ຂ່າວສານ

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງປີ 2019: ບັນດາການເຄື່ອນໄຫວເອກະລັກສະເພາະຮັບໃຊ້ນັກທ່ອງທ່ຽວ

ຕາມແຜນການ, ແມ່ນມີ 7 ຄະນະພ້ອມກັນແຫ່ວໍຈາກສາລາ, ວິຫານ ຢູ່ບັນດາຕາແສງ, ເທດສະບານເມືອງ ໄປວິຫານຮຸ່ງ.


ພິທີແຫ່ວໍ

(ພາບ: TTXVN)

ໃນຂອບເຂດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ 2019, ວັນທີ 12 ເມສາ (ກົງກັບວັນທີ 08 ເດືອນ 03 ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ແຂວງຝູເທາະ ໄດ້ຈັດພິທີແຫ່ວໍຂອງບັນດາຕາແສງ, ເທດສະບານເມືອງ ຢູ່ເຂດແຄມນະຄອນຫວຽດຈີ່ ໄປວິຫານຮຸ່ງ. ປີນີ້, ມີ 7 ຕາແສງ, ເທດສະບານເມືອງຢູ່ແຄມເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ແຫ່ວໍ, ເຄື່ອງຂອງຖະຫວາຍໄປວິຫານຮຸ່ງ.

        ຕາມແຜນການ, ແມ່ນມີ 7 ຄະນະພ້ອມກັນແຫ່ວໍຈາກສາລາ, ວິຫານ ຢູ່ບັນດາຕາແສງ, ເທດສະບານເມືອງ ໄປວິຫານຮຸ່ງ. ນີ້ແມ່ນພິທີບູຊາທີ່ເປັນມູນເຊື້ອເຊິ່ງບັນດາໝູ່ບ້ານຢູ່ແຄມເຂດປູຊະນີຍະສະຖານໄດ້ອະນຸລັກຮັກສາເປັນເວລານັບພັນປີມານີ້, ສະແດງໃຫ້ເຫັນລັກສະນະປະຊາຄົມ, ນ້ຳໃຈກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ສະແດງຄວາມບຸນຄຸນ, ຈານຶກຄຸນງາມຄວາມດີຂອງບັນພະບຸລຸດ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ.

        ແລະກໍ່ໃນວັນດຽວກັນ, ຄະນະຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ 2019 ໄດ້ຈັດຕັ້ງການແຂ່ງຂັນຫໍ່ເຂົ້າຕົ້ມ ແລະ ແຂ່ງຂັນກັນເຮັດ ເຂົ້າໜົມໄຢ່.

        ວັນທີ 12 ເມສາ, ຢູ່ຫໍພິພິດທະພັນ ວິ້ງລອງ, ຄະນະກຳມະການປະຊາຊົນແຂວງ ວິ້ງລອງ ກໍ່ໄດ້ຈັດງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2019 ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top