ສິລະປະ

ພື້ນທີ່ ສິລະປະ ຂອງ ເລຢາງ

ເປັນໜຶ່ງໃນບັນດາບຸກຄົນ ທີ່ລິເລີ່ມ ຍ່ານເວຫາ ແຫ່ງການ ພົວພັນ ແລກປ່ຽນສິລະປະ ໃຫ້ນັກສິລະປິນໜຸ່ມ, ເລຢາງ ນັກສິລະປິນ ສຳຜັດດ້ວຍຕາ, ຜູ້ກໍ່ຕັ້ງ Six Space (ສະ ຖານທີ່ເພື່ອສິລະປະ ສຳຜັດດ້ວຍຕາແຫ່ງທຳອິດ ທີ່ ຮ່າໂນ້ຍ), ຫວ່າງແລ້ວນີ້ ໄດ້ ວາລະສານ Forbes ນໍາເຂົ້າ ໃນ ບັນຊີ ລາຍຊື່ ຊາວໜຸ່ມ ອາຍຸຕໍ່າກວ່າ 30 ປີ ທີ່ພົ້ນເດັ່ນສຸດ ຫວຽດນາມ ໃນປີ 2018. 
ຜູ້ລິເລີ່ມບັນດາທ່າອຽງໃໝ່

ຫຼັງຈາກສອງປີ ຮຽນຢູ່ໂຮງຮຽນຊັ້ນສູງ, ຊຶ່ງເປັນໜຶ່ງໃນໂຮງ ຮຽນກໍ່ສ້າງສິລະປະແຖວໜ້າຂອງໂລກຄື ມະຫາວິທະຍາ ໄລສິລະປະ ລອນດອນ (ປະເທດອັງກິດ), ນາງ ເລຢາງ ໄດ້ ກັບຄືນປະເທດ ແລະ ນຳເອົາຄວາມມຸ່ງມາດ ປາດຖະໜາ ຫຼາຍຢ່າງ ຂອງ ນັກສິລະປິນໜຸ່ມ ຄົນໜຶ່ງ ຂອງ ຫວຽດນາມ ທີ່ໄດ້ຮັບການ ກໍ່ສ້າງ ຢູ່ປະເທດຕາເວັນຕົກ.

“ຂ້າພະເຈົ້າ ຢາກເຜີຍແຜ່ ບັນດາທ່າອ່ຽງ ແລະ ການປ່ຽນ ແປງ ມູມມອງ ກ່ຽວກັບ ສິລະປະ ຂອງຊາວໜຸ່ມ”.  ນາງ ເລຢາງ ເປີດເຜີຍໃຫ້ຮູ້ກ່ຽວກັບບັນດາ ໂຄງການ ສິລະປະ ທີ່ ຍັງໃໝ່ອ່ຽມ ຢູ່ ຫວຽດນາມ ໂດຍນາງເອງ ເປັນຄົນ ລິເລີ່ມ ຄືແນວນັ້ນ.

ຕົ້ນປີ 2013, ນາງ ເລຢາງ ໄດ້ກໍ່ຕັ້ງ ໂຮງສິລະປະ Blossom Art House ແລະ ເລີ່ມເປີດຊຸດຮຽນທໍາອິດ (workshop) ກ່ຽວກັບ ສິລະປະສຳຜັດດ້ວຍຕາຢູ່ ຮ່າໂນ້ຍ.

ຊຸດຮຽນແຕ່ລະເທືອມ ແມ່ນການພົບປະໂອ້ລົມສົນທະນາ ຢ່າງເປີດໃຈ ລະຫວ່າງ ບັນດາຜູ້ຮັກມັກ ແລະ ຊອກຮູ້ກ່ຽວ ກັບສິລະປະ, ໂດຍຜູ້ຊ່ຽວຊານ ດ້ານນີ້ເປັນຜູ້ຈັດ. ນາງ ເລ ຢາງ ໄດ້ເປີດບັນດາຊຸດຮຽນ ກ່ຽວກັບສິລະປະສຳຜັດ ດ້ວຍ ຕາ ພາຍໃຕ້ຫົວເລື່ອງຕ່າງໆ ທີ່ວົງການໄວໜຸ່ມ ສົນໃຈ ເຊັ່ນ: ການເຄື່ອນເໜັງ, ສິລະປະຊ່າງພາບ, ລະຄອນ ປະ ດິດສ້າງ ແລະ ສະແດງ ຢູ່ກັບທີ່, ພິມປຶ້ມ ແລະ ອື່ນໆ...

