ຂ່າວສານ

ພິ​ຊິດ​ຍອດພູ​ເຂົາ Fansipan - ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່ຍາກ​ຈະຫຼົງ​ລືມ​ໄດ້​ຂອງ​ແຂກ​ທ່ອງ​ທ່ຽວ​ໄທ

ແຕ່ດົນນານມາແລ້ວ, ຊາປາ, ແຂວງລາວກາຍ ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດໄດ້ຂອງແຂກທ່ອງທ່ຽວສາກົນ, ໃນນັ້ນ ມີແຂກທ່ອງທ່ຽວໄທ ເມື່ອມີໂອກາດມາຢ້ຽມຢາມເຂດພາກເໜືອ ຫວຽດນາມ. ເມື່ອມາ ຊາປາ, ສະຖານທີ່ເຊິ່ງແຂກທ່ອງທ່ຽວຢາກແວ່ຢາມທີ່ສຸດນັ້ນແມ່ນເຂດທ່ອງທ່ຽວ Sun World Fansipan Legend ແລະ ການລົງພຶດຕິກຳຕົວຈິງໃນການພິຊິດຍອດພູ Fansipan “ຊາຍຄາອິນດູຈີນ” ຢູ່ລະດັບຄວາມສູງ 3.143 ແມັດ.
  ຄະນະນັກທ່ອງທ່ຽວໄທ ຢູ່ ເຂດທ່ອງທ່ຽວ Sun World Fansipan Legend   

ໃນການໄປປະຕິບັດງານຢູ່ ຫວຽດນາມ, ທ່ານ Paladej Pinprateep ແຂກທ່ອງທ່ຽວໄທ ມີໂອກາດແວ່ຢາມ ຊາປາ ແລະ ສະຖານທີ່ທຳອິດທີ່ທ່ານຢາກຢ້ຽມຢາມທີ່ສຸດນັ້ນແມ່ນເຂດທ່ອງທ່ຽວ Sun World Fansipan Legend.

 
  Sun World Fansipan Legend ໂດຍກຸ່ມບໍລິສັດ Sun Group ລົງທຶນກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວນັບແຕ່ປີ 2016 ຢູ່ເທດສະບານ ຊາປາ, ແຂວງລາວກາຍ. ເຂດທ່ອງທ່ຽວໄດ້ນຳເອົາການເດີນທາງທ່ອງທ່ຽວທີ່ເຕັມໄປດ້ວຍສີສັນວັດທະນະທຳ ແລະ ຄວາມງາມທາງດ້ານທຳມະຊາດເຂດໄຕບັກ ມາໃຫ້ແຂກທ່ອງທ່ຽວ. ໂດຍແມ່ນຄູ່ຮ່ວມເດີນທາງກັບທ່ານ Paladej Pinprateep   ໃນການເດີນທາງຄົ້ນຫາ ພູ Fansipan, ທ່ານ Banhan Bunkhet ແຂກທ່ອງທ່ຽວໄທ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 2 ທີ່ທ່ານມາ ຊາປາ ແລະ ທ່ານຮູ້ສຶກໄດ້ເຖິງການປ່ຽນແປງຢ່າງຈະແຈ້ງຂອງເຂດທ່ອງທ່ຽວທີ່ມີຊື່ສຽງນີ້,
 
  ຊາປາ ຍັງດຶງດູດໃຈແຂກທ່ອງທ່ຽວດ້ວຍບັນດາວັນບຸນທີ່ໄດ້ຈັດຂຶ້ນຕໍ່ເນື່ອງຕະຫຼອດປີຢູ່ເຂດທ່ອງທ່ຽວ Sun World Fansipan Legend, ຊຶ່ງໄດ້ສ້າງບັນດາກາລະໂອກາດໄດ້ລົງພຶດຕິກຳຕົວຈິງໃນການດຳລົງຊີວິດຂອງປະຊາຊົນເຂດພູສູງຢ່າງແທດຈິງທີ່ສຸດ, ດ້ວຍສຽງເປົ່າໃບໄມ້ທີ່ອ່ອນຊ້ອນ ແລະ ສີສັນທີ່ເຈີດຈ້າຂອງຜ້າພື້ນເມືອງ ຫຼື ກິ່ນຫອມຂອງເຍື່ອງອາຫານຕ່າງໆຂອງເຂດພູສູງ ເຊິ່ງຍາກທີ່ຈະອົດໃຈໄວ້ໄດ້. ນີ້ກໍ່ແມ່ນແຫ່ງໜຶ່ງດຽວທີ່ແຂກທ່ອງທ່ຽວສາມາດຊົມຮ່ອມພູດອກກຸຫຼາບທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ ດ້ວຍແນວພັນດອກກຸຫຼາບທີ່ເປັນເອກະລັກ ແລະ ຫາຍາກ. ເພາະສະນັ້ນ, ເຖິງວ່າມີແຕ່ມື້ໜຶ່ງທີ່ໄປຄົ້ນຫາພູ Fansipan, ຢ້ຽມຊົມບັນດາກິດຈະກຳວັດທະນະທຳທີ່ສັກສິດ ແລະ ຮັບຊົມທິວທັດທຳມະຊາດຢູ່ເຂດທ່ອງທ່ຽວທີ່ມີຊື່ສຽງນີ້ ແຕ່ບັນດາແຂກທ່ອງທ່ຽວໄທ ກໍ່ລ້ວນແຕ່ສະແດງຄວາມປະທັບໃຈຕໍ່ກິດຈະກຳທີ່ໃຫຍ່ໂຕມະໂຫຖານນີ້ ກໍ່ຄືທິວທັດທຳມະຊາດທີ່ສວຍສົດງົດງາມຢູ່ແຫ່ງນີ້.
  ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຫັນດີກັບແຜນນະໂຍບາຍກໍ່ສ້າງທ່າອາກາດສະຍານ ຊາປາ ກາຍເປັນທ່າອາກາດສະຍານສາກົນ. ການວາງແຜນກຳນົດນີ້ຈະແມ່ນບາດກ້າວພັດທະນາທີ່ມີລັກສະນະບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມຂອງເຂດຕາເວັນຕົກສ່ຽງເໜືອ, ເຊິ່ງມີຜົນກະທົບຢ່າງຕັ້ງໜ້າຕໍ່ຕະຫຼາດຕ້ອນຮັບແຂກທ່ອງທ່ຽວ, ພິເສດແມ່ນແຂກທ່ອງທ່ຽວສາກົນມາຍັງ ຊາປາ ກໍ່ຄືເຂດທ່ອງທ່ຽວ Sun World Fansipan Legend. ໂຄງການໄດ້ວາງສີລາລຶກໃນເດືອນມີນາ ປີ 2022 ແລະ ຄາດວ່າຈະນຳເຂົ້າສູ່ການເຄື່ອນໄຫວໃນປີ 2026.

top