ຄົ້ນພົບ

ພິທີໄຫວ້ບູຊາ ບ່ານເວືອງ ຂອງ ຊົນເຜົ່າ ຢ້າວ

ພິທີໄຫວ້ບູຊາ ແມ່ນໂອກາດເພື່ອໃຫ້ປະຊາຊົນເຜົ່າ ຢ້າວ ສະ ແດງຄວາມຮູ້ບຸນຄຸນ ຕໍ່ ບັນພະບຸລຸດ ບ່ານເວືອງ, ຜູ້ໃຫ້ກຳເນີດ 12 ຕະກຸນ ແລະ ພ້ອມດຽວກັນກໍ່ຂໍໃຫ້ ຝົນຝ້າ ເອື້ອອໍານວຍ ຖືກຕ້ອງ ຕາມລະດູການ. 
ບ່ານເວືອງ ແຕ່ເດີມແມ່ນ ລອງຂວຽນບ່ານໂຮ່, ຍ້ອນມີຄຸນງາມ ຄວາມດີ ອັນໃຫຍ່ຫຼວງ ໃນການຂ້າ ກາວເວືອງ (ມາຮຸກຮານ ປະ ເທດ ບິ່ງເວືອງ) ໄດ້, ເພາະສະນັ້ນ ກະສັດ ບິ່ງເວືອງ ຈິ່ງໄດ້ພະລາ ຊະທານ ລາງວັນ ອັນສູງສົ່ງ ແລະ ໃຫ້ແຕ່ງງານ ກັບລູກສາວ ຂອງ ຕົນ. ບ່່ານເວືອງ (ລອງຂວຽນບ່ານໂຮ່) ແລະ ເຈົ້າຍິງ ໄດ້ເກີດລູກ ຊາຍ 6 ຄົນ ແລະ ຍິງ 6 ຄົນ, ກະສັດ ບິ່ງເວືອງ ພະລາຊະທານ ນາມສະກຸນ ໃຫ້ແຕ່ລະຄົນ, ກາຍເປັນ 12 ນາມສະກຸນທຳອິດ ຂອງຊົນເຜົ່າ ຢ້າວ. ເມື່ອກະສັດ ບິ່ງເວືອງ ເຖິງສະຫວັນນະຄົດ, ບ່ານເວືອງ ຂຶ້ນຄອງລາດ. ເຖິງວ່າຈະເປັນເຖິງກະສັດ, ແຕ່ ບ່ານ ເວືອງ ຍັງຮັກສາວິຖີຊີວິດແບບລຽບງ່າຍ, ສອນໃຫ້ປະຊາຊົນຮູ້ ວິ ທີປູກເຂົ້າ, ຕໍ່າຜ້າ ແລະ ການລ່າສັດ. ຫຼັງຈາກ ບ່ານເວືອງ ສະ ຫວັນນະຄົດ, ຊົນເຜົ່າ ຢ້າວ ໄດ້ຈັດພິທີ ໄຫວ້ບູຊາ ຢູ່ເທິງແທ່ນບູ ຊາບັນພະບຸລຸດ ແລະ ໄຫວ້ບູຊາ ບ່ານເວືອງ ຕາມແຕ່ລະວົງຕະ ກຸນ.

