ຂ່າວສານ

ພີທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ

ການຢ້ຽມຢາມ ໂຮນລັງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ດ້ວຍຈຸດສຸມແມ່ນການພົບປະເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.
  ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ  

ຕອນເຊົ້າວັນທີ 12 ທັນວາ, ຢູ່ທຳນຽບນາຍົກລັດຖະມົນຕີ ໂຮນລັງ, ຢູ່ນະຄອນ ລາໄຮ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ມາຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ.

ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ນາຍົກລັດຖະມົນຕີທັງ 2 ທ່ານພ້ອມກັນເດີນໄປຕາມທີ່ຕັ້ງກິຕິມະສັກ. ຕໍ່ຈາກນັ້ນນາຍົກລັດຖະມົນຕີ 2 ທ່ານໄດ້ແນະນຳພາກສ່ວນຄະນະຜູ້ແທນເຂົ້າຮ່ວມພິທີ. ການຢ້ຽມຢາມ ໂຮນລັງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ດ້ວຍຈຸດສຸມແມ່ນການພົບປະເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

 


top