກລະບາດໄດ້ເປັນຢ່າງດີນັ້ນ ເສດຖະກິດຈະຟື້ນຟູໂດຍໄວ. ກ່ຽວກັບມາດຕະການໃນປີ 2022, ບັນຫາທຳອິດແມ່ນຕ້ອງສັກວັກຊິນໃຫ້ທົ່ວເຖິງ. ການດຳລົງຊີວິດຢູ່ຮ່ວມກັບໂລກລະບາດຢ່າງປອດໄພ ແມ່ນຕ້ອງມີວັກຊິນ. ນອກຈາກແຫຼ່ງວັກຊິນນຳເຂົ້າແລ້ວ,  ຂ້າພະເຈົ້າຄິດວ່າຕ້ອງເປັນເຈົ້າການຜະລິດວັກຊິນຢູ່ພາຍໃນປະເທດ. ທີສອງແມ່ນ ການຊີ້ນຳວຽກງານຕ້ານໂລກລະບາດຢ່າງຂ້ຽວຂາດນັ້ນ ຕ້ອງເປັນເອກະພາບມາແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ທີສາມແມ່ນ ໃນປີ 2022 ຕ້ອງເພີ່ມແຫຼ່ງກຳລັງໃຫ້ແກ່ວິສາຫະກິດຕື່ມອີກ, ກ່ອນອື່ນໝົດແມ່ນທຶນຮອນ. ນອກຈາກນັ້ນ, ລັດຖະບານ ອາດຈະສັ່ງຊື້ສິນຄ້າກັບວິສາຫະກິດກ່ຽວກັບການບໍລິການພະລາທິການ ຫຼື ຫັນເປັນດີຈີຕອນ…”.

 

        ຫວຽດນາມ ບໍ່ອາດປິດປະຕູໄປຕະຫຼອດ ແລະ ຕ້ອງເປີດປະຕູເພື່ອແກ້ໄຂບັນຫາວຽກເຮັດງານທຳ, ລາຍຮັບ, ພັດທະນາເສດຖະກິດ - ສັງຄົມ. ປີ 2022, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນຍັງມີຫຼາຍ, ໄປຄຽງຄູ່ກັບການຮັບຮູ້ຄວາມຫຍຸ້ງຍາກຢ່າງຈະແຈ້ງນັ້ນ, ຕ້ອງມີມາດຕະການຢ່າງມີໄຫວພິບ ພ້ອມກັບການຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ຫວຽດນາມ ຈະກັບຄືນສູ່ຈັ່ງຫວະເຕີບໂຕເທື່ອລະກ້າວ./.

(ແຫຼ່ງຄັດຈາກ VOV)


top