ວັດທະນະທຳ

ພິທີ​ ເກົ່າງື ​ຢູ່​ໝູ່​ບ້ານ ​ຖ໋າຍເຢືອງ

ວັນ​ທີ 2 ກຸມພາ 2023, ກົງກັບວັນ​ທີ 12 ມັງກອນ​ ປີ ​ແມວ, ບ້ານ​ວັດ​ທະ​ນະ​ທຳ ​ຖ໋າຍເຢືອງ, ເມືອງ ຖ້ວນອານ, ​ນະຄອນ ​ເຫວ້, ​ແຂວງ ​ເທື່ອ​ທຽນ​ເຫວ້​ໄດ້​ຈັດ​ງານ​ບຸນ​ ເກົ່າງື (ເທດສະການຫາປາ) ຕາມ​ຮີດຄອງ​ປະ​ເພນີ“​ຕາມນຽນ ດ໋າວເລ້”  ໝາຍຄວາມວ່າ ສາມປີໄຂຂຶ້ນເທື່ອໜຶ່ງ. ນີ້​ແມ່ນ​ງານ​ບຸນ​ໃຫຍ່​ທີ່​ເຂັ້ມຂຸ້ນໄປ​ດ້ວຍ​ເອກະລັກ​ວັດທະນະທຳ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງ​ ຢູ່​ແຄມ​ທະ​ເລ ເທື່ອທຽນ, ງານບຸນ ໄດ້ດຶງ​ດູດ​ມວນຊົນ ​ແລະ ນັກ​ທ່ອງ​ທ່ຽວ​ ​ເຂົ້າ​ຮ່ວມນັບເປັນ​ຈຳນວນ​ຫຼວງ​ຫຼາຍ.

ພິທີ​ ເກົ່າງື ​ຢູ່​ໝູ່​ບ້ານ ​ຖ໋າຍເຢືອງ ​ໄດ້​ຈັດ​ຂຶ້ນ​ຕາມ​ພິທີ​ກຳ​ພື້ນ​ເມືອງ ທ່ີຫຼາກຫຼາຍ ພ້ອມກັບບັນດາການ​ເຄື່ອນ​ໄຫວດ້ານ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ​ຊຸມ​ຊົນ ທີ່ເປັນເອກະລັກສະເພາະ ​ເພື່ອຂໍໃຫ້ເທວະດາຟ້າແຖນ, ບັນພະບຸລຸດຂອງ ​ໝູ່​ບ້ານ​ໃຫ້ການປົກປັກຮັກ ສາປະຊາຊົນ ຢູ່ເຢັນເປັນສຸກ, ຝົນຟ້າອາກາດເອື້ອອຳນວຍ, ເດັກ ນ້ອຍໃນບ້ານ ມີສຸຂະພາບແຂງແຮງ, ການອອກໄປຫາປາ ຢູ່ທ້ອງທະເລ ໄດ້ສະດວກ, ຈັບປາ, ກຸ້ງ ໄດ້ຫຼາຍ, ຊາວບ້ານມີຄວາມອີ່ມໜຳສຳລານ, ທຸກຄົນ ມີຄວາມສຸກ. 

ໃນ​ຄືນ​ກ່ອນ​ວັນ​ບຸນ ແມ່ນບັນດາ​ພິທີ​ແຫ່​ຂະ​ບວນ, ພິທີຂໍ ຄວາມສະຫງົບ, ພິທີເສັ້ນໄຫວ້... ​ເຊິ່ງໄດ້ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ​ແລະ ​ເຄົາ ລົບ​ນັບຖື ດ້ວຍ​ຫຼາຍ​ເນື້ອ​ໃນ​ທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນ​ມີ​ການ​ລະ ນຶກ​ເຖິງ​ບຸນຄຸນ​ຂອງ​ບັນພະບຸລຸດ ຜູ້ມີຄຸນງາມຄວາມດີໃນການ ສ້າງອາຊີບຫາປາ ແລະ ​ສ້າງບ້ານ​ແປງເມືອງ ເພື່ອ​ຕັກ​ເຕືອນ​ລູກ​ຫຼານ​ໃນບ້ານ​ ໃຫ້​ເບິ່ງ​ເຖິງຮາກເຫງົ້າ ສະເໝີ.

