ຂ່າວສານ

ພິ​ທີ​ໄຂ​ງານ​ບຸນ​ວິ​ຫານ​ເ​ຈິ່ນ​ - ຈຸດ​ຄວາມ​ງາມ​ຍາມ​ລະ​ດູ​ບານ​ໃໝ່​ໃນ​ວັດ​ທະ​ນະ​ທຳ ຫວຽດ

ຕອນຄ່ຳວັນທີ 4 ກຸມພາ (ກົງກັບວັນທີ 14 ເດືອນ ຈຽງ ປີແມວ 2023), ເຂດປູສະນີຍະສະຖານປະຫວັດສາດວັດທະນະທຳ ວິຫານ ເຈິ່ນ - ວັດທາບ (ນະຄອນນາມດິງ, ແຂວງ ນາມດິງ), ໄດ້ດຳເນີນພິທີໄຂງານບຸນວິຫານເຈີ່ນລະດູບານໃໝ່ປີແມວ 2023.
  ພິທີໄຂງານບຸນວິຫານເຈິ່ນ (ພາບ: TTXVN)  

ພາຍຫຼັງພິທີໄຂວັນບຸນວິຫານເຈິ່ນ, ວິຫານໄດ້ເປີດປະຕູເພື່ອໃຫ້ປະຊາຊົນ ແລະ ແຂກມາຈາກທຸກສາລະທິດເຂົ້າບູຊາຍາມປີໃໝ່. ມາວິຫານເຈິ່ນ, ແຂກທ່ອງທ່ຽງບໍ່ພຽງແຕ່ພາວະນາຂໍສິ່ງທີ່ໂຊກດີ, ຂໍພອນເທົ່ານັ້ນ ຫາກຍັງໄດ້ຮັບຊົມກິດຈະກຳສະຖາປັດຕະຍາກຳ, ບັນດາເອກະສານ, ວັດຖຸພັນສະໄໝເຈິ່ນ, ວັດຖຸພັນອັນລ້ຳຄ່າກ່ຽວກັບເຈົ້າຊີວິດສະໄໝເຈິ່ນ 14 ອົງ ແລະ ບັນດາພົນທະຫານຂອງສະໄໝເຈິ່ນອີກດ້ວຍ.

 


top