ຂ່າວສານ

ພິທີ​ປຸກລະດົມ​ເດືອນ​ກະທໍາ​ເພື່ອ​ເດັກ ປີ 2020

ເດືອນກະທໍາເພື່ອເດັກປີ 2020 ມີຫົວຂໍ້ “ຮ່ວມແຮງຮ່ວມໃຈປົກປ້ອງເດັກ, ປ້ອງກັນ ແລະ ຕ້ານການທໍາຮ້າຍເດັກ” ເພື່ອແນໃສ່ຂົນຂວາຍບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ຄອບຄົວ ແລະ ວົງຄະນະຍາດເຂົ້າຮ່ວມວຽກງານປົກປ້ອງເດັກຢ່າງຕັ້ງໜ້າກວ່າອີກ.

 (ພາບປະກອບ: baodansinh.vn)

ຕອນເຊົ້າວັນທີ 1 ມິຖຸນາ, ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຢີກວ້ອງ, ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງພິທີປຸກລະດົມເດືອນກະທໍາເພື່ອເດັກປີ 2020. ເດືອນກະທໍາເພື່ອເດັກປີ 2020 ມີຫົວຂໍ້ “ຮ່ວມແຮງຮ່ວມໃຈປົກປ້ອງເດັກ, ປ້ອງກັນ ແລະ ຕ້ານການທໍາຮ້າຍເດັກ” ເພື່ອແນໃສ່ຂົນຂວາຍບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ຄອບຄົວ ແລະ ວົງຄະນະຍາດເຂົ້າຮ່ວມວຽກງານປົກປ້ອງເດັກຢ່າງຕັ້ງໜ້າກວ່າອີກ.

        ກ່າວຄໍາເຫັນນະທີ່ນີ້, ທ່ານ ດ່າວງອກຢຸງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການແຫ່ງຊາດກ່ຽວກັບເດັກ ເນັ້ນໜັກວ່າ:

        “ຜ່ານພິທີປຸກລະດົມຄັ້ງນີ້, ຂ້າພະເຈົ້າປາດຖະໜາວ່າ ຈາກໂຮງຮຽນມັດທະຍົມຕອນຕົ້ນ ຢີກວ້ອງ ແຫ່ງນີ້ ຈະສົ່ງສານເຖິງທົ່ວປະເທດ, ເຖິງຜູ້ໃຫຍ່, ຜູ້ຮັບຜິດຊອບແຕ່ລະຄົນ ແລະ ແຕ່ລະອົງການ ຈົ່ງປະຕິບັດຢ່າງຖືກຕ້ອງຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ. ຄໍາເວົ້າຕ້ອງຄຽງຄູ່ກັບການກະທໍາ, ເວົ້າໜ້ອຍເຮັດຫຼາຍເພື່ອເດັກ. ເດັກແຕ່ລະຄົນ ຈະຮູ້ຈັກການຊອກຮູ້ກ່ຽວກັບກົດໝາຍວ່າດ້ວຍເດັກ ດ້ວຍຕົນເອງ, ພວກເຮົາເດັດດ່ຽວບໍ່ປະໃຫ້ການທໍາຮ້າຍເດັກສືບຕໍ່ເກີດຂຶ້ນໃນແຕ່ລະວັນຄືປັດຈຸບັນ”.

        ໃນເດືອນກະທໍາເພື່ອເດັກປີ 2020 ໄດ້ສົ່ງສານທີ່ມີຄວາມໝາຍຫຼາຍຢ່າງ ເຊັ່ນ: ປາສະຈາກການທໍາຮ້າຍເດັກ; ຮັບຟັງເດັກດ້ວຍຫົວໃຈ, ປົກປ້ອງເດັກດ້ວຍການກະທໍາ.... 

 (ແຫຼ່ງຄັດຈາກ VOV)


top