ຂ່າວສານ

ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ: ເສດ​ຖະ​ກິດ ອາ​ຊຽນ + 3 ຮັກ​ສາ​ທ່າ​ເຕີບ​ໂຕ

AMRO ຍົກລະດັບຄາດຄະເນໄພເງິນເຟີ້ຂອງພາກພື້ນຂຶ້ນເປັນ 5,2%, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ລະດັບການຄາດຄະເນເມື່ອເດືອນ ເມສາ ຜ່ານມາ.
  ລູກຄ້າຊາວ ຍີ່ປຸ່ນ ເລືອກຊື້ໝາກພ້າວຢູ່ ຮ້ານສັບພະສິນຄ້າຢູ່ ຫວຽດນາມ (ພາບ: TTXVN)  

ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (AMRO) (ລວມມີ 10 ປະເທດສະມາຊິກ ອາຊຽນ ພ້ອມກັບ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ໄດ້ຫຼຸດລະດັບຄາດຄະເນການເຕີບໂຕເສດຖະກິດປີ 2022 ຂອງ ອາຊຽນ + 3 ແຕ່ 4,7% ລົງເປັນ 4,3%. ນອກຈາກນັ້ນແລ້ວ, AMRO ຍົກລະດັບຄາດຄະເນໄພເງິນເຟີ້ຂອງພາກພື້ນຂຶ້ນເປັນ 5,2%, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ລະດັບການຄາດຄະເນເມື່ອເດືອນ ເມສາ ຜ່ານມາ. ເຖິງຢ່າງໃດກໍຕາມ, AMRO ຄາດຄະເນວ່າ ອັດຕາໄພເງິນເຟີ້ໃນປີໜ້າຈະຫຼຸດລົງໃນລະດັບ 2,8%, ໃນຂະນະນັ້ນ, ການເຕີບໂຕເສດຖະກິດຢູ່ພາກພື້ນ ຈະບັນລຸລະດັບ 4,9%, ສູງກວ່າ ລະດັບທີ່ໄດ້ຄາດຄະເນກ່ອນໜ້ານັ້ນ (4,6%). ໂດຍລວມແລ້ວ, ບົດລາຍງານດັ່ງກ່າວ ຍັງມີຄວາມປະເອີບໃຈຕໍ່ແງ່ຫວັງເສດຖະກິດຂອງພາກພື້ນ, ສ່ວນຫຼາຍແມ່ນບັນດາພື້ນຖານເສດຖະກິດ ອາຊຽນ + 3 ພວມຄ່ອຍໆຖືໂລກລະບາດໂຄວິດ - 19 ແມ່ນພະຍາດທົ່ວໄປ, ສະພາບການໂລກລະບາດ ແລະ ມາດຕະການຈຳກັດກ່ຽວຂ້ອງເຖິງການທ່ອງທ່ຽວ ກໍຈະໄດ້ຮັບການຜ່ອນຜັນກວ່າອີກ, ຈາກນັ້ນ ຊຸກຍູ້ການເຄື່ອນໄຫວຟື້ນຟູເສດຖະກິດຢ່າງຮອບດ້ານກວ່າ, ເຮັດຫ້ຄວາມຕ້ອງການຢູ່ພາຍໃນປະເທດເພີ່ມຂຶ້ນ. ບົດລາຍງານດັ່ງກ່າວຖືວ່າ ການເຕີບໂຕຂອງ ອາຊຽນ + 3 ໃນປີນີ້ ແລະ ປີໜ້າ ຈະຮັກສາທ່ວງທ່າເພີ່ມຂຶ້ນຢ່າງແຮງ, ພິເສດແມ່ນອາຊຽນ.


top