ຂ່າວສານ

ພ້ອມແລ້ວທີ່ຈະເຈລະຈາເພື່ອຮັດແຄບຄວາມແຕກຕ່າງກ່ຽວກັບສິດທິມະນຸດ

ວັນທີ 20 ມີນາ ຜ່ານມາ, ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານສິດທິມະນຸດປະຈຳປີ 2022 ໂດຍຖືວ່າ: “ບາງປະເທດຢູ່ ອາຊີ, ໃນນັ້ນ ມີ ຫວຽດນາມ ໄດ້ລະເມີດສິດທິມະນຸດໂດຍມີລະບົບ”. ການຕີລາຄານີ້ ແມ່ນເບິ່ງແຕ່ລຳພັງຝ່າຍດຽວ, ບໍ່ມີຂໍ້ອ້າງອີງ, ສ່ອງແສງບໍ່ຖືກກັບຄວາມເປັນຈິງ ແລະທາດແທ້ຂອງບັນຫາສິດທິມະນຸດຢູ່ຫວຽດນາມ. ໃນຂອບເຂດການພົວພັນອັນດີງາມລະຫວ່າງສອງປະເທດ, ຫວຽດນາມພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ເພື່ອຮັດແຄບຄວາມແຕກຕ່າງໃນການຮັບຮູ້ບັນຫາສິດທິມະນຸດ ຢູ່ ຫວຽດນາມ.

ບັນດາຂໍ້ມູນໃນບົດລາຍງານສິດທິມະນຸດປະຈຳປີ 2022 ຂອງກະຊວງ

ພາບປະກອບ: tuyengiao.vn

ການຕ່າງປະເທດ ອາເມລິກາ ແມ່ນຖືກຜົນສະທ້ອນຈາກທັດສະນະ, ຄຳເຫັນຂອງສ່ວນບຸກຄົນ, ໂດຍບໍ່ອີງໃສ່ເຫດການ, ຖານຂໍ້ມູນ ແລະ ພະຍານຫລັກຖານພາວະວິໄສ, ວິທະຍາສາດ, ມີລັກສະນະສັງລວມ.ບົດລາຍງານໄດ້ເຕື້ອງເຖິງພຽງບາງຄົນ, ແຕ່ໃນຄວາມເປັນຈິງແມ່ນບັນດາເປົ້າໝາຍຕ້ານທຳລາຍ, ສວຍໃຊ້ “ຮູບພາບປະຊາທິປະໄຕ”, “ສິດທິມະນຸດ” ເພື່ອຕ້ານທຳລາຍປະເທດຊາດ, ລ່ວງລ້ຳຄວາມສະຫງົບປອດໄພແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງຫວຽດນາມ ຈາກນັ້ນກໍຖືວ່າ ຫວຽດນາມໄດ້ດຳເນີນບັນດາການເຄື່ອນໄຫວກັກຕົວຕາມອຳເພີໃຈ ພິພາກສາຢ່າງບໍ່ຍຸຕິທຳ, ປາບປາມແບບຂ້າມຊາດ, ແຊກແຊງເຂົ້າສິດທິສ່ວນຕົວຢ່າງຜິດກົດໝາຍ, ບໍ່ເຄົາລົບບັນດາສິດເສລີໃນການປາກເວົ້າ, ຂາດຄວາມເສລີທາງເຄືອຂ່າຍອິນເຕີເນັດ…

ການຕີລາຄາກ່ຽວກັບສິດທິມະນຸດ ຢູ່ ຫວຽດນາມຄວນມີຄວາມພາວະວິໄສ, ຖືກກັບຄວາມຈິງ ແລະຊັດເຈນ

ສິ່ງທີ່ບົດລາຍງານສິດທິມະນຸດປະຈຳປີ 2022 ເຕື້ອງເຖິງໄດ້ຊີ້ໃຫ້ເຫັນວ່າ ເກືອບຄືວ່າ ບັນດາຄຸນຄ່າປະຊາທິປະໄຕ, ສິດທິມະນຸດ  ຊື່ງກະຊວງການຕ່າງປະເທດ ອາເມລິກາ ມຸ່ງໄປເຖິງແມ່ນພຽງແຕ່ເພື່ອຮັບໃຊ້ບາງບຸກຄົນໃນສັງຄົມ.ເປັນທີ່ຈະແຈ້ງແລ້ວວ່າ ນັ້ນແມ່ນການຕີລາຄາຢ່າງຜິດເຂວກ່ຽວກັບທາດແທ້ຂອງບັນຫາສິດທິມະນຸດຢູ່ ຫວຽດນາມ.