ໝູ່ບ້ານຫຼາຍແຫ່ງ ຂອງຊົນເຜົ່າ ຢ້າວ ຢູ່ເມືອງ ຮວ່າງຊູຟີ່ (ແຂວງ ຮ່າຢາງ) ຍັງມີເລື່ອງລາວ ກ່າວຂານກ່ຽວກັບການເສຍຊີວິດ ຂອງ ບ່ານເວືອງ ວ່າ: ເຖິງວ່າຈະເປັນກະສັດ, ແຕ່ ບ່ານເວືອງ ຍັງຮັກສາ ວິຖີຊີວິດແບບລຽບງ່າຍ, ສອນໃຫ້ປະຊາຊົນຮູ້ ວິທີປູກເຂົ້າ, ຕໍ່າຜ້າ, ການລ່າສັດ. ມີເທື່ອໜຶ່ງໃນເດືອນສອງ, ບ່ານເວືອງ ຂຶ້ນພູເພື່ອລ່າ ສັດ, ໂດຍໄລ່ຕາມ ເຍືອງ ໂຕໜຶ່ງ, ແຕ່ໂຊກບໍ່ດີ ຖືກ ເຍືອງ ຊົນ ຈົນ ລົົ້ມລົງ ໃສ່ຕົ້ນໄມ້ “ກູ່ເຮືອງ” (Cinnamomum parthenoxylon) ແລະ ເສຍຊີວິດ. ຕັ້ງແຕ່ນັ້ນມາ, ປະຊາຊົນເຜ່ົາ ຢ້າວ ໄດ້ຈັດພິທີ ບູຊາ ອົງກະສັດ ບ່ານເວືອງ ເມື່ອເຖິງເດືອນສອງ.


ຊົນເຜົ່າຢ້າວ ຢູ່ ຮວ່າງຊູຟີ່ ຕີກອງ, ເປົ່າແຄນ ເພື່ອປະກາດ ຈຸດເລີ່ມຕົ້ນຂອງພິທີບູຊາ ບ່ານເວືອງ. ພາບ: ຫວຽດເກື່ອງ/VNP


ຊົນເຜົ່າ ຢ້າວ ນຸ່ງຂຸດອາພອນທີ່ສວຍງາມທີສຸດ ໃນພິທີໄຫວ້ບູຊາ ບ່ານເວືອງ. ພາບ: ຫວຽດເກື່ອງ/VNP


ສິ່ງທີ່ຂາດບໍ່ໄດ້ ໃນການບູຊາເທບພະເຈົ້າ ໃນພິທີໄຫວ້ບູຊາ ບ່ານເວືອງ ແມ່ນເຫຼົ້າ ແລະ ຊີ້ນໝູ. ພາບ: ຫວຽດເກື່ອງ/VNP


ລະຄັງທອງແມ່ນໜຶ່ງໃນບັນດາເຄື່ອງມື ຂອງໝໍເຢົາ ທີ່ໃຊ້ໃນພິທີໄຫວ້ບູໍຊາຕ່າງໆ. ພາບ: ຫວຽດເກື່ອງ/VNP


ໜຶ່ງໃນບັນດາເຄື່ອງເສັ້ນໄຫວ້ ທີ່ເຈົ້າຂອງເຮືອນຖະຫວາຍຕໍ່ ບ່ານເວືອງ ແມ່ນເຂົ້າສານ. ພາບ: ຫວຽດເກື່ອງ/VNP


ໝໍເຢົາ ໄດ້ຖະຫວາຍເຫຼົ້າ ຂຶ້ນແທ່ນບູຊາ ຂອງ ພະເຈົ້າ ບ່ານເວືອງ. ພາບ: ຫວຽດເກື່ອງ/VNP


ເປົ່າສະໃນ ຕ້ອນຮັບ ບ່ານເວືອງ, ເທບພະເຈົ້າ ແລະ ບັນພະບູລຸດ ເຂົ້າຮ່ວມພິທີໄຫວ້ບູຊາ. ພາບ: ຫວຽດເກື່ອງ/VNP

ໝໍເຢົາ ຊົນເຜົ່າ ຢ້າວ ດຳເນີນການຟ້ອນໄມ້ຄ້ອນ, ປະສານກັບ ການ ອ່ານຄຳອະທິຖານ. ພາບ: ຫວຽດເກື່ອງ/VNP


ໝໍເຢົາໃນພິທີໄຫວ້ບູຊາ ບ່ານເວືອງ ແມ່ນຜູ້ມີລະດັບສູງ, ມີຄວາມຮູ້ ໃນຂັ້ນຕອນ ແລະ ພິທີກຳຕ່າງໆ ຢ່າງລະອຽດ. ພາບ: ຫວຽດເກື່ອງ/VNP

