ຂ່າວສານ

ພົບ​ປະ​ແລກ​ປ່ຽນ​ລະ​ຫວ່ງ​ນັກ​ຮົບ​ເກົ່າ ນະ​ຄອນ​ໂຮ່​ຈີ​ມິນ ກັບ​ນັກ​ສຶກ​ສາ ລາວ, ກຳ​ປູ​ເຈຍ

ໃນຂອບເຂດລາຍການ, ບັນດານັກສຶກສາລາວ, ກຳປູເຈຍ ແລະ ຄອບຄົວອຸປະຖຳໄດ້ພ້ອມກັນຖະຫວາຍທູບທຽນອາໄລຍຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຫໍບູຊາ ເບັ້ນເຢືອກ (ເມືອງກູຈີ), ເຂົ້າຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ ອູໂມງກູຈີ, ຊອກຮູ້ກ່ຽວກັບໄລຍະຕໍ່ສູ້ຕ້ານຈັກກະພັກ ອາເມລິກາ, ກູ້ຊາດຂອງຊາດຫວຽດນາມ...

ຜູ້ແທນພ້ອມກັບນັກສຶກສາ ໄປຢ້ຽມຊົມຢູ່ເຂດອູໂມງ ກູຈີ (ພາບ: TTXVN)

ວັນທີ 29 ຕຸລາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ອູໂມງ ກູ໋ຈີ (ເມືອງ ກູຈີ, ນະຄອນໂຮ່ຈີມິນ), ກອງບັນຊາການ ແລະ ສະມາຄົມນັກຮົບເກົ່ານະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບ “ນັກຮົບເກົ່ານະຄອນໂຮ່ຈີມິນ ແລະ ນັກຮົບກອງພັນ ຢາດິງ ກັບນັກສຶກສາລາວ, ກຳປູເຈຍ” ປີ 2022. ເຂົ້າຮ່ວມ ລາຍການມີ ນັກສຶກສາລາວ, ກຳປູເຈຍ 47 ຄົນ ທີ່ພວມຮ່ຳຮຽນ ຢູ່ບໍລິເວນນະຄອນໂຮ່ຈີມິນ ພ້ອມກັບ 35 ຄອບຄົວ ຫວຽດນາມທີ່ເປັນຜູ້ອຸປະຖຳ ໃຫ້ແກ່ບັນດານັກສຶກສາ.

ໃນຂອບເຂດລາຍການ, ບັນດານັກສຶກສາລາວ, ກຳປູເຈຍ ແລະ ຄອບຄົວອຸປະຖຳໄດ້ພ້ອມກັນຖະຫວາຍທູບທຽນອາໄລຍຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຫໍບູຊາ ເບັ້ນເຢືອກ (ເມືອງກູຈີ), ເຂົ້າຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ ອູໂມງກູຈີ, ຊອກຮູ້ກ່ຽວກັບໄລຍະຕໍ່ສູ້ຕ້ານຈັກກະພັກ ອາເມລິກາ, ກູ້ຊາດຂອງຊາດຫວຽດນາມ... ໄປຄຽງຄູ່ກັນນັ້ນ, ບັນດານັກສຶກສາຍັງໄດ້ພົບປະແລກປ່ຽນກັບບັນດານົກຮົບເກົ່າ. ຜ່ານນັ້ນ, ນັກສຶກສາລາວ ແລະ ກຳປູເຈຍ ເຂົ້າໃຈໄດ້ແຈ້ງກ່ວາກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ປະຫວັດສາ, ມູນເຊື້ອຂອງຫວຽດນາມ ແລະ ນະຄອນໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

top