ພາຍຫຼັງ​ພິທີ​ເປີດ ກໍ່ຈະເຖິງງານບຸນ ດ້ວຍ​ຫຼາຍ​ກິດຈະກຳ​ທີ່​ ເປັນ ​ເອກະລັກ​ສະ​ເພາະ ​ແລະ ມ່ວນ​ຊື່ນ​, ​ແຕ່​ຍັງ​ອຸດົມສົມບູນ​ໄປ​ດ້ວຍ​ຄວາມ​ໝາຍ​ດ້ານ​ມະນຸດສະທຳ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ສາມັກຄີ, ຄວາມຫ້າວຫັນໃນການອອກແຮງງ. ຢູ່ກາງເດີນສາລາບ້ານທີ່ກວ້າງຂວາງ ຫັນໜ້າອອກສູ່ທ່າເຮືອ ຕາມຢາງ, ຜູ້​ເຖົ້າ​ຜູ້​ແກ່​ຂອງ​ບ້ານ​ ຖ໋າຍເຢືອງ ພ້ອມ​ກັບ​ຊາວ​ບ້ານ​ ແລະ​ ນັກ​ທ່ອງ​ທ່ຽວ​ຈຳນວນຫຼວງ​ຫຼາຍ​ ໄດ້​ຊົມ​ການ​ສະ​ແດງ​ທີ່​ໜ້າ​ຕື່ນ​ເຕັ້ນ​ ແລະ ຟົດຟື້ນຫຼາຍ​ຢ່າງ​ທີ່​ສະທ້ອນໃຫ້ເຫັນ​ຊີວິດ​ການເປັນຢູ່ ປະຈຳ​ວັນ​ຂອງ​ຊາວ​ປະມົງ​ເຊັ່ນ: ຂວ່າງແຫໄຫຼມອງ, ຕຶກປາ, ອອກທະເລ, ຂາຍປາ... ມ່ວນທີ່ສຸດແມ່ນ ເກມຂອງເດັກນ້ອຍແຕ່ງຕົວເປັນກຸ້ງ, ປູ, ປາ, ປາມຶກ... ແລະ ເກມ ຫາບປາໄປຂາຍ ຂອງບັນດາແມ່ຄ້າ, ໄດ້ສ້າງໃຫ້ບັນຍາກາດຂອງງານບຸນ ຍິ່ງຄຶກຄື້ນມ່ວນຊື່ນ ໃນມື້ທຳອິດຂອງປີໃໝ່.  

ສາລາບ້ານ ຖ໋າຍເຢືອຍ, ສະຖານທີ່ດຳເນີນພິທີໄຫວ້ບູຊາໃນງານບຸນ ເກົ່າງື. ພາບ: ແທງຮ່ວາ/VNP

ທີມງານ ດຳເນີນພິທີກຳ. ພາບ: ແທງຮ່ວາ/VNP

ວົງດົນຕີ ດຳເນີນຕາມ​ຮີດຄອງ​ປະ​ເພນີ. ພາບ: ແທງຮ່ວາ/VNP

ປະໂລຫິດ (ເສື້ອແດງ) ຖວາຍເຄື່ອງບູຊາ ດ້ວຍຄວາມ ເຄົາລົບ. ພາບ: ແທງຮ່ວາ/VNP

ພິທີ​ຖວາຍ​ເຄື່ອງ​ບູຊາ ​ມີ​ຄົບສາມ​ຢ່າງ​ຄື ງົວ, ແບ້, ໝູ. ພາບ: ແທງຮ່ວາ/VNP

ໃຫ້ກຽດເຂົ້າຮ່ວມພິທີຖວາຍເຫຼົ້າ. ພາບ: ແທງຮ່ວາ/VNP

ພິທີ​ກຳ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງຂຶມ ຕາມ​ຮີດຄອງ​ປະ​ເພນີ. ພາບ: ແທງຮ່ວາ/VNP

ພິທີ​ໄຫວ້​ບູຊາ ເຮືອຫາປາ ຈະ​ດຳ​ເນີນ​ ​ແຕ່​ເຊົ້າໆ. ພາບ: ແທງຮ່ວາ/VNP

ໃນ​ຕອນ​ເຊົ້າ, ຜູ້​ເຖົ້າ​ຜູ້​ແກ່​ຂອງ​ໝູ່​ບ້ານ​ ຖ໋າຍເຢືອງ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສາລາບ້ານ​​ ເພື່ອ​ເຮັດ​ພິທີ​ບູຊາ​ ຫໍຫຼັກເມືອງ. ພາບ: ແທງຮ່ວາ/VNP

