ຂ່າວສານ

ພ້ອມແລ້ວທີ່ຈະຮັບມືກັບໂລກລະບາດໂຄວິດ - 19 ໃນວົງກວ້າງ

      ຫ້ອງວ່າການລັດຖະບານຫາກໍອອກແຈ້ງການກ່ຽວກັບບົດສະຫຼຸບຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ທີ່ການປະຊຸມກັບ 5 ນະຄອນໃຫຍ່ ຂຶ້ນກັບສູນກາງ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.
            ແຈ້ງການສະບັບດັ່ງກ່າວຊີ້ແຈ້ງວ່າ ໄລ່ມາຮອດປັດຈຸບັນ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຮັບການຜັນຂະຫຍາຍໃນວົງກວ້າງ ແລະ ຂ້ຽວຂາດໃນທົ່ວປະເທດ ແລະ ບັນລຸໄດ້ໝາກຜົນສໍາຄັນໃນເບື້ອງຕົ້ນ.
 
      ທົ່ວປະເທດໄດ້ກ້າວເຂົ້າສູ່ໄລຍະຍອດສູງຂອງການແຜ່ລະບາດ, ມີຄວາມໝາຍຕັດສິນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. ນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຂະແໜງການຂັ້ນຕ່າງໆໃນທົ່ວປະເທດ ໂດຍສະເພາະແມ່ນ 5 ນະຄອນໃຫຍ່ຂຶ້ນກັບສູນກາງ ຈົ່ງສຸມໃສ່ຢ່າງສຸດຂີດ ແລະ ໄວກວ່ານີ້ອີກ, ຍາດແຍ່ງແຕ່ລະຊົ່ວໂມງ, ແຕ່ລະນາທີ ເພື່ອປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກ; ພ້ອມທັງຕັ້ງໜ້າກະກຽມທຸກເງື່ອນໄຂ ນັບທັງທາງດ້ານຊັບພະຍາກອນມະນຸດ ຕະຫຼອດຮອດທາງດ້ານວັດຖຸ, ກຽມພ້ອມຮັບມືກັບໂລກລະບາດໃນວົງກວ້າງ; ຄວບຄຸມ ແລະ ສະກັດກັ້ນຜູ້ທີ່ກັບມາຈາກເຂດເກີດໂລກລະບາດຢ່າງເຄັ່ງຄັດ; ກຽມພ້ອມໃຫ້ການໜູນຊ່ວຍ ແລະ ລໍາລຽງໃຫ້ແກ່ທ້ອງຖິ່ນຕ່າງໆທີ່ຮັບມືເກີນຂອບເຂດ ເມື່ອມີຄວາມຮຽກຮ້ອງຕ້ອງການ.
 (ແຫຼ່ງຄັດຈາກ VOV)
 
 


top