ຂ່າວສານ

ພິ​ທີຕ້ອນ​​ຮັບ​ “ງານ​ບຸນ​ສາ​ລາ ຮຸ່ງ​ໂລ” ໄດ​້​​ຮັບ​ຮອງ​ເປັນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

ຕອນເຊົ້າວັນທີ 08 ເມສາ, ຢູ່ຕາແສງ ຮຸ່ງໂລ, ນະຄອນ ຫວຽດຈີ່, ແຂວງ ຝູເທາະ ໄດ້ຈັດພິທີຕ້ອນຮັບ “ງານບຸນສາລາຮຸ່ງໂລ” ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ປະກາດຂໍ້ຕົກລົງຂອງແຂວງ ຝູເທາະ ວ່າດ້ວຍການຮັບຮອງເອົາສະຖານທີ່ທ່ອງທ່ຽວວັດທະນະທຳເຂດຊຸມຊົນ ຮຸ່ງໂລ.

ຕອນເຊົ້າວັນທີ 08 ເມສາ, ຢູ່ຕາແສງ ຮຸ່ງໂລ, ນະຄອນ ຫວຽດຈີ່, ແຂວງ ຝູເທາະ ໄດ້ຈັດພິທີຕ້ອນຮັບ “ງານບຸນສາລາຮຸ່ງໂລ” ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ປະກາດຂໍ້ຕົກລົງຂອງແຂວງ ຝູເທາະ ວ່າດ້ວຍການຮັບຮອງເອົາສະຖານທີ່ທ່ອງທ່ຽວວັດທະນະທຳເຂດຊຸມຊົນ ຮຸ່ງໂລ.

    

ພິທີຕ້ອນຮັບ “ງານບຸນສາລາ ຮຸ່ງໂລ” ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ (ພາບ: TTXVN)

ເລື່ອງຮັບຮອງເອົາ ງານບຸນສາລາ ຮຸ່ງໂລ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ສະຖານທີ່ທ່ອງທ່ຽວເຂດຊຸມຊົນ ແມ່ນເງື່ອນໄຂເພື່ອໃຫ້ປະຊາຊົນ ຮຸ່ງໂລ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ຂຸດຄົ້ນທ່າແຮງພັດທະນາການທ່ອງທ່ຽວ. ທ່ານ ຫງວຽນຫືວອິກ, ປະທານຄະນະກຳມະການປະຊາຊົນຕາແສງ ຮຸ່ງໂລ ໃຫ້ຮູ້ວ່າ:

        “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເປັນເສນາທິການໃຫ້ແກ່ອົງຄະນະພັກທຸກຂັ້ນສ້າງແຜນການໂຄສະນາເຜີຍແຜ່, ປຸກລະດົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກນີ້ໃຫ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ພວກຂ້າພະເຈົ້າກໍມີແຜນການສ້ອມແປງ, ບູນລະນະຂະຫຍາຍເສັ້ນທາງ, ເພື່ອສ້າງຄວາມສະດວກໃຫ້ແກ່ການເຂົ້າ-ອອກສະຖານທີ່ທ່ອງທ່ຽວຊຸມຊົນນັ້ນ”.

        ປັດຈຸບັນ, ໃນບໍລິເວນຕາແສງ ຮຸ່ງໂລ ມີເຮືອນໄມ້ເກົ່າແກ່ 50 ຫຼັງ ທີ່ມີອາຍຸເຖິງນັບຮ້ອຍປີຂຶ້ນໄປ ຊຶ່ງລ້ວນແຕ່ໄດ້ຮັກສາຄຸນຄ່າທາງດ້ານປະຫວັດສາດ, ສະຖາປັດຕະຍາກຳ, ວັດທະນະທຳທີ່ຫຼາກຫຼາຍສີສັນ ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະເຂັ້ມຂຸ້ນໄປດ້ວຍພື້ນຖານວັດທະນະທຳກະສິກຳປູກເຂົ້ານາທາມ, ພ້ອມທັງມີທັດສະນີຍະພາບແຄມແມ່ນ້ຳລຳເຊ, ການເຄື່ອນໄຫວຂອງຕະຫຼາດເຂດບ້ານນາ ແລະ ໝູ່ບ້ານອາຊີບ…

(ແຫຼ່ງຄັດຈາກ VOV)


top