ຂ່າວສານ

ຟິລິບປິນ ຖອນຕົວອອກຈາກ ສານ ICC ຢ່າງເປັນທາງການ

      ຟີລິບປີນ ຖອນຕົວອອກຈາກ ICC ຈະມີຜົນສັກສິດໃນວັນທີ 17 ມີນາ ເປັນຕົ້ນມາ.
        ວັນທີ 17 ມີນາ, ຟີລິບປິນ ໄດ້ຖອນຕົວອອກຈາກ ສານອາຍາສາກົນ (ICC) ຢ່າງເປັນທາງການ ແລະ ກາຍເປັນປະເທດທີ 2 ທີ່ຖອນຕົວອອກຈາກສານດັ່ງກ່າວ ຖັດຈາກ ບູຣູນດີ ເຊິ່ງເປັນສານປະຈໍາການ ສປຊ ເພື່ອສືບສວນບັນດາອາດຊະຍາກໍາດັບສູນເຊື້ອຊາດ, ມີໂທດກໍາຕ້ານຄືນມະນຸດ ແລະ ລະເມີດກົດໝາຍວ່າດ້ວຍມະນຸດສະທໍາສາກົນ. ຕາມກົດລະບຽບຂອງ ICC ແລ້ວ, ເລື່ອງຖອນຕົວອອກຈາກສານຈະມີຜົນສັກສິດພາຍຫຼັງ ຟີລິບປີນ ແຈ້ງໃຫ້ ສປຊ ຮັບຊາບ ກ່ຽວກັບການຕັດສິນດ່ັງກ່າວເປັນເວລາ 1 ປີ. ໂຄສົກຂອງ ສປຊ ໃຫ້ຮູ້ວ່າ ທ່ານ Eri Kaneko ໄດ້ແຈ້ງໃຫ້ບັນດາປະເທດທີ່ກ່ຽວຂ້ອງທັງໝົດ ຮັບຊາບວ່າ ເລື່ອງ ຟີລິບປີນ ຖອນຕົວອອກຈາກ ICC ຈະມີຜົນສັກສິດໃນວັນທີ 17 ມີນາ ເປັນຕົ້ນມາ.
        Manila ໄດ້ຍົກອອກຄໍາຕັດສິນດັ່ງກ່າວ ພາຍຫຼັງ ICC ເປີດການສືບສວນ ສໍາລັບບັ້ນຕ້ານຢາເສບຕິດຂອງທ່ານປະທານາທິບໍດີ ຟິລິບປີນ Rodrigo Duterte ໃນປີ 2018.
 (ແຫຼ່ງຄັດຈາກ VOV)


top