ຈາກສັນຍານທີ່ ຕັ້ງໜ້າ ພາຍຫຼັງແຕ່ລະເທືອມຮຽນ ສິ້ນສຸດລົງ, ນາງ ເລຢາງ ພ້ອມກັບເພື່ອນຂອງ ຕົນຄື ນັກສິລະປິນ ໂດ໊ເຕື່ອງລິງ ໄດ້ສ້າງຕັ້ງ Six Space ຂຶ້ນ ດ້ວຍຈຸດປະສົງ ເປີດກວ້າງ ການເຄື່ອນໄຫວ ຊ່ວຍໜູນ ບັນດາ ນັກສິລະປິນ ແລະ ນຳສິລະປະ ສຳຜັດດ້ວຍຕາ ໄດ້ໃກ້ຊິດ ກັບ ວົງຄະນາຍາດ. ໂຄງການ ຍັງເປັນບ່ອນ ພົບປະ ຂອງ ນັກສິລະປິນໜຸ່ມທັງສອງ ທີ່ມີຄວາມຮັກມັກ ສິລະປະ ທົດລອງ, ສະໜັບສະໜູນນັກ ສິລະປິນໃໝ່ ແລະ ເປີດອົກເປີດໃຈ ເຊື່ອມຕໍ່ ກັບບັນດາ ນັກສິລະປິນສາກົນ ອີກດ້ວຍ. 


ນັກສິລະປິນສຳຜັດດ້ວຍຕາ ນາງ ເລຢາງ ທີ່ Six Space, ເປັນໜຶ່ງໃນບັນດາ
ສະຖານທີ່ເພື່ອສິລະປະສຳຜັດດ້ວຍຕາ ແຫ່ງທຳອິດ ຂອງ ຮ່າໂນ້ຍ. 



ນາງ ເລຢາງ (ເສື້ອສີຂາວ) ໃນພິທີ ນຳສະເໜີ ງານວາງ ສະ ແດງສ່ວນບຸກຄົນ. 


ຜົນງານປະດິດແຕ່ງຄວັດແກະສະຫຼັກ ຂອງ ນາງ ເລຢາງ ທີ່ເຂົ້າຮ່ວມງານວາງສະແດງສິລະປະ ຢູ່ ຟີລິບປິນ. 


ຜົນງານປະດິດແຕ່ງກ່ຽວກັບ ການຄວັດ ແກະສະຫຼັກ ຂອງ ນາງ ເລຢາງ.


ຕົ້ນປີ 2013, ນາງ ເລຢາງ ໄດ້ສ້າງຕັ້ງ ໂຮງສິລະປະ Blossom Art House ແລະ ເລີ່ມເປີດ ຊຸດຮຽນ ທຳອິດ ຢູ່ ຮ່າໂນ້ຍ 
ກ່ຽວກັບສິລະປະ ສຳຜັດດ້ວຍຕາ.



ນາງ ເລຢາງ ເປັນຕົວແທນ ຂອງນັກສິລະປິນໜຸ່ມ ມັກທົດ ລອງ, ສະໜັບສະໜູນ ນັກສິລະປິນໃໝ່,
ເປີດອົກເປີດໃຈ ເຊື່ອມຕໍ່ ກັບບັນດານັກສິລະປິນສາກົນ.

ນາງ ເລຢາງ ກ່າວວ່າ: “Six Space ກຳເນີດຂຶ້ນ ກັບຄວາມ ສຳນຶກ ນັກສິລະປິນ ໜຸ່ມ ຕ້ອງການມີຍ່ານເວຫາແຫ່ງ ສິ ລະປະ, ຫາກບໍ່ພຽງແຕ່ ແມ່ນ gallery ເພື່ອວາງສະແດງ ຜົນການປະດິດແຕ່ງພຽງຢ່າງດຽວ”.

