ຂ່າວສານ

ພິທີໄຂສັບປະດາວັດທະນະທຳ-ທ່ອງທ່ຽວແຫຼມກ່າເມົາ ປີ 2019

      ສັບປະດາວັດທະນະທຳ - ທ່ອງທ່ຽວ ແຫຼມກ່າເມົາ ແມ່ນໂອກາດທີ່ດີເພື່ອແນະນຳ, ໂຄສະນາພາບພົດ ກ່າເມົາ ທີ່ອຸດົມຮັ່ງມີ, ຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈ.

ພິທີເປີດສະຫຼອງກິດຈະກຳ ເສົາທຸງຮ່າໂນ້ຍ ຢູ່ແຫຼມກ່າເມົາ
(ພາບ: TTXVN)
      ຕອນຄ່ຳວັນທີ 10 ທັນວາ, ຢູ່ສວນສາທາລະນະວັດທະນະທຳທ່ອງທ່ຽວ ແຫຼມກ່າເມົາ, ແຂວງກ່າເມົາ, ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳ - ທ່ອງທ່ຽວ ມຸຍກ່າເມົາ ປີ 2019 ດ້ວຍຫົວຂ້ໍວ່າ “ຈຸດນັດພົບ ແຫຼມກ່າເມົາ”. ເຫດການແມ່ນກາລະໂອກາດເພື່ອໃຫ້ບັນດານັກລົງທຶນ, ວິສາຫະກິດແລກປ່ຽນບັນດາມາດຕະການບຸກທະລຸເພື່ອໃຫ້ຂະແໜງທ່ອງທ່ຽວ ກ່າເມົາ ບໍ່ພຽງແຕ່ເຊື່ອມຕໍ່ກັບບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງ ແລະ ທົ່ວປະເທດເທົ່ານັ້ນ, ຫາກຍັງເປີດກາລະໂອກາດຮ່ວມສຳພັນກັບບັນດາປະເທດຢູ່ພາກພື້ນອີກດ້ວຍ.
        ພ້ອມກັບເຫດການສັບປະດາວັດທະນະທຳ - ທ່ອງທ່ຽວ ມຸຍກ່າເມົາ, ແຂວງ ກ່າເມົາ ຍັງຈັດພິທີເປີດສະຫຼອງກິດຈະກຳ ເສົາທຸງຮ່າໂນ້ຍ ຢູ່ແຫຼມກ່າເມົາ. ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເນັ້ນໜັກວ່າ.
        “ສັບປະດາວັດທະນະທຳ - ທ່ອງທ່ຽວ ແຫຼມກ່າເມົາ ແມ່ນໂອກາດທີ່ດີເພື່ອແນະນຳ, ໂຄສະນາພາບພົດ ກ່າເມົາ ທີ່ອຸດົມຮັ່ງມີ, ຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈ. ພິເສດ, ເນື່ອງໃນໂອກາດເຫດການໂຄສະນາການທ່ອງທ່ຽວສຳຄັນນີ້, ພວກເຮົາຍັງຈັດຕັ້ງພິທີເປີດສະຫຼອງເສົາທຸງກ່າເມົາ ຢ່າງສົມກຽດ ໂດຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນະຄອນຮ່າໂນ້ຍ ມອບໃຫ້ກ່າເມົາ. ເສົາທຸງກ່າເມົາ ໄດ້ເປັນສັນຍາລັກກ່ຽວກັບການໂຮມປະເທດຊາດເປັນປຶກໜຶ່ງແຜ່ນດຽວ, ອະທິປະໄຕແຫ່ງຊາດຂອງຫວຽດນາມ ຕື່ມອີກ”.
            ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ແຂວງ ປະຕິບັດແຜນການພັດທະນາ ໄລຍະ 5 ປີ ໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນໜ້າທີ່ລົງທຶນ, ພັດທະນາ, ເລືອກເອົາຂົງເຂດບຸລິມະສິດ ເພື່ອລົງທຶນ.
        “ຍຸດທະສາພັດທະນາຂອງ ກ່າເມົາ ແມ່ນຕ້ອງສຸມໃສ່ບາງເສົາຄໍ້າສໍາຄັນ. ທີໜຶ່ງ ແມ່ນ ຂະແໜງກະສິກໍາທີ່ໝູນໃຊ້ເຕັກໂນໂລຢີສູງ, ພິເສດແມ່ນພັດທະນາການລ້ຽງສິນໃນນໍ້າ. ທີສອງ, ການທ່ອງທ່ຽວ ແມ່ນທິດກ້າວເດີນທີ່ຈະແຈ້ງທີ່ສຸດຂອງ ກ່າເມົາ. ສ້າງກໍາລັງໜູນກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ແລະ ພ້ອມກັນນັ້ນ ແມ່ນອຸດສາຫະກໍາປຸງແຕ່ງ ເພື່ອຍົກສູງມູນຄ່າຜະລິດຕະພັນກະເສດ. ດັ່່ງນັ້ນ, ເລື່ອງຮັກສາສິ່ງແວດລ້ອມຢູ່ ກ່າເມົາ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ຮັກສາສີຂຽວ ແລະ ຂະຫຍາຍການປູກປ່ານັ້ນ ແມ່ນທິດກ້າວເດີນ ເຊິ່ງທາງແຂວງກໍາລັງປະຕິບັດ ແຕ່ຕ້ອງສືບຕໍ່ປະຕິບັດຢ່າງແຮງກວ່າອີກ”.
 (ແຫຼ່ງຄັດຈາກ VOV)


top