ຂ່າວສານ

ຟື້ນຟູຂະແໜງທ່ອງທ່ຽວ, ເສດຖະກິດນະຄອນ ໂຮ່ຈີມິນ

ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບການກຳນົດທິດພັດທະນາເສດຖະກິດ, ໃນນັ້ນມີຂະແໜງທ່ອງທ່ຽວຂອງນະຄອນ.
(ພາບປະກອບ: tuyengiao.vn)

ຕອນບ່າຍວັນທີ 03 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດການໂອ້ລົມສົນທະນາລະຫວ່າງການນຳນະຄອນ ໂຮ່ຈີມິນ ແລະ ພາລະກອນວັດທະນະທຳ - ສື່ມວນຊົນ, ນັກຂ່າວຕ່າງປະເທດທີ່ປະຈຳຢູ່ ຫວຽດນາມ, ແນະນຳ ແລະ ແລກປ່ຽນ, ແນະນຳມາດຕະການຟື້ນຟູ, ພັດທະນາເສດຖະກິດເວົ້າລວມ, ຂະແໜງທ່ອງທ່ຽວຂອງນະຄອນ ເວົ້າສະເພາະ ພາຍຫຼັງໂລກລະບາດ.

        ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບການກຳນົດທິດພັດທະນາເສດຖະກິດ, ໃນນັ້ນມີຂະແໜງທ່ອງທ່ຽວຂອງນະຄອນ; ບັນດາມາດຕະການລະອຽດໃນວຽກງານປ້້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ນຳໃຊ້ສຳລັບຊາວຕ່າງປະເທດເມື່ອເຂົ້ານະຄອນ; ຂັ້ນຕອນການເປີດປະຕູຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຢູ່ນະຄອນ ໂຮ່ຈີມິນ; ບັນດາລາຍການໃຫ້ບຸລິມະສິດທີ່ມີສະຖຽນລະພາບ, ຟື້ນຟູ ແລະ ພັດທະນາເສດຖະກິດຂອງນະຄອນ ໃນສະພາບການໃໝ່…

        ພ້ອມກັບທ້ອງຖິ່ນຕ່າງໆ, ນະຄອນ ໂຮ່ຈີມິນ ໄດ້ ແລະ ພວມມານະພະຍາຍາມດັດປັບນະໂຍບາຍ, ສະເໜີຕໍ່ລັດຖະບານ ພິຈາລະນາເປີດບັນດາຖ້ຽວບິນການຄ້າຄືນໃໝ່ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດ້ານການທ່ອງທ່ຽວ, ການແລກປ່ຽນການຄ້າ, ຊຸກຍູ້ກາລະໂອກາດຮ່ວມມືລົງທຶນ.

(ແຫຼ່ງຄັດຈາກ VOV)


top