ໝໍເຢົາກະກຽມເຈ້ຍເປັນ ເງິນ ຄຳ ເພື່ອຈະຖືກເຜົາ ໃນພາກສ່ວນພິທີສັ່ງລາ ບ່ານເວືອງ ແລະ ເທບພະເຈ້ົາ ໄປສູ່ສະຫວັນ. ພາບ: ຫວຽດເກື່ອ/VNP

ພິທີສັ່ງລາເທບພະເຈ້ົາ ໄປສູ່ສະຫວັນ ແມ່ນຂັ້ນຕອນສຸດທ້າຍ ໃນພິທີໄຫວ້ບູຊາ ບ່ານເວືອງ. ພາບ: ຫວຽດເກື່ອ/VNP

ຊົນເຜົ່າ ຢ້າວມີຮີດຄອງປະເພນີ ໄຫວ້ບູຊາ ບ່ານເວືອງ, ເທບພະເຈົ້າທີ່ຖືກຖືວ່າເປັນບັນພະບຸລຸດຂອງຊົນເຜົ່າ ຢ້າວ. ພາບ: ຫວຽດເກື່ອ/VNP
ຕາມປົກກະຕິແລ້ວ, ບ່ານເວືອງ ໄດ້ທໍາການບູຊາ ຢູ່ ແທ່ນບູຊາ ບັນພະບຸລຸດໃນຄອບຄົວ ຂອງຊົນເຜົ່າ ຢ້າວ ພ້ອມກັບ ເທບພະ ເຈົ້າ. ໃນການຈັດພິທີບູຊາໃຫຍ່ເຊັ່ນ: ພິທີເກີບສັກ (ພິທີ ເລື່ອນຊັ້ນ ຮັບຮອງຜູ້ຊາຍເມື່ອເຖິງອາຍຸກະສຽນ), ພິທີ ສົມມະນາຄຸນຕໍ່ບັນ ພະບູລຸດ... ຕ່າງກໍຈັດພິທີໄຫວ້ບູຊາ ບ່ານເວືອງ ເພື່ອລະນຶກເຖິງ ຕົ້ນກຳເນີດ. ນອກຈາກໂອກາດທີ່ ກ່າວມາຂ້າງເທິງ, ຊົນເຜົ່າ ຢ້າວ ຍັງຈັດພິທີໄຫວ້ບູຊາ ບ່ານເວືອງ ຕ່າງຫາກ ດ້ວຍຂະໜາດໃຫຍ່ ໃນຊຸມຊົນ. ອີງຕາມເງື່ອນໄຂ ແລະ ລະບຽບການຂອງ ແຕ່ລະວົງ ຕະກຸນ ເຂົາເຈົ້າຈະຈັດພິທີບູຊາ ຕາມເວລາ ກຳນົດ ທີ່ຕ່າງກັນ. ມີບາງຕະກຸນ ຈັດພິທີ ສາມປີເທື່ອໜຶ່ງ, ບາງຕະກຸນ ສິບສອງປີ, ຊາວປີ ຫຼື ດົນກວ່າ.

