ຂ່າວສານ

ພົບປະກັບວິສາຫະກິດເນື່ອງໃນໂອກາດສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ

      ຕອນບ່າຍ ວັນທີ 9 ຕຸລາ, ແຂວງກວາງນິງ ໄດ້ຈັດຕັ້ງການພົບປະກັບນັກທຸລະກິດໃນບໍລິເວນແຂວງ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນ ນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ.
ການນຳແຂວງກວາງນິງ ມອບຊໍ່ດອກໄມ້ອວຍພອນວິສາຫະກິດ ໃນໂອກາດວັນນັກທຸລະກິດ ຫວຽດນາມ
(ພາບ: baoquangninh.com.vn)
      ໂດຍສະແດງຄວາມຊົມເຊີຍຕໍ່ບັນດານັກທຸລະກິດ, ທ່ານ ຫງວຽນເຕືອງວັນ, ປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ໄດ້ເນັ້ນໜັກວ່າ: ເຖິງວ່າຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກໃຫຍ່ ຈາກຜົນສະທ້ອນຈາກໂລກລະບາດໂຄວີດ - 19 ແຕ່ບັນດາວິສາຫະກິດ, ນັກທຸລະກິດ ໄດ້ມານະພະຍາຍາມ ຮ່ວມແຮງຮ່ວມໃຈ ໜູນຊ່ວຍພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ສະແດງຈິດໃຈ “ຮັກແພງກັນ, ຊ່ວຍເຫຼືອກັນ” ໃນບັ້ນຕໍ່ສູ້ຕ້ານໂລກລະບາດ. ທ່ານ ຫງວຽນເຕືອງວັນ, ປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ຢັ້ງຢຶນວ່າ, ກວາງນິງໄດ້ໃຫ້ຄຳໝັ້ນສັນຍາຍາມໃດກໍ່ຮ່ວມເດີນທາງ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ດີທີ່ສຸດ ໃຫ້ແກ່ບັນດາວິສາຫະກິດ.
      ມາຮອດປັດຈຸບັນ, ກ໋ວາງນິງ ແມ່ນໜຶ່ງໃນຈຳນວນໜ້ອຍທ້ອງຖິ່ນໃນທົ່ວປະເທດຮັກສາໄດ້ເຂດປອດໄພ, ແມ່ນ 1 ໃນ 10 ທ້ອງຖິ່ນທີ່ມີອັດຕາປະຊາຊົນໄດ້ສັກວັກຊິນ ຫຼາຍທີ່ສຸດໃນທົ່ວປະເທດ.
(ແຫຼ່ງຄັດຈາກ VOV)


top