ຄວາມແຕກຕ່າງຂອງ Six Space ກັບ ບັນດາສະຖານທີ່ ເພື່ອ ສິລະປະແຫ່ງອື່ນໆ ຢູ່ ຫວຽດນາມ ນັ້ນແມ່ນ ມຸ່ງສູ່ ຊາວໜຸ່ມ ຜູ້ຮັກມັກສິລະປະ ໂດຍບໍ່ຈຳເປັນຕ້ອງໄດ້ ກໍ່ສ້າງ ໃນລະບົບ.

ກຳເນີດຂຶ້ນ ເມື່ອຕົ້ນປີ 2015, Six Space ເຄື່ອນໄຫວ ເໝືອນດ່ັງ ອົງການຈັດຕັ້ງ ທີ່ບ່ໍຫວັງຜົນກຳໄລ ແລະ ເປັນ ໜຶ່ງ ໃນບັນດາສະຖານທີ່ເພື່ອສິລະປະ ສຳຜັດດ້ວຍຕາ ແຫ່ງທຳອິດ ຢູ່ ຮ່າໂນ້ຍ.

Six Space ໄດ້ເລີ່ມເປີດຮູບການສິລະປະໜຶ່ງທີ່ໃໝ່ອ່ຽມ ຢູ່ ຫວຽດນາມ, ນັ້ນແມ່ນຍ່ານເວຫາແຫ່ງສິລະປະເປີດ ຊຶ່ງ ເປັນ ບ່ອນທີ່ບັນດານັກສິລະປິນໜຸ່ມ, ມວນຊົນ ຜູ້ຮັກມັກ ສິລະປະ ໄດ້ພົວພັນແລກປ່ຽນ ແລະ ທົດລອງ ບັນດາທ່າ ອ່ຽງສິລະປະ ທີ່ແປກໃໝ່.

ດ້ວຍຄວາມນຶກຄິດ ນຳໃຊ້ ອິນເຕີເນັດ ເໝືອນດັ່ງ ຍ່່ານ ເວ ຫາແຫ່ງສິລະປະໃໝ່, ຕົ້ນປີ 2017, ນາງ ເລຢາງ ໄດ້ຈັດ ງານວາງສະແດງ ຜ່ານທາງອິນເຕີເນັດ ຄັ້ງທຳອິດ ຢູ່ ຫວຽດ ນາມ ທີ່ໃສ່ຊື່  “In_ur_scr!” (ຂຽນຫຍໍ້ມາຈາກ “In your screen” ໝາຍຄວາມວ່າ “ເທິງຈໍ” ອະນຸຍາດໃຫ້ຜູ້ຊົມ ສາ ມາດເຂົ້າລະບົບ ຕາມລຳພັງ ແລະ ຮູ້ສຶກ ຜົນການປະດິດ ແຕ່ງ ໂດຍຜ່ານຈໍ ກັບ link ແລະ ສະແກນໂຄດ QR.

ງານວາງສະແດງ ອອກສູ່ສາຍຕາທ່ານຜູ້ຊົມ ໄດ້ສ້າງຄວາມ ສົນໃຈ ຕໍ່ວົງຄະນາຍາດ ແລະ ຢືນຢັນຄຸນລັກສະນະ ສະ ເພາະ ຂອງ Six Space ຄືສະໜັບສະໜູນ ຄວາມກ້າຫານ ແລະ ທົດລອງ ຕະຫຼອດເວລາ. ງານວາງສະແດງ ແມ່ນ ຍ່ານ ບັນຍາກາດ ເພື່ອໃຫ້ ບັນດານັກສິລະປິນໜຸ່ມ ຜູ້ຍັງ ບໍ່ທັນມີຊື່ສຽງ ໄດ້ເຂົ້າຮ່ວມ ແລະ ທົດລອງຜົນງານ ປະດິດ ແຕ່ງຂອງຕົນເອງ.


