ຂ່າວສານ

ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຊິ່ງເປັນ​ ​ນາຍຄູ ຫວຽດ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 37 ປີແຫ່ງວັນຄູ ຫວຽດນາມ 20 ພະຈິກ, ວັນທີ 19 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງ ສະພາແຫ່ງຊາດ ໄດ້ຈັດຕັ້ງການພົບປະລະຫວ່າງ ສະມາຊິກສະພາແຫ່ງຊາດທີ່ເປັນ ນາຍຄູ, ອະດີດຄູ, ພະນັກງານຄຸ້ມຄອງ ການສຶກສາ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງປະທານສະພາແຫ່ງຊາດ ມອບຊໍ່ດອກໄມ້ອວຍພອນວັນຄູຫວຽດນາມ 

ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຖືວ່າ: ໃນຊຸມປີທີ່ຜ່ານມາ, ເປັນຕົ້ນແມ່ນປີ 2019 - ປີສຸດທ້າຍແຫ່ງການປະຕິບັດ “ຍຸດທະສາດພັດທະນາການສຶກສາ 2011 – 2020”, ພາລະກິດ ການສຶກສາ - ບຳລຸງສ້າງ ຫວຽດນາມມີການຫັນປ່ຽນຢ່າງຕັ້ງໜ້າ, ບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຊື່ນຊົມ. ທ່ານນາງກ່າວວ່າ:

ດ້ວຍມູນເຊື້ອອັນລ້ຳຄ່າຂອງຊາດ ແມ່ນ ມັກຮ່ຳມັກຮຽນ, ເຄົາລົບນັບຖືສະແດງຄວາມຮູ້ບຸນຄຸນຕໍ່ອາຈານ .ດ້ວຍຄວາມມານະພະຍາຍາມ, ຕັດສິນໃຈສຸ້ຊົນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງຂະແໜງການສຶກສາ - ບຳລຸງສ້າງທັງໝົດ, ພິເສດແມ່ນບັນດາຄູອາຈານຈະເສີມຂະຫຍາຍຄຸນສົມບັດອັນລ້ຳຄ່າ, ຍາມໃດກໍ່ຕັ້ງໜ້າ, ມີຄວາມເປັນເຈົ້າການ ແລະ ປະດິດຄິດສ້າງ ຜ່ານຜ່າຂໍ້ຫຍຸ້ງຍາກເພື່ອນຳພື້ນຖານສຶກສາຂອງປະເທດຊາດພັດທະນາທຽບເທົ່າກັບພື້ນຖານການສຶກສາທີ່ກ້າວໜ້າໃນພາກພື້ນ ແລະ ໂລກຜ່ານເທື່ອລະກ້າວ, ປະກອບສ່ວນເຂົ້າການສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາແບບຍືນຍົງຂອງປະເທດຊາດໃນໄລຍະໃໝ່.

        ທ່ານນາງປະທານສະພາແຫ່ງຊາດໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງສຳລັບຄູ່, ອາຈານ, ພະນັກງານຄຸ້ມຄອງ, ຜູ້ອອກແຮງງານໃນຂົງເຂດການສຶກສາ - ບຳລຸງສ້າງຫຼາຍລຸ້ນຄົນ, ອວຍພອນບັນດານາຍຄູຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຝາສຸກ ແລະ ບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສິດສອນນັກຮຽນຂອງຕົນ.

 (ແຫຼ່ງຄັດຈາກ VOV)


top