ຂ່າວສານ

ພົບປະແລກປ່ຽນຊາວໜຸ່ມສະຖານທູດ ຫວຽດນາມ ແລະ ລາວ ຢູ່ ຈີນ

       
(VOVWORLD) - ເພື່ອແນໃສ່ຮັດແໜ້ນການພົວພັນຮ່ວມມື, ການໜູນຊ່ວຍລະຫວ່າງສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ຈີນ ໃຫ້ຫລາຍກ່ວາອີກ,

ການພົບປະແລກປ່ຽນຊາວໜຸ່ມສະຖານທູດ ຫວຽດນາມ ແລະ ລາວ ຢູ່ ຈີນ
      ວັນທີ 21 ກຸມພາ, ສະມາຊິກຊາວໜຸ່ມສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ຈີນ ໄດ້ມີການພົບປະໃນຕົ້ນປີໃໝ່, ແຂ່ງຂັນກິລາ ແລະ ສະແດງສິລະປະທີ່ມີຄວາມໝາຍເລິກເຊິ່ງ. ການພົບປະແລກປ່ຽນດຳເນີນໄປໃນບັນຍາກາດອົບອຸ່ນ ແລະ ຟົດຟື້ນ ດ້ວຍການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມຂອງ 2 ສະຖານທູດປະມານ 30 ຄົນ. ລາຍການພົບປະແລກປ່ຽນໃນຕົ້ນປີໃໝ່ລະຫວ່າງສະມາຊິກຊາວໜຸ່ມ 2 ສະຖານທູດ ບໍ່ພຽງແຕ່ແມ່ນການສືບທອດສາຍພົວພັນສາມັກຄີລະຫວ່າງ 2 ສະຖານທູດໃນຫລາຍປີຜ່ານມາເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພະນັກງານການທູດໜຸ່ມ ສືບຕໍ່ບູລະນະຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ, ຮ່ວມມື, ສະໜິດແໜ້ນ, ສັດຊື່ບໍລິສຸດລະຫວ່າງ 2 ຊາດ ຫວຽດນາມ - ລາວ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

top