ຂ່າວສານ

ຟາມມ້າ ບ໊າເວິນ - ທົ່ງຫຍ້າຂຽວອຸ່ມທຸ່ມສະຫງົບສຸກ

ຟາມມ້າ ບ໊າເວິນ ແມ່ນຈຸດແວ່ຢາມໃນການທ່ອງທ່ຽວຢູ່ແຂວງ ຖາຍງວຽນ ເຊິ່ງແມ່ນແຂວງໂຮມເຂົ້າກັນລະຫວ່າງແຂວງ ບັກກ້ານ ແລະ ຖາຍງວຽນ. ໂດຍຫ່າງຈາກໃຈກາງແຂວງ ຖາຍງວຽນ ປະມານ 12 ກິໂລແມດ ຄ້າຍມ້າ ບ໊າເວິນ ແມ່ນສະຖານທີ່ຄົ້ນຄວ້າຂະຫຍາຍ ແລະ ເພາະພັນປະເພດມ້າໃຫຍ່ທີ່ສຸດຢູ່ ຫວຽດນາມ
ຟາມມ້າ ບ໊າເວິນ

ສູນຄົ້ນຄວ້າ ແລະ ພັດທະນາລ້ຽງສັດເຂດພູດອຍ ຫຼື ເອີ້ນວ່າ ຟາມມ້າ ບ້າເວິນ ຂຶ້ນກັບຕາແສງ ບິ່ງເຊີນ ນະຄອນ ຊົງກົງ ໄດ້ປາກົດຂຶ້ນປຽບເໝືອນເຂດທົ່ງພຽງຮັດແຄບ. ເສັ້ນທາງຈາກປະຕູໂຂງເຂົ້າໃຈກາງ, ມີດອກໄມ້ສອງແຖວພວມເອ້ຄວາມງາມຫຼາກຫຼາຍສີສັນ. ທັດຊະນີຍະພາບເຂດທົ່ງຫຍ້າທີ່ກວ້າງໃຫຍ່ໄພສານຢູ່ແຄມແມ່ນ້ຳ ກົງ ທີ່ສວຍງາມດ້ວຍຝຸງມ້າພວມກິນຫຍ້າ ຫຼື ແລ່ນແຂ່ງກັນ ໄດ້ພາໃຫ້ແຂກທ່ອງທ່ຽວເມື່ອມາຢາມແຫ່ງນີ້ມີຄວາມຮູ້ສຶກຄືພວມຢືນຢູ່ທ່າມກາງເຂດທົ່ງຫຍ້າຢູ ມົງໂກນ.

ຟາມມ້າກໍ່ຖືກຈັດແບ່ງເປັນຫຼາຍເຂດ ແຕ່ລະເຂດກໍ່ມີມ້າປະເພດໜຶ່ງທີ່ແຕກຕ່າງກັນ. ໃນນັ້ນມ້າທີ່ມີຄ່າຫາຍາກ ແມ່ນປະເພດມ້າແຂ່ງ ແລະ ມ້າຂາວ.

 “ສູນແຫ່ງນີ້ມີປະເພດມ້າ ກາບາລິນ ຫຼື ເອີ້ນວ່າມ້າ ລັດເຊຍ ສຳລັບມ້າໂຕຜູ້ເມື່ອເຕີບໃຫຍ່ກໍ່ອາດຈະມີນ້ຳໜັກ 450 ກິໂລກາມ ທັດມາແມ່ນມ້າປະສົມພັນຮັບໃຊ້ດ້ານກິລາ ແລະ ທ່ອງທ່ຽວ. ຕໍ່ມາແມ່ນມ້າຂາວ ແລະ ມ້າ ຫວຽດນາມ, ມ້າສີຕ່າງໆ. ສຸດທ້າຍແມ່ນມ້ານ້ອຍ”.

 ມ້າຂອງສູນແຫ່ງນີ້ ສ່ວນຫຼາຍຖືກມອບໃຫ້ກອງທັບ ແລະ ປະຊາຊົນບັນດາແຂວງເຂດພູດອຍທາງພາກເໜືອໃຊ້ເປັນຍານພາຫະນະລາດຕະເວນ, ລາກແກ່ ແລະ ຮັບໃຊ້ການແຂ່ງມ້າໃນງານບຸນຂອງບັນດາເຜົ່າໃນແຂວງຄື ຮ່າຢາງ, ກາວບັງ, ລ່າວກາຍເກົ່າ. ຈຸດທີ່ພົ້ນເດັ່ນທີ່ສຸດຢູ່ຟາມມ້າ ບ໊າເວິນ ກໍ່ແມ່ນຝຸງມ້າຖືກປ່ອຍຕາມທົ່ງຫຍ້າທີ່ກວ້າງໃຫຍ່ໄພສານ ປະມານແຕ່ 10 ຊົ່ວໂມງ ຫາ 15 ຊົ່ວໂມງຕໍ່ວັນ. 

