ຂ່າວສານ

ພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີລາວ ສີສະຫວາດ ແກ້ວບຸນພັນຢູ່ສະຖານທູດ ລາວ ປະຈຳ ຫວຽດນາມ

      ຕອນເຊົ້າວັນທີ 15 ພຶດສະພາ, ສະຖານທູດລາວປະຈຳຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລສະຫາຍ ພົນເອກ ສີສະຫວາດແກ້ວບຸນພັນ ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດ. 

ຄະນະການນຳລັດຖະບານຫວຽດນາມໄວ້ອາໄລ ທ່ານອະດີດນາຍົກລັດຖະມົນຕີລາວ ສີສະຫວາດ ແກ້ວບຸນພັນ
    
  ທ່ານເຈືອງຮ່ວາບິ່ງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີໄວ້ອາໄລທ່ານສີສະຫວາດ ແກ້ວບຸນພັນ
      ທ່ານເຈືອງຮ່ວາບິ່ງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ; ທ່ານຟ້າມບິ່ງມິງ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງຕ່ອງທິຟອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຂະແໜງການ, ສຳນັກງານອົງການຈັດຕັ້ງ, ມະຫາຊົນຫວຽດນາມເຂົ້າຮ່ວມພິທີ. ເມື່ອຕອບສຳພາດຕໍ່ນັກຂ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວປະຈຳຫວຽດນາມໃຫ້ຮູ້ວ່າ:

ທ່ານ ເຈືອງຮ່ວາບິ່ງໄດ້ຂຽນໃສ່ປຶ້ມໄຫວ້ອາໄລທ່ານສີສະຫວາດ ແກ້ວບຸນພັນ
      ພາຍຫຼັງພິທີໄວ້ອາໄລ, ທ່ານ ເຈືອງຮ່ວາບິ່ງໄດ້ຂຽນໃສ່ປຶ້ມໄວ້ອາໄລດ້ວຍເນື້ອໃນວ່າ:
            “ຂໍສະແດງຄວາມອາໄລອາວອນຢ່າງສຸດຊື້ງ ຕໍ່ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ, ຜູ້ນຳປີຊາສາມາດ, ເປັນລູກຮັກຫຼານແພງທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ອົງອາດກ້າຫານ, ຍອມເສຍສະຫຼະຕະຫຼອດຊີວິດສູ້ຊົນເພື່ອເອກະລາດແຫ່ງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຮຸ່ງເຮືອງສີວິໄລຂອງປະເທດລາວ. ຕາງໜ້າໃຫ້ແກ່ພັກ, ລັດ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກ, ລັດ, ສູນກາງແນວລາວສ້າງຊາດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວຂອງສະຫາຍ ສີສະຫວາດ ແກ້ວບຸນພັນ”

ບັນທຶກໄວ້ອາໄລທ່ານສີສະຫວາດ ແກ້ວບຸນພັນ
       (ແຫຼ່ງຄັດຈາກ VOV)

top