ຕອນບ່າຍວັນທີ 24 ມີນາ, ຢູ່ນະຄອນ ຝູກວັກ, ຄະນະກຳມະການປະຊາຊົນແຂວງ ກຽນຢາງ ໄດ້ຈັດພິທີປຸກລະດົມກະກຽມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ 2027 (APEC).
ພິທີປຸກລະດົມກະກຽມສັບປະດາສຸດຍອດ APEC 2027
ເມື່ອກ່າວຄຳເຫັນຊີ້ນຳໃນພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ການນຳແຂວງ ກຽນຢາງ, ນະຄອນ ຝູກວັກ ແລະ ບັນດາກະຊວງ, ຂະແໜງການຂັ້ນສູນກາງ ສ້າງຕັ້ງຄະນະຊີ້ນຳຈັດຕັ້ງສັບປະດາສຸດຍອດ APEC 2027 ຢ່າງວ່ອງໄວ; ປະຕິບັດວຽກງານກະກຽມລົງທຶນ, ບຸກເບີກພື້ນທີ່, ຮັບປະກັນຄວາມສະຫງົບໃຫ້ບັນດາໂຄງການຮັບໃຊ້ APEC ໃຫ້ເປັນຢ່າງດີ; ຍູ້ແຮງວຽກງານສົ່ງເສີມການລົງທຶນ, ດຶງດູດບັນດານັກລົງທຶນຍຸດທະສາດພາຍໃນປະເທດ ແລະ ສາກົນເຂົ້າຮ່ວມບັນດາໂຄງການພື້ນຖານໂຄງການການບໍລິການຮັບໃຊ້ APEC 2027 ແລະ ໃນໄລຍະຍາວແມ່ນຮັບໃຊ້ວິວັດທະນາການພັດທະນາເສດຖະກິດ - ສັງຄົມຂອງ ຝຸກວັກ.
ເພື່ອກະກຽມໃຫ້ແກ່ສັບປະດາສຸດຍອດ APEC 2027, ໃນໄລຍະຈະມາເຖິງ, ແຂວງ ກຽນຢາງ ໄດ້ສຳເລັດການສຳຫຼວດກວດຄືນບັນຊີລາຍຊື່ບັນດາໂຄງການ, ກິດຈະກຳຈຸດສຸມຮັບໃຊ້ APEC.