ຂ່າວສານ

ຟີລິບປີນຮັບດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ

ຟີ​ລິບ​ປີນ​ຮັບ​ດຳ​ລົງ​ຕຳ​ແໜ່ງ​​ເປັນປະ​ທານ​​ໝູນ​ວຽນ​ອາ​ຊຽນ
(ພ​າບ: EPA/TTXVN)
           ຟີ​ລິບ​ປີນ ໄດ້​ຈັດ​ພິ​ທີ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ ຂອງສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ປີ 2017. ພິ​ທີ​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ Rodrigo Duterte ເປັນ​ເຈ​ົ້າ​ພາບ, ເຊິ່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 15/01 ຢູ່​ນະ​ຄອນ Davao. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ຢືນ​ຢັນ​ວ່າ, ອາ​ຊຽນ ຈະ​ບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​ຂອງ​ກຸ່ມ ຜ່ານ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ​ນະ​ໂຍ​ບາຍ, ການ​ຮ່ວມ​ມື, ສົ​ມ​ທົບ​ກັນ ແລະ ເຫັນ​ດີ​ເຫັນ​ພ້ອມ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ໃຫ້​ຮູ້​ວ່າ, ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ອາ​ຍຸ​ການ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ລວມ​ມີ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ກໍ​ຄື​ການ​ຮ່ວມ​ມື ແລະ ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ທະ​ເລ, ໃນ​ສະ​ພາບ​ການ​ທີ່​ຄວາມ​ວິ​ຕົກ​ກັງ​ວົນ​​ພວມເພີ່ມ​​ຂຶ້ນ​ຍ້ອນ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ.
        ໃນ​ປີ 2017, ຟີ​ລິບ​ປີນ ຈະ​ເປັນ​ປະ​ທານກອງ​ປ​ະ​ຊຸມ​ອາ​ຊຽນ ປະ​ມານ 100 ຄັ້ງ, ໃນ​ນັ້ນ​ມີ​ກອງ​ປະ​ຊຸມ​ຂັ້ນ​ສູງ 2 ຄັ້ງ ໃນ​ເດືອ​ນ 04 ແລະ 11.
 (ແຫຼ່ງຄັດຈາກ VOV)

top