ຂ່າວສານ

ພິ​ທີ​ມອບ​ເຂົ້າ​ສານ​ໃຫ້​ຄອບ​ຄົວທະ​ຫານ, ນັກ​ຮົບ​ເກົ່າ​ ລາວ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ຕອນບ່າຍວັນທີ 13 ທັນວາ, ຢູ່ສະຖານທູດ ລາວ ປະຈຳ ຫວຽດນາມ ທີ່ຮ່າໂນ້ຍ ໄດ້ດຳເນີນພິທີມອບ-ຮັບເຂົ້າສານຄັ້ງທີ 1 ຂອງ ຄະນະຕິດຕໍ່ທົ່ວປະເທດ - ອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ ໃຫ້ແກ່ຄອບຄົວທະຫານ, ນັກຮົບເກົ່າຂອງລາວ ປະສົບກັບຄວາມຫຍຸ້ງຍາກ.
  ຄະນະທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຖ່າຍຮູບກັບເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດ ເປັນທີ່ລະນຶກ  

ທີ່ພິທີ, ທ່ານ ຕ່າວວັນຖ໊າຍ ຮອງຫົວໜ້າຄະນະຮັບຜິດຊອບວຽກງານພົວພັນຕ່າງປະເທດ, ຄະນະຕິດຕໍ່ທົ່ວປະເທດ - ອະດີດທະຫານອາສາສະໝັກ  ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ ໃຫ້ຮູ້ວ່າ:

“ນີ້ແມ່ນໝາກຜົນຂອງການຂົນຂວາຍອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ລາວໃນທົ່ວປະເທດ ແລະ ບາງກົມກອງອື່ນ. ພາຍຫຼັງການຢ້ຽມຢາມ ລາວ ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຮູ້ວ່າ, ໃນຊຸມປີຜ່ານມາ, ພິເສດແມ່ນໃນປີ 2022, ປະເທດລາວເວົ້າລວມ ແລະ ຄອບຄົວທະຫານ, ນັກຮົບເກົ່າຈຳນວນໜຶ່ງຂອງ ລາວ ປະສົບກັບຄວາມຫຍຸ້ງຍາກຍ້ອນໄພທຳມະຊາດ, ໂລກລະບາດ… ໂດຍເລີ່ມມາຈາກນ້ຳໃຈອຸ້ມຊູຊ່ວຍເຫຼືອກັນ, ຄວາມຮູ້ບຸນຄຸນຂອງອະດີດທະຫານອາສາສະໝັກຫວຽດນາມ, ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ ທີ່ມີຕໍ່ປະຊາຊົນ ແລະ ທະຫານຂອງລາວໃນເມື່ອກ່ອນ ແລະ ດ້ວຍຄວາມປາດຖະໜາຢາກແບ່ງປັນ ເພື່ອຫຼຸດຜ່ອນຄວາມທຸກຍາກສ່ວນໃດສ່ວນໜຶ່ງໃຫ້ແກ່ອະດີດທະຫານ ແລະ ປະຊາຊົນ ລາວ”.

ທີ່ພິທີມອບ - ຮັບ, ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ:

“ຫຼານສຸດທີ່ຕື້ນຕັນໃຈ ເມື່ອເຫັນພວກລຸງນຳເອົານ້ຳຈິດນ້ຳໃຈອັນປະເສີດມອບໃຫ້ແກ່ບັນດາອະດີດນັກຮົບເກົ່າຂອງລາວ ທີ່ມີຄວາມຫຍຸ້ງຍາກຂາດເຂີນ. ຄວາມຈິງແລ້ວ, ພວກລຸງພວກປ້າທັງຫຼາຍກໍປະສົບກັບຄວາມຫຍຸ້ງຍາກຫຼາຍປະການໃນຊີວິດສັງຄົມ, ແຕ່ໃນເວລາດຽວກັນ ພວກລຸງຍັງບິແບ່ງສິ່ງຂອງ, ນ້ຳຈິດນ້ຳໃຈໃຫ້ແກ່ປະຊາຊົນລາວ ກໍຄື ບັນດານັກຮົບເກົ່າຂອງລາວທີ່ປະສົບກັບຄວາມຫຍຸ້ງຍາກໃນປັດຈຸບັນ”.

ນອກຈາກການແບ່ງປັນຄວາມຫຍຸ້ງຍາກັບບັນດາອະດີດທະຫານ, ປະຊາຊົນ ລາວ, ການເຄື່ອນໄຫວນີ້ ກໍເພື່ອແນໃສ່ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ, ນ້ຳໃຈລະຫວ່າງກອງທັບ ກັບປະຊາຊົນ ຫວຽດນາມ - ລາວ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນການກະທຳອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາດ ຫວຽດນາມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີສາມັກຄີມິດຕິພາບ ຫວຽດນາມ - ລາວ 2022.


top