ຂ່າວສານ

ພິ​ທີ​ເດີນ​ສວນ​ສະ​ໜາມ​ກ້ອນ​ກຳ​ລັງ ​ສະຫຼອງວັນ​ຊາດ ​ຫວຽດ​ນາມ ທີ​ 2 ກັນ​ຍາ ປະ​ກອບ​ສ່ວນ​ເພີ່ມ​ພູ​ຄູນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແຜ່​ກະ​ຈາຍ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ

ທ່ານ ເລຫ໋າຍບິ່ງ ໃຫ້ຮູ້ວ່າ ໝາກຜົນດີງາມທີ່ສຸດຂອງພິທີເດີນສວນສະໜາມກ້ອນກຳລັງຜ່ານມາ ແມ່ນການປະກອບເຫື່ອແຮງຂອງຫຼາຍກຳລັງ, ຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ກໍ່ຄືຂອງປະຊາຊົນ.
ທ່ານ ເລຫ໋າຍບິ່ງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ (ພາບ: VGP)

“ປະຊາຊົນໄດ້ສ້າງພື້ນຖານ, ກໍ່ຄືສ້າງສິ່ງພິເສດຂອງພິທີເດີນສວນສະໜາມກ້ອນກຳລັງ” ທ່ານ ເລຫ໋າຍບິ່ງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ເນັ້ນໜັກຄຶດັ່ງກ່າວ ຢູ່ການຖະແຫຼງຂ່າວລັດຖະບານນັດສາມັນ ດຳເນີນໃນຕອນບ່າຍວັນທີ 6 ກັນຍາ ຢູ່ຮ່າໂນ້ຍ ກ່ຽວກັບຄວາມໝາຍປະຫວັດສາດຂອງພິທີເດີນສວນສະໜາມກ້ອນກຳລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ ທີ່ຜ່ານມາ.

ທ່ານ ເລຫ໋າຍບິ່ງ ໃຫ້ຮູ້ວ່າ ໝາກຜົນດີງາມທີ່ສຸດຂອງພິທີເດີນສວນສະໜາມກ້ອນກຳລັງຜ່ານມາ ແມ່ນການປະກອບເຫື່ອແຮງຂອງຫຼາຍກຳລັງ, ຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ກໍ່ຄືຂອງປະຊາຊົນ. ເຫດການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ຕໍ່ການຊີ້ນຳຂອງພັກ, ຄວາມມຸ່ງຫວັງບືນຕົວຂຶ້ນຂອງຊາດ, ພ້ອມທັງແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ເສຍສະຫຼະຊີວິດເລືອດເນື້ອໃນເສັ້ນທາງການປະຕິວັດ ໃນໄລຍະ 80 ຜ່ານມາ. ພິທີສະເຫຼີມສະຫຼອງ, ເດີນສວນສະໜາມກ້ອນກຳລັງວັນທີ 2 ກັນຍາ ແມ່ນສານສົ່ງໄປຍັງສາກົນ ກ່ຽວກັບປະເທດ ຫວຽດນາມ ແຫ່ງ ສັນຕິພາບ, ເອກະລາດ, ມິດຕະພາບ, ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບແບບ.


top