ຂ່າວສານ

ພື້ນຖານເສດຖະກິດ ຫວຽດນາມ ເປີດປະຕູເທື່ອລະກ້າວ, ການເຄື່ອນໄວຜະລິດ, ດຳເນີນທຸລະກິດຄ່ອຍໆເປັນປົກກະຕິໃນສະພາບປົກກະຕິໃໝ່

      ຍ້ອນໂລກລະບາດໄດ້ຮັບການຄວບຄຸມ, ພື້ນຖານເສດຖະກິດໄດ້ຮັບການເປີດປະຕູເທື່ອລະກ້າວ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ພວມຄ່ອຍໆເປັນປົກກະຕິໃນສະພາບປົກກະຕິໃໝ່; ຂົງເຂດເສດຖະກິດ - ສັງຄົມ ໃນເດືອນ 10 ມີສັນຍານດີຂຶ້ນເມື່ອທຽບໃສ່ເດືອນ ກັນຍາ. ເສດຖະກິດມາຫາພາກສືບຕໍ່ມີສະຖຽນລະພາບ, ໄພເງິນເຟີ້ຢູ່ໃນລະດັບຕ່ຳ, ບັນດາຄວາມດຸ່ນດຽງໃຫຍ່ໄດ້ຮັບປະກັນ.
ກອງປະຊຸມຖະແຫຼງຂ່າວນັດສາມັນ ຂອງ ລັດຖະບານ ຖືກດຳເນີນໃນຕອນຄ່ຳວັນທີ 6 ພະຈິກ (ພາບ: VGP)
      ຕອນຄ່ຳວັນທີ 6 ພະຈິກ, ຫ້ອງວ່າການລັດຖະບານໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວລັດຖະບານນັດສາມັນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈິ່ນວັນເຊີນ.
            ທ່ານລັດຖະມົນຕີ ເຈິ່ນວັນເຊີນ ໃຫ້ຮູ້ວ່າ, ທີ່ວາລະປະຊຸມລັດຖະບານ ເຊິ່ງດຳເນີນໃນຕອນບ່າຍວັນທີ 6 ພະຈິກ, ລັດຖະບານ ຫວຽດນາມ ໄດ້ເປັນເອກະພາບກັນ ໃຫ້ຂໍ້ສັງເກດວ່າ: ໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານໃນຂອບເຂດທົ່ວປະເທດ; ຈຳນວນຜູ້ເສຍຊີວິດຫຼຸດລົງເປັນຈຳນວນຫຼາຍ; ຈຳນວນຄົນຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີກໍເພີ່ມຂຶ້ນ; ລະດັບຄວາມໄວໃນການສັກວັກຊິນກັນພະຍາດໂຄວິດ - 19 ກໍໄດ້ຮັບການຍູ້ໄວ; ທົ່ວປະເທດປະຕິບັດສານທີ່ວ່າ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ” ເທື່ອລະກ້າວ; ການເຄື່ອນໄຫວເສດຖະກິດ, ສັງຄົມກໍເລີ່ມໄດ້ຮັບການເປີດປະຕູ ແລະ ຟື້ນຟູ. ອົງການອະນາໄມໂລກ (WHO) ຕີລາຄາສູງປະສິດທິຜົນ, ຄວາມໄຫວພິບ ແລະ ປະສິດທິພາບຂອງວິທີການສຳຜັດ ກໍຄື ມາດຕະການຕ້ານໂລກລະບາດຂອງ ຫວຽດນາມ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບ ວັກຊິນກັນພະຍາດໂຄວິດ - 19 ຈຳນວນກວ່າ 123 ລ້ານ ໂດສ; ຜັນຂະຫຍາຍການສັກວັກຊິນກວ່າ 88,5 ລ້ານ ໂດສ ໃຫ້ແກ່ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເລີ່ມຜັນຂະຫຍາຍການສັກວັກຊິນໃຫ້ແກ່ເດັກມີອາຍຸຕ່ຳກ່ວາ 18 ປີ.
            ກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນເດືອນ ຕຸລາ ແລະ 10 ເດືອນຕົ້ນປີ 2021, ຍ້ອນໂລກລະບາດໄດ້ຮັບການຄວບຄຸມ, ພື້ນຖານເສດຖະກິດໄດ້ຮັບການເປີດປະຕູເທື່ອລະກ້າວ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ພວມຄ່ອຍໆເປັນປົກກະຕິໃນສະພາບປົກກະຕິໃໝ່; ຂົງເຂດເສດຖະກິດ - ສັງຄົມ ໃນເດືອນ 10 ມີສັນຍານດີຂຶ້ນເມື່ອທຽບໃສ່ເດືອນ ກັນຍາ. ເສດຖະກິດມາຫາພາກສືບຕໍ່ມີສະຖຽນລະພາບ, ໄພເງິນເຟີ້ຢູ່ໃນລະດັບຕ່ຳ, ບັນດາຄວາມດຸ່ນດຽງໃຫຍ່ໄດ້ຮັບປະກັນ.
            ກໍໃນການຖະແຫຼງຂ່າວດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນບ໊າຮວານ ໄດ້ຊີ້ແຈ້ງກ່ຽວກັບມາດຕະການນຳແຮງງານກັບມາເຮັດວຽກຄືນໃໝ່ ກໍຄື ຄວາມຄືບໜ້າຂອງການປ່ອຍງົບປະມານຊ່ວຍເຫຼືອຊາວຜູ້ອອກແຮງງານ ຈາກ ກອງທຶນປະກັນການຫວ່າງງານ. ຕາມນັ້ນແລ້ວ, ຮອດວັນທີ 5 ພະຈິກ 2021, ໄດ້ໃຫ້ການໜູນຊ່ວຍແກ່ຊາວຜູ້ອອກແຮງງານເກືອບ 9,4 ລ້ານຄົນ ດ້ວຍເງິນຈຳນວນເກືອບ 22.300 ຕື້ດົ່ງ.
(ແຫຼ່ງຄັດຈາກ VOV)


top