ຂ່າວສານ

ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ແຂວງ ອານຢາງ ຕ້ອນຮັບບຸນເຕັດ Roya Haji ຢ່າງຄຶກຄື້ນມ່ວນຊື່ນ

ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມກວ່າ 17.000 ຄົນ ທີີ່ຖືສາສະໜາອິດສະລາມ ຢູ່ແຂວງ ອານຢາງຂອງຫວຽດນາມ ພວມຂໍ່ານັບຮັບຕ້ອນງານບຸນ Roya Haji ດ້ວຍຄວາມຄຶກຄື້ນມ່ວນຊື່ນ.

ງານບຸນ Roya Haji ຂອງ ຊາວເຜົ່່າຂະແມ ອິດສະລາມຢູ່ແຂວງ ອານຢາງ ຖືກດໍາເນີນເປັນເວລາ 03 ວັນ, ເຊິ່ງເລີ່ມແຕ່ວັນທີ 10 – 12 ຕາມປະຕິທິນຂອງຊາວມຸດສະລິມ (ພາບ: TTXVN)

ໃນຊຸມວັນແຕ່ 9 – 11/08, ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມກວ່າ 17.000 ຄົນ ທີີ່ຖືສາສະໜາອິດສະລາມ ຢູ່ແຂວງ ອານຢາງຂອງຫວຽດນາມ ພວມຂໍ່ານັບຮັບຕ້ອນງານບຸນ Roya Haji ດ້ວຍຄວາມຄຶກຄື້ນມ່ວນຊື່ນ. ນີ້ແມ່ນໜຶ່ງໃນສອງງານບຸນທີ່ສໍາຄັນທີ່ສຸດຂອງຊາວມຸດສະລິມ ຢູ່ແຂວງອານຢາງ ແລະ ມີຄວາມໝາຍ ເໝືອນດັ່ງບຸນເຕັດທີ່ເປັນປະເພນີ. ທ່ານ Haji Jacky, ຫົວໜ້າຄະນະຜູ້ຕາງໜ້າປະຊາຄົມອິດສະລາມ ແຂວງ ອານຢາງ ໃຫ້ຮູ້ວ່າ ງານບຸນ Roya Haji ຂອງ ຊາວເຜົ່່າຂະແມ ອິດສະລາມຢູ່ແຂວງ ອານຢາງ ຖືກດໍາເນີນເປັນເວລາ 03 ວັນ, ເຊິ່ງເລີ່ມແຕ່ວັນທີ 10 – 12 ຕາມປະຕິທິນຂອງຊາວມຸດສະລິມ.

        ຕາມທ່ານ Haji Jacky ແລ້ວ, ປີນີ້ເປັນປີທໍາອິດ ແຂວງ ອານຢາງ ໄດ້ຈັດຕັ້ງການພົບປະສັງສັນຜູ້ມີຍົກສັກຕໍາແໜ່ງທາງດ້ານສາສະໜາ, ຜູ້ມີຄວາມໄວ້ວາງໃຈ, ປັນຍາຊົນທີ່ດີເດັ່ນໃນວົງຄະນະຍາດຊາວເຜົ່າຂະແມໃນບໍລິເວນແຂວງ ອານຢາງ; ພ້ອມທັງຈັດຕັ້ງການຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວຊາວເຜົ່າຂະແມທີ່ປະສົບກັບຄວາມຫຍຸ້ງຍາກ.  ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ອໍານາດການປົກຄອງຂັ້ນຕ່າງໆຂອງແຂວງ ອານຢາງ ທີ່ສະຫງວນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍເວົ້າລວມ ແລະ ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມເວົ້າສະເພາະ.  ດ້ວຍທິດນໍາທີ່ວ່າ “ສ້າງການດໍາລົງຊີວິດ ແລະ ສາສະນາໃຫ້ດີງາມ”, ວົງຄະນະຍາດຊາວເຜົ່າຂະແມ ແຂວງ ອານຢາງ ຍາມໃດກໍໂຄສະນາ, ຂົນຂວາຍພໍ່ແມ່ພີ່ນ້ອງ ເສີມຂະຫຍາຍນໍ້າໃຈຮັກຊາດ, ສາມັກຄີ, ຜູກພັນກັນ ແລະ ຮ່ວມເດີນທາງພ້ອມກັບປະເທດຊາດ.

(ແຫຼ່ງຄັດຈາກ VOV)


top