ມຸ່ງສູ່ຕົວແບບ ການສຶກສາສິລະປະ ທີ່ຍືນຍົງ

ໂດຍໄດ້ຮັບການຝືກຝົນຫຼໍ່ຫຼອມໃນສະພາບແວດລ້ອມ ກໍ່ ສ້າງ ສິລະປະ ທີ່ເປັນມືອາຊີບ ແລະ ເຄັ່ງຄັດ, ນາງ ເລຢາງ ຍາມໃດກໍ ສົນໃຈໃນການ ຄົ້ນຄວ້າສິລະປະ ທີ່ແປກໃໝ່ ແລະ ບໍ່ງ່າຍດາຍ. ສິລະປະສໍາຜັດດ້ວຍຕາ ທີ່ນາງຕາມຫາ ແມ່ນ ຂົງເຂດທີ່ໃໝ່ອ່ຽມ ສຳລັບຢູ່ ຫວຽດນາມ.

ຫຼັງຈາກບັນດາໂຄງການສິລະປະ ລິເລີ່ມມີທ່າອ່ຽງ, ນາງ ເລຢາງ ພັດມຸ່ງສູ່ ບັນດາໂຄງການສິລະປະໃໝ່ ຊຶ່ງນາງ ກ່າວວ່າ: ນັ້ນແມ່ນ “ໝັ້ນຄົງ ແລະ ຮັບໃຊ້ມະຫາຊົນ ຫວຽດ ນາມ ໄດ້ຫຼາຍຍິ່ງຂຶ້ນ”.

ດ້ວຍທັດສະນະທີ່ວ່າ ເຄື່ອນໄຫວໃນຂົງເຂດ ສິລະປະ ຍຸກ ໃໝ່ ແຕ່ບໍ່ຫຼົງລືມ ສິລະປະມູນເຊື້ອ, ນາງ ເລຢາງ ແລະ ກຸ່ມ ປະສານງານ ໄດ້ ກໍ່ຕັ້ງ ໂຄງການ Artisan, “ວາດນຶກຄືນ ໃໝ່ ບົດບາດ ຂອງ ນາຍຊ່າງ, ນັກສິລະປິນ”, ເຊື່ອມຕໍ່ ບັນ ດານັກສິລະປິນໜຸ່ມ ກັບ ບັນດານາຍຊ່າງ ຂອງ ໝູ່ບ້ານອາ ຊີບ. ໃນຮອບໜຶ່ງປີ, ນາງ ເລຢາງ ແລະ ບັນດານັກສິລະ ປິນໜຸ່ມ ໄດ້ໄປເຖິງ ໝູ່ບ້ານອາຊີບ ກວ່າ 80 ແຫ່ງ ຢູ່ ພາກ ເໜືອ ຫວຽດນາມ ເພື່ອການຮຽນຮູ້, ສຶກສາ ແລະ ຮັບຟັງ ຄວາມກັງວົນໃຈ ຂອງ ບັນດາຜູ້ເປັນ ນາຍຊ່າງ.



ປັດຈຸບັນ, ນອກຈາກບັນດາການເຄື່ອນໄຫວ workshop, ນາງ ເລຢາງ ຍັງ ເປີດຫ້ອງຮຽນແຕ້ມ ສຳລັບ
ພວກຫຼານ ນ້ອຍ ຢູ່ສະຖານທີ່ ຂອງ Six Space.



ຄວາມແຕກຕ່າງຂອງ Six Space ກັບບັນດາສະຖານທີ່ ເພື່ອສິລະປະແຫ່ງອື່ນໆ ຢູ່ ຫວຽດນາມ ແມ່ນມຸ່ງສູ່ ເປົ້າໝາຍ
ໃຫ້ຊາວໜຸ່ມຮັກສິລະປະ, ບໍ່ຈຳເປັນ ຕ້ອງສ້າງ ໃນ ລະບົບ.



ນາງ ເລຢາງ (ເສື້ອສີສົ້ມ) ໃນງານ workshop ວາງສະແດງ ຜະລິດຕະພັນຮ່ວມປະດິດສ້າງ ຫຼັງຈາກ
ສິ້ນສຸດຊ່ວງ ເວລາ ທົດລອງ ຢູ່ບັນດາໝູ່ບ້ານອາຊີບ. 



