ຂ່າວສານ

ພິ​ທີ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2024: ວັນ​ບຸນ​ວັດ​ທະ​ນະ​ທຳ ອ​ວ່ອຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ່ ຢູ່ Washington, D.C ແລະ Saint Petersburg

ສະມາຄົມພັນລະຍາ, ສາມີ ປະຈຳ Washington, D.C ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດວັນບຸນວັດທະນະທຳດ້ວຍຫົວຂໍ້ “ອວ່າຍໜ້າເມື່ອຫາກົກເຄົ້າເຫງົ້າກໍ່” ເພື່ອຍົກສູງນ້ຳໃຈ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະ ເຊີດຊູບັນດາຈຸດວັດທະນະທຳ ຫວຽດນາມ ເນື່ອງໃນໂອກາດວັນບູຊາເຈົ້າຊີວິດຮຸ່ງ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ພ້ອມດ້ວຍພັນລະຍາ ແລະ ພະນັກງານ, ລັດຖະກອນສະຖານທູດທຸກຖ້ວນໜ້າ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ໄດ້ຈັດພິທີຈູດທູບໃຕ້ທຽນ (ພາບ:TTXVN)

ວັນທີ 13 ເມສາ (ຕາມເວລາທ້ອງຖິ່ນ) ສະມາຄົມພັນລະຍາ, ສາມີ ປະຈຳ Washington, D.C ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດວັນບຸນວັດທະນະທຳດ້ວຍຫົວຂໍ້ “ອວ່າຍໜ້າເມື່ອຫາກົກເຄົ້າເຫງົ້າກໍ່” ເພື່ອຍົກສູງນ້ຳໃຈ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະ ເຊີດຊູບັນດາຈຸດວັດທະນະທຳ ຫວຽດນາມ ເນື່ອງໃນໂອກາດວັນບູຊາເຈົ້າຊີວິດຮຸ່ງ. ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ພ້ອມດ້ວຍພັນລະຍາ ແລະ ພະນັກງານ, ລັດຖະກອນສະຖານທູດທຸກຖ້ວນໜ້າ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ໄດ້ຈັດພິທີຈູດທູບໃຕ້ທຽນ. ຫຼັງຈາກນັ້ນ, ບັນດາກິດຈະກຳວັດທະນະທຳ ເພື່ອລະນຶກເຖິງວັນບູຊາເຈົ້າຊີວິດຮຸ່ງ ກໍໄດ້ຈັດຂຶ້ນຢູ່ສວນສາທາລະນະ Norwood Local Park.

ກໍໃນວັນດຽວກັນ, ປະຊາຄົມຊາວ ຫວຽດນາມ ປະຈຳນະຄອນ Saint Petersburg (ລັດເຊຍ) ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ ແລະ ເຊີດຊູລູກຫຼານເຈົ້າຊີວິດຮຸ່ງໃນຂອບເຂດວັນຊາວຫວຽດນາມ ທົ່ວໂລກ ບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ). ເຂົ້າຮ່ວມພິທີມີຜູ້ແທນກວ່າ 200 ຄົນ, ເຊິ່ງລວມມີນັກສຶກສາ ແລະ ສຳມະນາກອນຢູ່ໂຮງຮຽນແຫ່ງຕ່າງໆໃນນະຄອນ ແລະ ຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.


top