ຂ່າວສານ

ຟີລິບປິນ ປະຕິເສດບັນດາຄຳຮຽກທວງສິດອະທິປະໄຕພຽງລຳພັງຝ່າຍດຽວຂອງ ຈີນ ຢູ່ ທະເລຕາເວັນອອກ

      ຟີລິບປິນ ໄດ້ຮຽກຕົວເອກອັກຄະລັດຖະທູດ ຈີນ ຢູ່ ມານີລາ ມາເພື່ອສະແດງຄວາມບໍ່ພໍໃຈກ່ຽວກັບການປະກົດຕົວຢ່າງຜິດກົດໝາຍລຽນຕິດຂອງກ່ຳປັ່ນ ຈີນ ຢູ່ ບໍລິເວດຫາດ ບາເດົ່າ ໃນທະເລຕາເວັນອອກ.
ກ່ຳປັ່ນ ຈີນ ຢູ່ ທະເລຕາເວັນອອກ (ພາບ: ກຳລັງສະເພາະກິດກ່ຽວກັບ ທະເລຕາເວັນອອກຂອງ ຟີລິບປິນ)
      ໃນສະພາບການບັນດາກ່ຳປັ່ນ ຈີນ ຍັງສືບຕໍ່ປະກົດຕົວຢູ່ບໍລິເວດຫາດ ບາເດົ່າ, ຂຶ້ນກັບກຸ່ມເກາະ ຊິງໂຕນ, ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ, ເຊິ່ງ ຟີລິບປິນ ໄດ້ປະກາດອະທິປະໄຕ ແລ້ວ, ວັນທີ 13 ເມສາ, ຟີລິບປິນ ໄດ້ຮຽກຕົວເອກອັກຄະລັດຖະທູດ ຈີນ ຢູ່ ມານີລາ ມາເພື່ອສະແດງຄວາມບໍ່ພໍໃຈກ່ຽວກັບການປະກົດຕົວຢ່າງຜິດກົດໝາຍລຽນຕິດຂອງກ່ຳປັ່ນ ຈີນ ຢູ່ ບໍລິເວດຫາດ ບາເດົ່າ ໃນທະເລຕາເວັນອອກ. ທ່ານນາງ Elizabeth Buensuceso ໄດ້ຢ້ຳຄືນຄຳຕັດສິນຂອງສານຍຸຕິທຳ ປີ 2016, ຕາມນັ້ນແລ້ວ, ປະຕິເສດບັນດາຄຳຮຽກທວງສິດອະທິປະໄຕພຽງລຳພັງຝ່າຍດຽວຂອງ ຈີນ ຢູ່ ທະເລຕາເວັນອອກ. ທ່ານນາງ ເນັ້ນໜັ້ກວ່າ, ການປະກົດຕົວຢ່າງລຽນຕິດຂອງກ່ຳປັ່ນລຳຕ່າງໆຂອງ ຈີນ ຢູ່ອ້ອມຫາດດອນຫີນນັ້ນ ແມ່ນສາຍເຫດກໍ່ຄວາມເຄັ່ງຕຶງໃນພາກພື້ນ” ແລະ ຮຽກຮ້ອງໃຫ້ ປັກກິ່ງ ຖອນກ່ຳປັ່ນອອກຈາກເຂດດັ່ງກ່າວ.
        ໃນຂະນະນັ້ນ, ກຳລັງສະເພາະກິດກ່ຽວກັບ ທະເລຕາເວັນອອກຂອງ ຟີລິບປິນ ໃຫ້ຮູ້ວ່າ ກ່ຳປັ່ນ 4 ລຳຂອງກອງທັບເຮືອ ຟີລິບປິນ ສືບຕໍ່ຖືກຈັດສົ່ງໜູນຊ່ວຍກຳລັງຕຳຫຼວດທະເລ ແລະ ກ່ຳປັ່ນຫາປ່າຢູ່ບໍລິເວນຫາດ ບາເດົ່າ.
(ແຫຼ່ງຄັດຈາກ VOV)


top