ນາງ ເລຢາງ ກຳລັງສອນບັນດາຫຼານນ້ອຍ ວິທີຜະລິດ ບັນ ດາຜະລິດຕະພັນສິລະປະມູນເຊື້ອ ຕາມແບບ ສິລະປະ ສຳຜັດດ້ວຍຕາ.


ກຸ່ມປະສານງານ ຂອງ ນາງ ເລຢາງ ປະກອບມີ ບັນດາ ນັກ ສິລະປິນ ໜຸ່ມ ຢູ່ພາຍໃນ ແລະ ຕ່າງປະເທດ. 


ທັດສະນະຂອງ ນາງ ເລຢາງ ແມ່ນ “ຖ້າຫາກ ບັນດາສິ່ງທີ່ ຜູ້ຊາຍເຮັດໄດ້ ເຊັ່ນ: ປະດິດສ້າງອອກ ບັນດາກິດຈະການ
ຄວັດແກະສະຫຼັກຂະໜາດໃຫຍ່ໄດ້, ຜູ້ຍິງກໍສາມາດ ເຮັດ ໄດ້ຄືກັນ”. 

ເປົ້າໝາຍຂອງໂຄງການແມ່ນ ກໍ່ສ້າງແຜນທີ່ໝູ່ບ້ານອາ ຊີບ, ແນໃສ່ສ້າງອອກ ບັນດາຜະລິດຕະພັນ ຫັດຖະກຳມູນ ເຊື້ອ ທີ່ມີ ສີສັນຍຸກໃໝ່, ບົນພື້ນຖານ ຊຸກຍູ້ ຄວາມສາມາດ ປະດິດສ້າງ ຂອງ ບັນດານັກສິລະປິນ, ແທນທີ່ ອີງໃສ່ ພຽງ ຕົວແບບ ທີ່ມີ ມາກ່ອນແລ້ວ.

ຕາມ ນາງ ເລຢາງ, ວິທີພົວພັນແລກປ່ຽນ ສິລະປະຍຸກໃໝ່ ໃນ ໂຄງການໝູ່ບ້ານອາຊີບ ບໍ່ພຽງແຕ່ ເຮັດວຽກ ເພື່ອ  ຜະ ລິດອອກ ຜະລິດຕະພັນສຸດທ້າຍເທົ່ານັ້ນ, ສິ່ງສຳຄັນ ແມ່ນ ວິທີປະສານສົມທົບ ກັບນັກສິລະປິນ. ນາງ ເລຢາງ ໃຫ້ຮູ້ ວ່າ: “ພວກຂ້າພະເຈົ້າ ໃຫ້ເຂົາເຈົ້າຮູ້ ນີ້ແມ່ນຄວາມ ນຶກ ຄິດ ຂອງ ພວກຂ້າພະເຈົ້າ. ຈາກນັ້ນ ພວກຂ້າພະເຈົ້າ ຢາກ ຮຽນ ແລະ ຮູ້ວິທີນຶກຄິດ ຂອງ ນາຍຊ່າງຄົນນັ້ນ”.

ວິທີການສຶກສາດ້ານສິລະປະ ຊຶ່ງນາງ ເລຢາງ ໄດ້ລວບລວມ ເອົາໃນບັນດາໂຄງການ ປະສົມປະສານ ເຮັດວຽກ ກັບ ວົງຄະນາຍາດ. ໃນໂຄງການເຮັດວຽກ ກັບບັນດາໂຮງງານ ຢູ່ ຫວຽດນາມ ທີ່ນາງ ເລຢາງ ແລະ ເພື່ອນຮ່ວມງານ ກຳລັງຂຶ້ນແຜນ ກໍ່ບໍ່ແມ່ນກໍລະນີພິເສດ. ນີ້ແມ່ນ ໂຄງການ ປະສົມປະສານ ກັບ ມະຫາວິທະຍາໄລ ຊິດນີ (ອົສຕຣາລີ) ແລະ ອົງການ ຢູແນັສໂກ.

