ຂ່າວສານ

ພົບ​ປະ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ການ​ທູດ ແລະ ສື່ມວນ​ຊົນ​ຕ່າງ​ປະ​ເທດ​ປະ​ຈຳ​ຢູ່ ຫວຽດ​ນາມ

ວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຈັດພິທີພົບປະແລກປ່ຽນປະຈຳປີກັບທີ່ປຶກສາດ້ານສື່ມວນຊົນ ແລະ ນັກຂ່າວຕ່າງປະເທດ ປະຈຳ ຢູ່ ຫວຽດນາມ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບບັນດານັກຂ່າວຕ່າງປະເທດປະຈຳ ຫວຽດນາມ

ເມື່ອກ່າວຄຳເຫັນໃນການພົບປະ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2025 ແມ່ນປີທີ່ ຫວຽດນາມ ບັນລຸໄດ້ຫຼາຍຜົນງານກ່ຽວກັບວຽກງານພົວພັນຕ່າງປະເທດ, ຜ່ານນັ້ນ ຢັ້ງຢືນໄດ້ບົດບາດຂອງຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ. ບັນດາຜົນງານນີ້ ໄດ້ແຜ່ກະຈາຍຢ່າງກວ້າງຂວາງອອກສູ່ໂລກ ຍ້ອນມີການຮ່ວມເດີນທາງຂອງສື່ມວນຊົນສາກົນ.

        ເມື່ອຢັ້ງຢືນຄຳໝັ້ນສັນຍາສ້າງເງື່ອນໄຂໃຫ້ການເຄື່ອນໄຫວສື່ມວນຊົນຕ່າງປະເທດ, ທ່ານຮອງລັດຖະມົນຕີໃຫ້ຮູ້ວ່າ ດຳລັດສະບັບເລກທີ 219 ທີ່ໄດ້ຮັບການປະກາດໃຊ້ໃນປີນີ້ ໄດ້ຍົກເວັ້ນໃບອະນຸຍາດອອກແຮງງານສຳລັບນັກຂ່າວມາປະຈຳການ, ພ້ອມທັງປົວແປງລະບຽບການວິຊາ ແລະ ພັກເຊົ່າຢ່າງເປັນທາງການ.


top