ພິທີໄຫວ້ບູຊາ ບ່ານເວືອງ ແມ່ນເພື່ອໃຫ້ປະຊາຊົນ ສະແດງຄວາມ ຮູ້ບຸນຄຸນ ຜູ້ທີ່ໃຫ້ກຳເນີດ ແລະ ປົກປ້ອງຄຸ້ມຄອງຊົນເຜົ່າຢ້າວ, ພ້ອມທັງຂໍຮ້ອງໃຫ້ຟ້າດິນເອື້ອອຳນວຍ, ລະດູເກັບກ່ຽວໄດ້ ຮັບຜົນ ດີ, ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມຢູ່ເຢັນເປັນສຸກ ຕະຫຼອດໄປ. ຫຼັງຈາກກະກຽມ ເຄື່ອງເສັ້ນໄຫວ້ແລ້ວ, ພິທີໄຫວ້ບູຊາ  ບ່ານເວືອງ ຈະເລີ່ມຕົ້ນ ດ້ວຍການຕັ້ງແທ່ນບູຊາ ແລະ ແຂວນ ຮູບບູຊາ. ຫຼັງ ຈາກນັ້ນ, ໝໍເຢົາ ໄດ້ທຳການຊຳລະລ້າງ ໂດຍການ ສີດພື້ນ ດ້ວຍ ນໍ້າມົນ. ເລີ່ມຕົ້ນ ຂອງ ພິທີ, ໝໍເຢົາ ຈະທຳພິທີ ຖະຖວາຍເຄື່ອງ ບູຊາ ເພື່ອເຊີນ ບ່ານເວືອງ ແລະ ເທວະດາພະແຖນ ແມ່ທໍລະນີ ແລະ ບັນພະບຸລຸດ ໃນທ້ອງຖິ່ນມາ ເພື່ອປະກາດເຫດຜົນຂອງ ພິ ທີ. ຕໍ່ມາ ແມ່ນພິທີຕ້ອນຮັບ ບ່ານເວືອງ. ພິເສດ ໃນເວລາທຳພິທີ ບູຊາ ໃນສ່ວນນີ້, ນອກຈາກການອ່ານຄໍາອະທິຖານ ເພື່ອຂໍພອນ ຈາກ ບ່ານເວືອງ ໃຫ້ປົກປ້ອງຄໍ້າຊູ ແລ້ວ, ບັນດາໝໍ ເຢົາ ຢູ່ເມືອງ ຮວ່າງ ຊູຟີ່ ຍັງໄດ້ເລົ່າ ໂດຍຫຍໍ້ ກ່ຽວກັບ ຊີວະປະຫວັດ ແລະ ຮູບ ຊົງ ຮ່າງກາຍ ຂອງ ບ່ານເວືອງ ຕັ້ງແຕ່ກໍາເນີດ ຈົນເຖິງ ແກ່ອະ ສັນຍະກຳ. ເຂົາເຈົ້າຍັງຫວນຄືນ ເລື່ອງລາວ ຂ້າມທະເລ, ອອກຈາກ ບ້ານເກີດເມືອງນອນ ເພື່ອຊອກຫາບ່ອນຢູ່ໃໝ່ ແລະ ຕັ້ງຖິ່ນຖານຢູ່ ແຂວງ ຮ່າຢາງອີກດ້ວຍ.

ໃນຕອນທ້າຍຂອງພິທີ ແມ່ນພິທີອຳລາ, ໃນສ່ວນນີ້ ໝໍເຢົາ ຈະຈູດ ເຈ້ຍເງິນ-ເຈ້ຍຄຳ ເພື່ອສົ່ງທາງ ບ່ານເວືອງ, ບັນພະບູລຸດ ແລະ ເທບພະເຈົ້າ ໄປສູ່ເບື້ອງນັ້ນຂອງໂລກ. ໃນຕະຫຼອດເວລາທຳພິທີ, ສະຫຼັບ ກັບການອ່ານບົດສູດ, ໝໍເຢົາ ຍັງທໍາພິທີການ ເປົ່າສະໄນ, ຖະຫວາຍທູບທຽນ, ຟ້ອນດາບ, ຟ້ອນກອງ, ຟ້ອນເຕົ່າ ທີ່ເປັນ ເອກະລັກສະເພາະ.

ເປັນພິທີການເຄື່ອນໄຫວດ້ານຈິດວິນຍານທີ່ເຂັ້ມຂຸ້ນໄປດ້ວຍ ລັກ ສະນະມະນຸດສະທຳ, ສຶກສາ ຊົນເຜົ່າ ຢ້າວ ມຸ່ງໄປຫາ ກົກເຄົ້າ ເຫງົ້າກໍ, ພິທີໄຫວ້ບູຊາ ບ່ານເວືອງ ຍັງເຊື່ອມໂຍງ ແລະ ຜູກພັນ ລະຫວ່າງຜູ້ຄົນເຂົ້າຫາກັນ ເພື່ອສ້າງຄວາມເຂັ້ມແຂງ ຂອງຊຸມຊົນ.
ປະຕິບັດ: ຫວຽດເກື່ອງ - ແປໂດຍ: ບິກລຽນ
(ຮູບຖ່າຍກ່ອນວັນທີ 27ເມສາ 2021)

top