ຕາມນັ້ນ, ກຸ່ມປະສານງານ ຂອງ ນາງ ຢາງ ຈະລົງໄປ ບັນ ດາ ໂຮງງານອຸດສາຫະກຳ ແລະ ໃຊ້ເວລາ 2 ເດືອນ ເພື່ອ ໃຊ້ຊີວິດ ຢູ່ທີ່ນັ້ນ ດ້ວຍຄວາມມຸ່ງຫວັງ ຈະສ້າງ ການປ່ຽນ ແປງ ໃດໜຶ່ງ ໃນການປະດິດສ້າງ ບັນດາຜະລິດຕະພັນ ດ້ວຍການແຊກແຊງ ເຂົ້າຂັ້ນຕອນໃດໜຶ່ງ ຂອງ ໂຮງງານ ຫຼື ຍື່ນມືເຂົ້າວິທີການຈັດຕັ້ງ ການຜະລິດ ຂອງ ໂຮງງານ.

ໂຄງການໄດ້ຮັບການດຳເນີນໄປ ດ້ວຍຄວາມມຸ່ງຫວັງ ປ່ຽນ ແປງໃໝ່ ໃນວິທີການປະດິດສ້າງ, ວິທີການ ເຄື່ອນໄຫວ ຢູ່ ຕາມບັນດາໂຮງງານຜະລິດສິນຄ້າ. ນາງ ເລຢາງໃຫ້ຮູ້ວ່າ: “ອີງໃສ່ ບັນດາວັດຖຸດິບ, ຜະລິດຕະພັນ ສິນຄ້າໜຶ່ງ ໄດ້ປະ ດິດສ້າງອອກ ມີຄວາມໝາຍອີກຢ່າງໜຶ່ງ”.

ນາງ ເລຢາງ ໃຫ້ຮູ້ວ່າ ນັ້ນແມ່ນ ຈຸດດີຂອງສິລະປະຍຸກໃໝ່ ເຂົ້າສູ່ຊີວິດ, ບໍ່ພຽງແຕ່ ຢູ່ທີ່ຜະລິດຕະພັນ, ແຕ່ຢູ່ແຕ່ລະ ຂັ້ນຕອນ. ນີ້ແມ່ນຕົວແບບ ທ່ີໄດ້ເຜີຍແຜ່ ຢູ່ຫຼາຍປະເທດ ແລ້ວ, ສຳລັບຢູ່ ຫວຽດນາມ ແມ່ນຍັງໃໝ່ ພໍຄວນ.

ນາງ ຢາງ ໃຫ້ຮູ້ ທັດສະນະສ່ວນຕົວ ກ່ຽວກັບນັກສິລະປິນ ຍຸກໃໝ່ວ່າ “ນັ້ນແມ່ນບັນດານັກສິລະປິນ ນຳຕົວເຂົ້າສູ່ ແລະ ມີການ ພົວພັນ ແລກປ່ຽນຫຼາຍຍິ່ງຂຶ້ນ ກັບຊີວິດຍຸກ ໃໝ່”.

ຄວາມມຸ່ງຫວັງລວມ ຂອງ ມະນຸດ ນັ້ນແມ່ນພັດທະນາເສດ ຖະກິດ, ແຕ່ສິ່ງທີ່ເຂົາເຈົ້າ ໄຝ່ຫາ ຢາກບືນຂຶ້ນ ຫຼາຍກວ່າ ໝູ່ໝົດ ນັ້ນແມ່ນ ເພື່ອບັນລຸເຖິງ ຊີວິດສິລະປະ, ຊີວິດ ຈິດ ໃຈ ທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ມີລວງເລິກ. ສຳລັບ ນາງ ເລຢາງ ກໍກຳລັງໄປຕາມເສັ້ນທາງນັ້ນ, ເສັ້ນທາງສ້າງ ຊີວິດສິລະປະ ທີ່ມີຊີວິດຊີວາຍິ່ງຂຶ້ນ ໃຫ້ແກ່ ມະຫາຊົນ.

 
ໂດຍ: ຖາວວີ- ຫງວຽນລຽນ

top