ຂ່າວສານ

ຟິລິບປີນ: ລັດຖະບານຍົກເລີກຮອບເຈລະຈາຄັ້ງທີ 5 ກັບພວກກະບົດ

      ລັດຖະບານຟິລິບປີນ ປະກາດວ່າ, ຈະບໍ່ເຂົ້າຮ່ວມຮອບເຈລະຈາຄັ້ງທີ 5 ກັບກຸ່ມພວກກະບົດຝ່າຍຊ້າຍແນວໂຮມຊົນຊາດປະຊາທິປະໄຕຟິລິບປີນ (NDFP) ຄາດວ່າ ຈະຖືກດຳເນີນໃນທ້າຍອາທິດນີ້ຢູ່ໂຮນລັງ.

ທ່ານປະນາທິບໍດີ Rodrigo Duterte 
(ພາບປະກອບ: AFP/TTXVN) 
      ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 27 ພຶດສະພາ, ທີ່ປຶກສາຂອງປະທານາທິບໍດີຟິລິບປີນ ກ່ຽວກັບວິວັດທະນາການສັນຕິພາບ Jesus Dureza ຊີ້ແຈ້ງວ່າ ຜູ້ຕາງໜ້າລັດຖະບານຈະບໍ່ເຂົ້າຮ່ວມຮອບເຈລະຈາຄັ້ງທີ 5 ກັບ NDFP, ເປັນສາຂາການເມືອງຂອງພວກກະບົດຝ່າຍຊ້າຍ, ຮອດເວລາມີ “ສະພາບທີ່ຖືກຕ້ອງກັບກົດໝາຍ” ເພື່ອສືບຕໍ່ດຳເນີນບັນດາການເຈລະຈາເພື່ອແນໃສ່ຍຸດຕິການລຸກຮື້ຂຶ້ນທີ່ແກ່ຍາວກວ່າໝູ່ຢູ່ອາຊີນີ້. ຄັດສະເໜີບັນດາເຫດບຸກໂຈມຕີຂອງກຳລັງກອງທັບປະຊາຊົນໃໝ່ (NPA), ສາຂາປະກອບອາວຸດຂອງກຸ່ມພວກກະບົດຝ່າຍຊ້າຍ, ກໍຄືຄຳສັ່ງຫຼ້າສຸດຂອງກຸ່ມນີ້ ແມ່ນຮຽກຮ້ອງເພີ່ມທະວີບັນດາການບຸກໂຈມຕີ ໃນສະພາບທ່ານປະນາທິບໍດີ Rodrigo Duterte ຖະແຫຼງກົດໄອຍະການເລິກ ຢູ່ Mindanao, ທາງພາກໃຕ້ຟິລິບປີນ.
(ແຫຼ່ງຄັດຈາກ VOV)

top