ຂ່າວສານ

ພິທີໄຫວ້ອາໄລ, ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ

ພັກ​, ລັດ, ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ຍາມ​ໃດ​ກໍ່​ຈະ​ລຶກ​ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ຂອງ​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່ໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ຂອງ​ຕົນ, ຍາມ​ໃດ​ກໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​ກັບ ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ
  ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວກັບເມືອປະເທດ (ພາບ: VOV)  
ຕອນ​ເຊົ້າ​ວັນ​ທີ 26 ພຶດ​ສະ​ພາ, ຢູ່​ແຂວງ ອຸ​ດົມ​ໄຊ, ພາກ​ເໜືອ​ລາວ, ໄດ້​ດຳ​ເນີນ​ພິ​ທີ​ໄຫວ້​ອາ​ໄລ, ມອບ​ຮັບ ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ ໃນ​ສະ​ໄໝ​ສົງ​ຄາມ​ຢູ່​ລາວ​ 9 ​ອັດ​ຖິ. ກ່າວ​ຄຳ​ເຫັນ​ທີ​ພິ​ທີ, ທ່ານ Souvat Mahavongsanan ​ຮອງ​ປະ​ທານ​​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ອຸ​ດົມ​ໄຊ ຢັ້ງ​ຢືນວ່າ ພັກ​, ລັດ, ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ຍາມ​ໃດ​ກໍ່​ຈະ​ລຶກ​ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ຂອງ​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່ໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ຂອງ​ຕົນ, ຍາມ​ໃດ​ກໍ່​ຮ່ຽງ​ບ່າ​ຮ່ຽງ​ໄຫຼ່​ກັບ ທະ​ຫານ ແລະ ປະ​ຊາ​ຊົນ​ລາວ ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ການ​ເສຍ​ສະຫຼະ​ຊີ​ວິດ​ຂອງ​ບັນ​ດາ​ນັກ​ຮົບ​ວິລະ​ຊົນ​ແມ່ນ​ສິ່ງ​ພິ​ສູດ​ໃຫ້​ແກ່​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ສຳ​ພັນ​ສູ້​ຮົບ​ທີ່ຊື່​ສັດ​ບໍ​ລິ​ສຸດ​ລ​ະ​ຫວ່າງ​ສອງ​ຊາດ

top