ຂ່າວສານ

ພື້ນ​ຖານ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ

ດ້ວຍຄວາມມານະພະຍາຍາມໃນຫຼາຍປີຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງກ່ຽວກັບວຽກງານຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໂດຍໂລກຢັ້ງຢືນວ່າແມ່ນໜຶ່ງ ໃນຈຳນວນ 10 ປະເທດປະຕິບັດເປົ້າໝາຍທີ 5 ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ໄດ້ເປັນຢ່າງດີ. ບັນດາຜົນງານທີ່ບັນລຸໄດ້ນັ້ນ ໄດ້ກາຍເປັນພື້ນຖານອັນໝັ້ນແກ່ນ, ແມ່ນກຳລັງໜູນຢ່າງແຮງເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດບັນດາເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປະກອບສ່ວນບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຈົນຮອດປີ 2030.

ດ້ວຍຄວາມມານະພະຍາຍາມໃນຫຼາຍປີຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງກ່ຽວກັບວຽກງານຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໂດຍໂລກຢັ້ງຢືນວ່າແມ່ນໜຶ່ງ ໃນຈຳນວນ 10 ປະເທດປະຕິບັດເປົ້າໝາຍທີ 5 ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ໄດ້ເປັນຢ່າງດີ. ບັນດາຜົນງານທີ່ບັນລຸໄດ້ນັ້ນ ໄດ້ກາຍເປັນພື້ນຖານອັນໝັ້ນແກ່ນ, ແມ່ນກຳລັງໜູນຢ່າງແຮງເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດບັນດາເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປະກອບສ່ວນບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຈົນຮອດປີ 2030.

    

ພາບປະກອບ: TTXVN

ໂດຍປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໄລຍະ 2011 – 2020, ຫວຽດນາມມີຫຼາຍໝາກຜົນທີ່ເປັນໜ້າຊື່ນຊົມ, ປະກອບສ່ວນເຂົ້າໃນການຮັດແຄບໄລຍະຫ່າງລະຫວ່າງຍິງ-ຊາຍ ໃນບັນດາຂົງເຂດ, ສ້າງເງື່ອນໄຂເພື່ອ ໃຫ້ແມ່ຍິງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ພື້ນຖານໝັ້ນແກ່ນ

ຕາມບົດລາຍງານພັດທະນາມະນຸດປີ 2020 ຂອງ ອົງການສປຊ ເພື່ອການພັດທະນາ (UNDP) ແລ້ວ, ດັດຊະນີພັດທະນາມະນຸດ (HDI) ຂອງ ຫວຽດນາມ ແມ່ນ 0,704, ເພີ່ມຂຶ້ນ 1 ຂັ້ນເມື່ອທຽບໃສ່ກັບປີກາຍນີ້ ແລະ ຢືນຢູ່ອັນດັບທີ 117/189 ປະເທດ ແລະ ເຂດແຄ້ວນ, ສ້າງຂີດໝາຍເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ຢູ່ໃນກຸ່ມບັນດາປະເທດມີດັດຊະນີ HDI ຢູ່ລະດັບສູງ. ພ້ອມກັນນັ້ນ, ການຂາດຄວາມສະເໝີພາບກ່ຽວກັບລາຍຮັບ (19,1%) ແລະ ດັດຊະນີ Gini (35,7) ແມ່ນຕົວເລກວັດແທກການ ຂາດຄວາມສະເໝີພາບຂອງ ຫວຽດນາມ ນອນໃນກຸ່ມປະເທດຕ່ຳທີ່ສຸດ ໃນຈຳນວນບັນດາປະເທດໄດ້ປຽບທຽບໃນປີ 2019. ນີ້ແມ່ນຜົນງານບໍ່ພຽງແຕ່ເປັນຂອງປະເທດທີ່ມີລາຍຮັບປານກາງຕ່ຳໃດກໍ່ສາມາດບັນລຸໄດ້.

ໝາກຜົນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຍັງໄດ້ສະແດງອອກໃຫ້ເຫັນໃນແງ່ມູມຫຼຸດຜ່ອນໄລຍະຫ່າງລະຫວ່າງຍິງຊາຍໃນຂົງເຂດເສດຖະກິດ, ແຮງງານ, ວຽກເຮັດງານທຳ; ຍົກສູງສິດອຳນາດດ້ານເສດຖະກິດໃຫ້ແກ່ແມ່ຍິງ, ເພີ່ມທະວີການສຳຜັດຂອງແມ່ຍິງທຸກຍາກຢູ່ຊົນນະບົດ, ແມ່ຍິງຊົນເຜົ່າສ່ວນໜ້ອຍຕໍ່ບັນດາແຫຼ່ງກຳລັງເສດຖະກິດ, ຕະຫຼາດແຮງງານ, ເອົາໃຈໃສ່ ພັດທະນາແຫຼ່ງຊັບພະຍາກອນມະນຸດເພດຍິງໃຫ້ມີຄຸນນະພາບສູງ. ໝາກຜົນການສຳຫຼວດກວດກາປະຊາກອນ ແລະ ເຮືອນຢູ່ໃນປີ 2021 ຂອງກົມໃຫຍ່ສະຖິຕິໄດ້ສະແດງໃຫ້ເຫັນວ່າ ເພດຍິງກວມເອົາເຖິງ 47,3% ກຳລັງແຮງງານຫຼັກຂອງທົ່ວປະເທດ. ມີວິສາຫະກິດຫຼາຍກ່ວາ 285.000 ແຫ່ງໂດຍແມ່ຍິງນຳໜ້າ, ກວມເອົາ 24%ຍອດຈຳນວນວິສາຫະກິດໃນທົ່ວປະເທດ. ອັດຕາແມ່ຍິງຮູ້ໜັງສືໃນເກນອາຍຸແຕ່ 15 – 60 ປີບັນລຸກ່ວາ 97%, ອັດຕາແມ່ຍິງຮຽນຈົບປະລິນຍາໂທບັນລຸກ່ວາ 54%, ອັດຕາແມ່ຍິງຮຽນຈົບປະລິນຍາເອກ ບັນລຸເກືອບ 31%.

ສິ່ງທີ່ເປັນໜ້າກ່າວເຖິງນັ້ນແມ່ນ ໃນໄລຍະ 2011 – 2020, ເນື້ອໃນຄວາມສະເໝີພາບລະຫວ່າງຍິງຊາຍໄດ້ເພີ່ມເຕີມ ຫຼືສົມທົບເຂົາໃນຫຼາຍເອກະສານນິຕິກຳສຳຄັນຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ມີຫຼາຍນະໂຍບາຍທີ່ມີລັກສະນະບຸກທະລຸປຽບເໝືອນດັ່ງຂໍ້ກຳນົດຂອງກົດໝາຍວ່າດ້ວຍການປະກັນໄພສັງຄົມປີ 2014, ຕາມນັ້ນແລ້ວ ຜູ້ອອກແຮງງານຊາຍພັກວຽກທີ່ພວມຕ່າຍປະກັນໄພສັງຄົມຍັງໄດ້ຮັກສາເງິນເດືອນ ແລະ ເງິນອຸດໜູນໄວ້ເປັນປົກກະຕິຄືເຖິງໃນເວລາເມຍເກີດລູກ ຫຼື ເພີ່ມອາຍຸພັກກິນເບ້ຍບຳນານຂອງແມ່ຍິງຕາມຂັ້ນຕອນການກຳນົດຂອງກົດໝາຍວ່າດ້ວຍແຮງງານສະບັບປັບປຸງໃນປີ 2019. ຜົນງານນີ້ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມກ້າວໜ້າໃນວຽກງານນິຕິບັນຍັດໃນປັດຈຸບັນ ແລະ ອະນາຄົດ.

ດ້ວຍຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ, ພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍຍຸດທະສາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຫວຽດນາມ ບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຊື່ນຊົມ, ປະກອບສ່ວນເຂົ້າໃນການຮັດແຄບໄລຍະຫ່າງລະຫວ່າງຍິງຊາຍໃນຂົງເຂດຕ່າງໆ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ພິເສດ, ໝາກຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ອັດຕາ ສະມາຊິກສະພາແຫ່ງຊາດເພດຍິງແມ່ນ 30,26% ແລະ ເກືອບ 30% ແມ່ນແມ່ຍິງເຂົ້າຮ່ວມສະມາຊິກສະພາປະຊາຊົນທຸກຂັ້ນ ຍິ່ງສະແດງໃຫ້ເຫັນວ່າພັກ ແລະ ລັດ ໄດ້ ແລະ ພວມມານະພະຍາຍາມປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງຫວຽດນາມ.