    ນາງ ຫງວຽນທິລານ ສັງກັດສູນຄົ້ນຄວ້າ ແລະ ພັດທະນາການລ້ຽງສັດເຂດພູດ້ວຍ ໃຫ້ຮູ້ວ່າ:

“ເພື່ອຈະຮູ້ວິທີຂີ່ມ້າກໍ່ຕ້ອງຮຽນຢ່າງເປັນລະບົບ. ແຂກທ່ອງທ່ຽວຫຼາຍຄົນເມື່ອມານີ້ກໍ່ໄດ້ເຂົ້າຮ່ວມຊຸດຮຽນຝຶກແອບ ແລະ ໄດ້ຮູ້ວິທີຂີ່ມ້າ. ຕ້ອງການຮຽນໃນຮອບເວລາສອງເດືອນ ກໍ່ສາມາດຂີ່ມ້າໄດ້”.

ຟາມມ້າ ບ໊າເວິນ ຍັງແມ່ນແຫ່ງເພື່ອໃຫ້ບັນດານັກຄົ້ນຄວ້ານັກຮຽນນັກສຶກສາມາຄົ້ນຫາ ຮ່ຳຮຽນ ແລະ ຝຶກແອບຕົວຈິງ. ທ່ານ ຕະວັນເກິ່ນ ຮອງຫົວໜ້າສູນຄົ້ນຄວ້າ ແລະ ພັດທະນາການລ້ຽງສັດເຂດພູດອຍແບ່ງປັນວ່າ:

“ປີ 2019 ທາງສູນໄດ້ມອບໜ້າທີ່ສ້າງ ແລະ ສຶກສາຮູບແບບຄົ້ນຫາໃຫ້ນັກຮຽນນັກສຶກສາທັງຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນຟາມມ້າໃຫຍ່ທີ່ສຸດ ແລະ ແມ່ນຟາມມ້າລວມສູນຂອງ ຫວຽດນາມ ກໍ່ຄືຂອງພາກພື້ນອາຊີຕາເວັນອອກສຽງໃຕ້. ຢູ່ທີ່ນີ້,ພວກຂ້າພະເຈົ້າມີທົ່ງຫຍ້າທີ່ກວ້າງໃຫຍ່ ເພື່ອຮັບໃຊ້ຝຸງມ້າ”.

ເພື່ອຊຸກຍູ້ ແລະ ຂະຫຍາຍລາຍການທ່ອງທ່ຽວຕິດພັນກັບບັນດາສະຖານທີ່ປະທັບໃຈຄື ຟາມມ້າ ບ໊າເວິນ ຢູ່ແຂວງ ຖາຍງວຽນ ໃນໄລຍະທີ່ຈະມາເຖິງ, ທ່ານ ຫງວຽນແທັງລວນ ຫົວໜ້າສູນຖະແຫຼງຂ່າວສົ່ງເສີມການທ່ອງທ່ຽວແຂວງ ຖາຍງວຽນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ຂະຫຍາຍບັນດາລາຍການທ່ອງທ່ຽວ, ບັນດາສະຖານທີ່ໃໝ່ ແລະ ພິເສດແມ່ນຜະລິດຕະພັນທ່ອງທ່ຽວເພື່ອພັດທະນາໃຫ້ຂະແໜງທ່ອງທ່ຽວແຂວງ ຖາຍງວຽນ ເພື່ອດຶງດູດແຂກທ່ອງທ່ຽວມາຢາມແຂວງ ຖາຍງວຽນ ແນໃສ່ສ້າງຜະລິດຕະພັນໃໝ່ຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາຢາມແຂວງ ຖາຍງວຽນ”.

ຟາມມ້າ ບ໊າເວິນ ບໍ່ພຽງແຕ່ແມ່ນແຫ່ງອະນຸລັກ ແລະ ຂະຫຍາຍບັນປະເພດມ້າທີ່ຄ່າຫາຍາກເທົ່ານັ້ນ ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ປະທັບໃຈສຳລັບບໍ່ວ່າຜູ້ໃດຢາກຄົ້ນຫາທຳມະຊາດ ການດຳລົງຊີວິດຢູ່ເຂດຊົນນະບົດ ແລະເຊື່ອມຈອດວົງຄະນາຍາດ.


top