ບັນຍາກາດທີ່ຄຶກຄື້ນມ່ວນຊື່ນຂອງງານບຸນບ້ານ ຖ໋າຍເຢືອງ ພາຍຫຼັງ 3 ປີທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19. ພາບ: ແທງຮ່ວາ/VNP

ຜູ້​ເຖົ້າ​ຜູ້​ແກ່​ຂອງ​ໝູ່​ບ້ານ​ ຖ໋າຍເຢືອງ ​ເຂົ້າ​ຮ່ວມ​ງານ​ບຸນ​ບ້ານ. ພາບ: ແທງຮ່ວາ/VNP

ນັກທ່ອງທ່ຽວຕ່າງປະເທດ ຄົ້ນພົບຄວາມງາມຂອງງານບຸນ. ພາບ: ແທງຮ່ວາ/VNP

ຄວາມງາມຂອງຊາວປະມົງແຄມທະເລ.​ ພາບ: ແທງຮ່ວາ/VNP

ນັກ​ສິລະ​ປິນ​ ຮ້ອງ​ເພງ ​ແລະ ຟ້ອນ​ລຳ​ ກ່ຽວ​ກັບ​ປະຫວັດສາດ​ຂອງ​ໝູ່​ບ້ານ​ແຄມ​ທະ​ເລ​ ຖ໋າຍເຢືອງ. ພາບ: ແທງຮ່ວາ/VNP  

ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໄດ້​ສະທ້ອນ​ໃຫ້​ເຫັນ​ບັນ​ດາ​ບັນ​ຍາ​ກາດ​ຂອງ​ງານ​ບຸນ​​ໃນ​ຕົ້ນ​ປີ​ໃໝ່. ພາບ: ແທງຮ່ວາ/VNP  

ເດັກນ້ອຍໄດ້ເຂົ້າຮ່ວມ ການແຕ່ງຕົວເປັນກຸ້ງ, ປູປາມ, ປາມຶກ. ພາບ: ແທງຮ່ວາ/VNP  

ພາບການຫາປາ. ພາບ: ແທງຮ່ວາ/VNP  

ສາກສະແດງການຕຶກປາ. ພາບ: ແທງຮ່ວາ/VNP  

ພາບ ຊາວປະມົງ ໃສ່ມອງ ຈັບປາ. ພາບ: ແທງຮ່ວາ/VNP  

ພາບເຮືອຫາປາເຂົ້າທຽບທ່າ ເຕັມໄປດ້ວຍປາ ແລະ ກຸ້ງ. ພາບ: ແທງຮ່ວາ/VNP  

ບັນຍາກາດຢູ່ແຄມຝັ່ງ, ເອື້ອຍນ້ອງ ແມ່ນກຽມພ້ອມກະຕ່າ ແລະ ເງິນ ລໍຖ້າເຮືອເຂົ້າຈອດທຽບທ່າ ເພື່ອຊື້ປາ ຫາຄວາມໂຊກລາບໃນຕົ້ນປີ. ພາບ: ແທງຮ່ວາ/VNP  

ພາບເອື້ອຍນ້ອງ ແຂ່ງ​ຂັນຂົນ​ປາ​ໄປ​ຂາຍ ​ໄດ້​ສ້າງ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ງານ​ບຸນ. ພາບ: ແທງຮ່ວາ/VNP  

ຍິງຄົນ​ໜຶ່ງ​ ສະແດງເປັນ​ຊາວ​ປະມົງ​ ຫາບປາ​ໄປ​ຂາຍ​ໃນງານ​ບຸນ​ຂອງ​ໝູ່​ບ້ານ. ພາບ: ແທງຮ່ວາ/VNP  

ເດັກ​ຊາຍ​ ໄດ້​ຮັບ​ບົດ ເປັນ​ປາ​ ນັ່ງ​ໃນ​ກະຕ່າ ​ແລະ ​ຖືກຫາບ​ໄປຂາຍ ໃນ​ງານ​ບຸນ​ຂອງ​ໝູ່​ບ້ານ. ພາບ: ແທງຮ່ວາ/VNP  

ພາບເອື້ອຍນ້ອງ ແຂ່ງຂັນຂົນປາໄປຂາຍ ໄດ້ສ້າງ ບັນຍາ ກາດຟົດຟື້ນມ່ວນຊື່ນໃນງານບຸນ. ພາບ: ແທງຮວາ/VNP

ປະຕິບັດ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ

top