ຂ່າວສານ

ຟີລິບປິນ ແລະ ຈີນ ລົງນາມໃນຂໍ້ຕົກລົງຮ່ວມມືນັບສີບສະບັບ

      ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽງ ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດໄດ້ຮັບການປົວແປງໃນໄລຍະຜ່ານມາ
ວັນທີ 15 ພະຈິກ, ຢູ່ຟີລິບປິນ, ກ່າວຄຳເຫັນພາຍຫຼັງການພົບປະກັບ ທ່ານປະທານາທິບໍດີປະເທດເຈົ້າພາບ Rodrigo Duterte, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽງ ຢັ້ງຢືນວ່າ ການພົວພັນລະຫວ່າງສອງປະເທດໄດ້ຮັບການປົວແປງໃນໄລຍະຜ່ານມາ, ພ້ອມທັງໃຫ້ຮູ້ວ່າ ປັກກິງ ຈະໜູນຊ່ວຍ ມະນີລາ ເກືອບ 23 ລ້ານໂດລາ ສະຫະລັດ ເພື່ອສ້າງ ນະຄອນ Marawi ຄືນໃໝ່ - ເຊິ່ງແມ່ນສະຖານທີ່ຫາກໍ່ຢຸດຕິການປະທະກັນດ້ວຍອາວຸດຕະຫຼອດ 5 ເດືອນຜ່ານມາ ລະຫວ່າງກອງທັບລັດຖະບານຟີລິບປິນ ກັບທະຫານກະບົດທີ່ສະໜິດສະໜົມກັບ IS.
        ສ່ວນ ທ່ານປະທານາທິບໍດີ Duterte ຕີລາຄາສູງບົດບາດ “ສຳຄັນ” ຂອງ ປັກກີງ ທີ່ໜູນຊ່ວຍ ມະນີລາ ໃນການປະທະກັນຢູ່ Marawi.
ຫຼັງຈາກນັ້ນການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມື 14 ສະບັບຄື: ຂົງເຂດສະໜອງທຶນກໍ່ສ້າງພື້ນຖານໂຄງລ່າງ, ພິມຈຳໜ່າຍພັນທະບັດ, ການປ່ຽນແປງຂອງດິນຟ້າອາກາດ, ປົກປ້ອງຊັບສິນທາງປັນຍາ…
 (ແຫຼ່ງຄັດຈາກ VOV)

top