ຂ່າວສານ

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ ຮຸ່ງ ໄດ້ ​ຈັດ​ຂຶ້ນ​ຢູ່ຫຼາຍ​ທ້ອງ​ຖິ່ນ

ຕອນເຊົ້າຂອງວັນທີ 29 ເມສາ ການນຳນະຄອນ ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ອະນຸສາວະລີ ເຈົ້າຊີວິດຮຸ່ງຢູ່ ສວນສາທາລະນະ ປະຫວັດສາດ - ວັດທະນະທຳ ຊົນຊາດນະຄອນໂຮ່ຈີມິນ.
ການນຳນະຄອນໂຮ່ຈີມິນ ພ້ອມກັບປະຊາຊົນເຂົ້າຮ່ວມພິທີໄຫວ້ບູຊາ ເຈົ້າຊີວິດຮຸ່ງ
ກົງກັບຈຸດເວລາ ພິທີໄຫວ້ບຸຊາເຈົ້າຊີວິດຮຸ່ງ ໄດ້ຂຶ້ນຢູ່ຝຸເທາະ, ຢູ່ທ້ອງຖິ່ນຕ່າງໆ ທີ່ມີວິຫານເຈົ້າຊີວິດຮຸ່ງ ແລະ ບັນດາບຸລຸດຜູ້ມີຊື່ສຽງແມ່ທັບໃນສະໄໝລາດຊະວົງເຈົ້າຊີວິດຮຸ່ງ ໃນທົ່ວປະເທດ ກໍ່ພ້ອມກັນຈັດພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຕາມພິທີກຳທີ່ເປັນມູນເຊື້ອ.

ຢູ່ນະຄອນໂຮ່ຈີມິນ, ຕອນເຊົ້າຂອງວັນທີ 29 ເມສາ ການນຳນະຄອນ ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ອະນຸສາວະລີ ເຈົ້າຊີວິດຮຸ່ງຢູ່ ສວນສາທາລະນະ ປະຫວັດສາດ - ວັດທະນະທຳ ຊົນຊາດນະຄອນໂຮ່ຈີມິນ (ນະຄອນ ຖູດຶກ).

ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກອນຕຸມ ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ດ້ວຍຈິດໃຈອ່ວາຍໜ້າເມື່ອຫາກົກເຄົ້າເຫງົ້າກໍ່. ຢູ່ສາລາ ເລືອງເຄ໊, ເມືອງທົ້ງເຍິດ, ນະຄອນກອນຕຸມ ເຊິ່ງແມ່ນບ່ອນຮັກສາພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ແຕ່ປີ 1911 ມາຮອດປັດຈຸບັນ, ທ່ານ ຟານເທ໊ງອກ, ຫົວໜ້າຄະນະບໍລິຫານງານສາລາ ເລືອງເຄ໊ ໃຫ້ຮູ້ວ່າ:

ຜ່ານພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ, ປະຊາຊົນຮູ້ຈັກໄດ້ວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງເຈົ້າຊີວິດຮຸ່ງ, ເພື່ອໃຫ້ປະຊາຊົນແຕ່ລະຄົນ, ເປັນຕົ້ນແມ່ນລຸ້ນໜຸ່ມ ມີຄວາມເຂົ້າໃຈຕໍ່ປະຫວັດສາດ ຫວຽດນາມ ແລະ ສີສັນວັດທະນະທຳເຊິ່ງປູຍາຕາຍານປະໄວ້ໃຫ້. ພ້ອມທັງ, ຜ່ານນັ້ນ ປະຊາຊົນແຕ່ລະຄົນ ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ຄົນລຸ້ນໜຸ່ມຕ້ອງພະຍາຍາມຮ່ຳຮຽນ, ອອກແຮງງານ, ປະຕິບັດວຽກງານໃຫ້ເປັນຢ່າງດີ ເພື່ອນຳປະເທດຊາດພັດທະນາທຽບເທົ່າກັບບັນດາປະເທດອື່ນໆໃນໂລກ.


top