ຂ່າວສານ

ພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ກັບຄືນປະເທດ

      ນີ້ແມ່ນພິທີສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອຂອງລາວ ຄັ້ງທຳອິດໃນລະດູແລ້ງ 2018 – 2019.

ພິທີໄວ້ອາໄລ ຢູ່ແຂວງ ອຸດົມໄຊ 
      ຕອນເຊົ້າວັນທີ 13 ທັນວາ, ຢູ່ແຂວງ ອຸດົມໄຊ, ພາກເໜືອລາວ, ໄດ້ດຳເນີນພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມກັບຄືນປະເທດ. ນີ້ແມ່ນພິທີສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອຂອງລາວ ຄັ້ງທຳອິດໃນລະດູແລ້ງ 2018 – 2019.
        ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ເຈິ່ນງອັກຕ໊ວນ, ຮອງຫົວໜ້າການເມືອງທະຫານເຂດ 2, ໄດ້ສະແດງຄວາມຂອບໃຈອຳນາດການປົກຄອງ, ແລະ ປະຊາຊົນແຂວງ ອຸດົມໄຊ ທີ່ໄດ້ຈັດຕັ້ງພິທີໄດ້ອາໄລຫາ ແລະ ສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຂຶ້ນຢ່າງສົມກຽດ ແລະ ເຕັມໄປດ້ວຍນ້ຳໃຈເພື່ອນມິດສະຫາຍອ້າຍນ້ອງ.
        ຕາມແຜນການແລ້ວ, ພິທີໄວ້ອາໄລ ແລະ ປົງອັດຖິຈຳນວນດັ່ງກ່າວຈະຈັດຂຶ້ນໃນວັນທີ 14 ທັນວາ ຢູ່ສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ໋, ແຂວງ ດ້ຽນບຽນ.
 (ແຫຼ່ງຄັດຈາກ VOV)
 


top