ຕາມບັນດາຜູ້ຊ່ຽວຊານ, ເພື່ອຕີລາຄາສະພາບການສິດທິມະນຸດຢູ່ ຫວຽດນາມ ຢ່າງພາວະວິໄສ, ຖືກກັບຄວາມຈິງ ແລະຊັດເຈນ, ກະຊວງການຕ່າງປະເທດ ອາເມລິກາ ຄວນອີງໃສ່ຂ່າວຄາວ ແລະຖານຂໍ້ມູນໂດຍມີຕົ້ນກຳເນີດທີ່ເປັນຫນ້າເຊື່ອຖື ແລະ ມີລັກສະນະສັງເຂບ. ປະຈຸບັນ ເມື່ອຍັງບໍ່ທັນມີມາດຖານລະອຽດ, ຈະແຈ້ງໃດໆເພື່ອຕີລາຄາສະພາບການສິດທິມະນຸດຢູ່ທຸກປະເທດ, ກະຊວງການຕ່າງປະເທດ ອາເມລິກາ ບໍ່ຄວນຍົກອອກທັດສະນະ, ຂໍ້ມູນສະເພາະ ຕາມອຳເພີໃຈແລະ ດ້ວຍແຫລ່ງຂ່າວທີ່ບໍ່ຊັດເຈນເພື່ອຕີລາຄາສະພາບການສິດທິມະນຸດຂອງບັນດາປະເທດ, ໃນນັ້ນມີ ຫວຽດນາມ. ກ່ຽວກັບບັນຫານີ້ ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມຊີ້ແຈ້ງວ່າ:

“ ຫວຽດນາມຮູ້ສຶກເປັນຫນ້າເສຍດາຍ ຍ້ອນບົດລາຍງານປະຈຳປີ 2022 ຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກອອກມາບາງຂໍ້ສັງເກດທີ່ຂາດພາວະວິໄສ ໂດຍອີງໃສ່ຂໍ້ມູນບໍ່ຊັດເຈນກ່ຽວກັບສະພາບການຕົວຈິງ ຢູ່ ຫວຽດນາມ. ຍາມໃດ ຫວຽດນາມກໍ່ ພ້ອມແລ້ວທີ່ຈະແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ, ບົນຈິດໃຈສ້າງສັນກັບ ອາເມລິກາ ກ່ຽວກັບບັນດາບັນຫາຍັງມີຄວາມແຕກຕ່າງເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ”

ໃນຕົວຈິງ ນະໂຍບາຍສະເຫມີຕົ້ນສະເຫມີປາຍ ຂອງຫວຽດນາມ ແມ່ນປົກປ້ອງ ແລະຊຸກຍູ້ສິດທິມະນຸດ. ກ່ຽວກັບດ້ານນິຕິກຳ, ມາດຕາ 3 ໃນລັດຖະທຳມະນູນ 2013 ໄດ້ກຳນົດວ່າ: “ລັດ ຮັບປະກັນ ແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ;ຮັບຮູ້, ເຄົາລົບ, ປົກປ້ອງ ແລະຮັບປະກັນສິດທິມະນຸດ, ສິດພົນລະເມືອງ; ປະຕິບັດເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ທຸກຄົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ, ເສລີພາບ, ມີຄວາມຜາສຸກ, ມີເງື່ອນໄຂພັດທະນາຮອບດ້ານ”

ບົນພື້ນຖານລັດຖະທຳມະນູນ, ຫວຽດນາມ ໄດ້ຍົກອອກກົດໝາຍໃຫມ່ຫລາຍສະບັບ ເພື່ອປົກປ້ອງ ແລະຊຸກຍູ້ສິດທິມະນຸດ. ໃນພຶດຕິກຳຕົວຈິງ, ເຖິງວ່າ ຊີວິດສັງຄົມຍັງປະສົບກັບຄວາມຫຍຸ້ງຍາກຢູ່ ແຕ່ ຍາມໃດ ພັກ, ລັດ ຫວຽດນາມເຄົາລົບ ສິດທິມະນຸດ ແລະ ຮັບປະກັນຢ່າງເໝາະສົມກັບສະພາບການຂອງປະເທດຊາດ. ດ້ວຍຈິດໃຈ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ຫວຽດນາມ ໄດ້ເສີມຂະຫຍາຍກຳລັງແຮງຂອງທົ່ວລະບົບການເມືອງ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາມະນຸດ ຢ່າງຖືກຕ້ອງຕາມບັນດາຄຳໝັ້ນສັນຍາສາກົນ. ໝາກຜົນກ່ຽວກັບການຮັບປະກັນສິດທິມະນຸດຂອງ ຫວຽດນາມ ກໍ່ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກສາກົນ.

ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາກ່ຽວກັບຄວາມແຕກຕ່າງໃນບັນຫາສິດທິມະນຸດ

ພາຍຫລັງສ້າງການພົວພັນທາງການທູດລະຫວ່າງສອງປະເທດເປັນປົກກະຕິ, ແຕ່ປີ 1995 ມາຮອດປະຈຸບັນ ຫວຽດນາມ ແລະ ອາເມລິກາ ໄດ້ຍູ້ແຮງການຮ່ວມມືສອງຝ່າຍ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະກັນ. ປະຈຸບັນ ການພົວພັນສອງຝ່າຍລະຫວ່າງສອງປະເທດໄດ້ພັດທະນາຢ່າງຮອບດ້ານໃນຫລາຍຂົງເຂດ. ພັກ, ລັດ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະເຈລະຈາ, ແລກປ່ຽນຢ່າງກົງໄປກົງມາ ແລະ ເປີດເຜີຍບົນຈິດໃຈສ້າງສັນກັບ ອາເມລິກາ ກ່ຽວກັບບັນດາບັນຫາຍັງມີຄວາມແຕກຕ່າງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ. ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ:

 “ພາຍຫລັງ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນ ຫວຽດນາມ ແລະ ອາເມລິກາ ໄດ້ພັດທະນາຢ່າງເລີກກວ້າງ ມີປະສິດທິຜົນ ແລະ ແທດຈິງ ໃນຊ່ອງທາງສອງຝ່າຍ, ພາກພື້ນ ແລະ ສາກົນ. ສອງປະເທດ ໄດ້ຮັກສາການພົບປະ, ເຈລະຈາ, ແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ, ທຸກຂະແຫນງການ ແລະ ເປັນຕົ້ນແມ່ນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ. ບົນພື້ນຖານພັດທະນາຄືປະຈຸບັນ, ພວກຂ້າພະເຈົ້າປາດຖະຫນາຢາກ ແລະພ້ອມແລ້ວທີ່ຈະຮ່ວມມືກັບອຳນດາການປົກຄອງ ປະທານາທິບໍດີ Joe Biden ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຍືນຍົງ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນ ກໍ່ຄືໃນໂລກ”

ຫນຶ່ງໃນບັນດາຮົ້ວກີດຂວາງຕົ້ນຕໍໃນການພົວພັນ ລະຫວ່າງ ຫວຽດນາມແລະ ອາເມລິກາ ແມ່ນບັນດາຄວາມແຕກຕ່າງ ເມື່ອຕີລາຄາບັນດາບັນຫາສິດທິມະນຸດ, ປະຊາທິປະໄຕ, ຊົນເຜົ່າ, ສາດສະດາ.. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ, ສອງປະເທດ ໄດ້ມາພະຍາຍາມຮ່ວມມື ແລະ ແກ້ໄຂບັນດາຮົ້ວກີດຂວາງນີ້ ດ້ວຍວິທີເພີ່ມທະວີການເຈລະຈາ ແລະ ແລກປ່ຽນຂໍ້ມູນ. ຜ່ານຜ່າຮົ້ວກີດຂວາງກ່ຽວກັບທັດສະນະແຕກຕ່າງຕໍ່ບັນຫາສິດທິມະນຸດ ບົນຈິດໃຈສະເຫມີພາບ ແລະການຮ່ວມມື ເພື່ອສືບຕໍ່ເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ ແມ່ນສິ່ງທີ່ສອງປະເທດຍາມໃດກໍ່ມຸ່ງໄປເຖິງ. ສະນັ້ນ ເລື່ອງແກ້ໄຂການຕີລາຄາບັນຫາສິດທິມະນຸດຂອງຫວຽດນາມ  ຕາມແງ່ດຽວ, ບໍ່ຊັດເຈນ ໃນບົດລາຍງານສິດທິມະນຸດປະຈຳປີ ແມ່ນເລື່ອງທີ່ ກະຊວງການຕ່າງປະເທດ ອາເມລິກາ ຄວນເຮັດ, ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມໃຫມ່ ເພື່ອລົບລ້າງ, ຮັດແຄບຮົ້ວກີດຂວາງ, ນຳການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາແບບຍືນຍົງໃນອະນາຄົດ.


top