ຂ່າວສານ

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງປິ 2020 ຖືກຈັດຂຶ້ນດ້ວຍຄວາມປະຢັດ ແຕ່ຮັບປະກັນຄວາມເຄັ່ງຂຶມ

      ວັນທີ 02 ເມສາ, ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເຊິ່ງແມ່ນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ - ວັນເພື່ອປະຊາຊົນໃນທົ່ວປະເທດສະແດງຄວາມຮູ້ບຸນຄຸນໃນການກໍ່ຕັ້ງປະເທດຊາດຂອງລາດຊະວົງຮຸ່ງ. 

ເຂດປູຊະນີຍະສະຖານ ປະຫວັດສາດ ວິຫານຮຸ່ງ
      ສະເພາະປີນີ້, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ພຽງຈັດຂັ້ນຕອນພິທີເທົ່ານັ້ນ, ບໍ່ຈັດຕັ້ງຂັ້ນຕອນງານບຸນດ້ວຍຈິດໃຈປະຢັດ ແຕ່ຮັບປະກັນຄວາມເຄັ່ງຂຶມ, ມີຄວາມເຄົາລົບນັບຖື ແລະ ປອດໄພ. ທ່ານ ເລເຈື່ອງຢາງ, ຜູ້ອໍານວຍການເຂດປູຊະນີຍະສະຖານ ປະຫວັດສາດ ວິຫານຮຸ່ງ ໃຫ້ຮູ້ວ່າ:
 ໃນວັນໄຫວ້ບູຊາ ຜູ້ຕາງໜ້າການນໍາແຂວງ ປະຕິບັດພິທີຖະຫວາຍທູບທຽນຢູູ່ທີ່ວິຫານເທື້ອງ, ບໍ່ຈັດຕັ້ງພິທີກໍາຢູ່ວັງ ກິ໊ງທຽນ ຄື ທຸກໆປີ. ແຂວງຝຸເທາະ ຕັກເຕືອນໃຫ້ປະຊາຊົນ ໃນວັນທີ 10 ເດືອນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ບັນດາຄອບຄົວຄວນກະກຽມພາເຂົ້າ ເພື່ອໄຫວ້ບູຊາບັນພະບຸລຸດ. ນີ້ແມ່ນຮູບການປະຕິບັດແຕ່ປີ 2019 ທີ່ປະຊາຊົນຕ້ອງຖິ່ນໄດ້ປະຕິບັດແລ້ວ. ປີນີ້ ພວກຂ້າພະເຈົ້າຄິດວ່າ ນີ້ແມ່ນຮູບການດີທີ່ສຸດ ໃນສະພາບການໂລກລະບາດໂຄວິດ - 19 ປັດຈຸບັນ”. 
(ແຫຼ່ງຄັດຈາກ VOV)


top