ຂ່າວສານ

ພົວພັນແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ຈີນ

      ເພື່ອປະຕິບັດຂໍ້ຕົກລົງລະຫວ່າງການນຳກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຈີນ, ແຕ່ວັນທີ 23 – 25 ກັນຍາ, ຢູ່ແຂວງ ລາຍເຈົາ (ຫວຽດນາມ) ແລະ ແຂວງ ຢວນໜານ (ຈີນ)

ພົວພັນແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ຈີນ
      ໄດ້ດຳເນີນບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ປີ 2017. ວັນທີ 23 ກັນຍາ, ທີ່ນະຄອນ ລາຍເຈົາ ແຂວງ ລາຍເຈົາ, ຄະນະຜູ້ແທນກອງທັບ 2 ປະເທດໄດ້ຈັດຕັ້ງການໂອ້ລົມສົນທະນາພົວພັນແລກປ່ຽນ ແລະ ຝຶກຊ້ອມປະສົມຕ້ານອາດຊະຍາກຳຂ້າມຊາດລະຫວ່າງທະຫານປ້ອງກັນຊາຍແດນແຂວງ ລາຍເຈົາ ກັບທະຫານປ້ອງກັນຊາຍແດນເຂດ ເໝີງຈື (ຈີນ).
 (ແຫຼ່ງຄັດຈາກ VOV)

top