ຂ່າວສານ

ພິ​ທີ​ເປີດ​ການ​ແຂ່ງ​ຂັນ “ຊອ​ກ​ຮູ້​ກ່ຽວ​ກັບປະ​ຫວັດ​ສາດ​​ສາຍນ​ພົວ​ພັນ​ພິ​ເສດ ​ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ” ປີ 2022

ພິທີເປີດການແຂ່ງຂັນ “ຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 ໂດຍຄະນະໂຄສະນາສຶກສາສູນກາງພັກເປັນປະທານ ໄດ້ໄຂຂຶ້ນເມື່ອຕອນບ່າຍວັນທີ 13 ມິຖຸນາຢູ່ຮ່າໂນ້ຍ.

ພິທີເປີດການແຂ່ງຂັນ “ຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 ໂດຍຄະນະໂຄສະນາສຶກສາສູນກາງພັກເປັນປະທານ ໄດ້ໄຂຂຶ້ນເມື່ອຕອນບ່າຍວັນທີ 13 ມິຖຸນາຢູ່ຮ່າໂນ້ຍ.

    

ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່າວຄຳເຫັນທີ່ພິທີ

ການແຂ່ງຂັນເພື່ອແນ່ໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (5/9/1962-5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ (18/7/1977-18/7/2022). ກ່າວຄຳເຫັນທີ່ພິທີ, ທ່ານເຈິນຢ້ວານຕຽນ, ຫົວໜ້າບັນນາທິການສື່ເອເລກໂຕນິກພັກກອມມູນິດຫວຽດນາມ, ຮອງຫົວໜ້າປະຈຳຄະນະຈັດຕັ້ງການສອບເສັງ ໃຫ້ຮູ້ວ່າ:

ການແຂ່ງຂັນເພື່ອແນໃສ່ສຶກສາອົບຮົມມູນເຊື້ອການປະຕິວັດ, ເຮັດໃຫ້ ປຊຊ ສອງປະເທດແຕ່ລະຄົນ, ໂດຍສະເພາະແມ່ນລຸ້ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເຊື່ອໝັ້ນວ່າ, ການສອບເສັງຈະໄດ້ຮັບຄວາມສົນໃຈຈາກ ປຊຊ ທຸກຊັ້ນຄົນ, ນັບແຕ່ຊາວໜຸ່ມຕະຫຼອດຮອດເຍົາວະຊົນ, ຊາວໜຸ່ມ, ຜູ້ອາຍຸສູງ:

(ແຫຼ່ງຄັດຈາກ VOV)


top