ຂ່າວສານ

ພື້ນຖານວັດທະນະທຳ ຫວຽດນາມ ຍາມໃດກໍ່ແມ່ນກຳລັງແຮງຍືນຍົງຄົງຕົວ ຂອງຊາດ

80 ປີຜ່ານມາ, ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ເຊິ່ງພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ໝູນໃຊ້ຢ່າງມີໄຫວພິບ, ປະດິດຄິດສ້າງ, ບັນລຸປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ (ພາບ: dangcongsan.vn)

ພື້ນຖານວັດທະນະທຳ ຫວຽດນາມ ຍາມໃດກໍ່ແມ່ນກຳລັງແຮງຍືນຍົງຄົງຕົວຂອງຊາດ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ກ່າວຊົມເຊີຍທີ່ລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ໂຄງຮ່າງວັດທະນະທຳ ຫວຽດນາມ - ບັນດາຂີດໝາຍປະຫວັດສາດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງ “ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ” (1943 – 2023), ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 28 ກຸມພາ, ຢູ່ ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຢືນຢັນວ່າ, 80 ປີຜ່ານມາ, ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ເຊິ່ງພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ໝູນໃຊ້ຢ່າງມີໄຫວພິບ, ປະດິດຄິດສ້າງ, ບັນລຸປະສິດທິຜົນ, ສອດຄ່ອງກັບສະພາບຕົວຈິງຂອງ ຫວຽດນາມ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຖືວ່າ, ໃນໄລຍະພັດທະນາໃໝໂດຍສະພາບການໂລກມີການປ່ຽນແປງຢ່າງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າ ໄດ້ນຳມາເຊິ່ງບັນດາກາລະໂອກາດໃໝ່ ແຕ່ກໍ່ມີສິ່ງທ້າທາຍຫຼາຍຢ່າງສຳລັບວຽກງານອະນຸລັກຮັກສາ, ພັດທະນາວັດທະນະທຳ, ສິລະປະ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີວ່າ:

“ສືບຕໍ່ຄົ້ນຄວ້າ, ເຮັດແຈ້ງບັນດາການກຳນົດທິດໃຫຍ່, ທັດສະນະລຸລ່ວງ, ພ້ອມກັນນັ້ນພັດທະນາ, ເພີ່ມເຕີ່ມ, ເຮັດໃຫ້ເນື້ອໃນຂອງໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ອຸດົມສົມບຸນ ແລະ ເລິກເຊິ່ງກວ່າເກົ່າ. ເພີ່ມທະວີການລະດົມ, ເສີມຂະຫຍາຍບັນດາແຫຼ່ງກຳລັງຂອງລັດ ແລະ ສັງຄົມຢ່າງສຸດຂີດ ເພື່ອພັດທະນາວັດທະນະທຳຢ່າງຮອບດ້ານ, ເພື່ອໃຫ້ວັດທະນະທຳ, ມະນຸດເປັນກຳລັງແຮງພາຍໃນຂອງຊາດຢ່າງແທດຈິງ”.


top