ສືບຕໍ່ຮັດແຄບໄລຍະຫ່າງລະຫວ່າງຍິງ - ຊາຍ

ເພື່ອແນໃສ່ສືບຕໍ່ຮັດແຄບໄລຍະຫ່າງລະຫວ່າງຍິງ - ຊາຍ, ວັນທີ 3 ມີນາ ປີ 2021, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ໄລຍະ 2021 – 2030, ສືບຕໍ່ສ້າງເງື່ອນໄຂ, ກາລະໂອກາດເພື່ອໃຫ້ເພດຍິງ ແລະ ເພດຊາຍໄດ້ເຂົ້າຮ່ວມ, ຊົມໃຊ້ຢ່າງມີຄວາມສະເໝີພາບໃນບັນດາຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ. 6 ເປົ້າໝາຍລະອຽດຂອງຍຸດທະສາດທີ່ໄດ້ວາງອອກໃນຂົງເຂດ: ການເມືອງ, ເສດຖະກິດ, ແຮງງານ, ໃນຊີວິດຄອບຄົວ ແລະ ການປ້ອງກັນ, ຕ້ານ, ຮັບມືກັບ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ໃນຂົງເຂດສາທາລະນະສຸກ, ການສຶກສາ, ບຳລຸງສ້າງ ແລະ ຂົງເຂດຖະແຫຼງຂ່າວ ແລະ ການສື່ສານ.

ຫວຽດນາມ ກໍ່ໄດ້ປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ. ແຜນການລວມມີການເພີ່ມທະວີການຊີ້ນຳ, ນຳພາຂອງຄະນະພັກທຸກຂັ້ນ, ຄວາມຮັບຜິດຊອບໃນການຄຸ້ມຄອງຂອງອຳນາດການປົກຄອງທຸກຂັ້ນໃນການຍົກສູງຄວາມຮັບຮູ້, ຜັນຂະຫຍາຍປະຕິບັດ ແລະ ສ້າງລະບອບລະບຽບການກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍໃຫ້ສົມບູນແບບ. ສ້າງລະບົບນະໂຍບາຍ, ກົດໝາຍຮັບປະກັນບັນດາຫຼັກການສະເໝີພາບລະຫວ່າງຍິງຊາຍໃຫ້ສົມບູນແບບໃນຂົງເຂດທີ່ກ່ຽວຂ້ອງ. ປະຕິບັດການສົມທົບບັນດາເນື້ອໃນຄວາມສະເໝີພາບລະຫວ່າງຍິງຊາຍ  ໃນການສ້າງນະໂຍບາຍ, ກົດໝາຍ ແລະ ບັນດາລາຍການ, ຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ. ພ້ອມກັນນັ້ນ ແມ່ນກໍ່ສ້າງ ແລະ ຜັນຂະຫຍາຍບັນດາໂຄງການເພື່ອແນໃສ່ຊຸກຍູ້ການປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ປ້ອງກັນ, ຕ້ານ, ຮັບມືກັບການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນທຸກຊັ້ນຄົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ. ເພີ່ມທະວີກຳລັງຄວາມສາມາດຂອງກົງຈັກ ການຄຸ້ມຄອງລັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍທຸກຂັ້ນ.

ຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ ແລະ ລັດ, ການສ້າງ, ປະກາດໃຊ້ກອບນິຕິກຳຢ່າງຄົບຖ້ວນ, ຈາກລັດຖະທຳມະນູນ, ກົດໝາຍຕະຫຼອດຮອດການສົມທົບເປົ້າໝາຍຄວາມສະເໝີພາບລະຫວ່າງຍິງຊາຍເຂົ້າໃນບັນດາກົນໄກ, ນະໂຍບາຍພັດທະນາໄດ້ ແລະ ພວມສ້າງເງື່ອນໄຂສະດວກ ເພື່ອໃຫ້ແມ່ຍິງໄດ້ເຂົ້າຮ່ວມການສ້າງສາປະເທດຊາດ, ພັດທະນາຕົນເອງ ແລະ ຊຸກຍູ້ເປົ້າໝາຍປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍຢູ່ ຫວຽດນາມ.

ແຫຼ່ງຄັດຈາກ VOV


top