ຂ່າວສານ

ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ

      ວັນທີ 20 ມັງກອນ ຢູ່ວິທະຍາຄານກົມມະດຳ, ທີ່ແຂວງວຽງຈັນ ຫ່າງຈາກ ໃຈກາງນະຄອນຫຼວງວຽນຈັນ ໄປທາງທິດເໜືອປະມານ 50 ກິໂລແມັດ ໄດ້ດຳເນີນພິທີ ໂຮມຊຸມມຸນ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບ ປະຊາຊົນລາວ (20 ມັງກອນ 1949 – 20 ມັງກອນ 2019)

(ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ)
      ​ໂດຍມີການເຂົ້າຮ່ວມ ຂອງບັນດາການນຳພັກ, ລັດ ແລະ ອາດີດການນໍາພັກ, ລັດ ລາວ. ສ່ວນແຂກຖືກເຊີນມີຄະນະຜູ້ແທນການ ທະຫານຂອງ ປະເທດຕ່າງໆ ຄື: ຫວຽດນາມ, ຈີນ, ກຳປູເຈຍ, ລັດເຊີຍ, ມຽນມາ ແລະ ໄທ ພ້ອມດ້ວຍບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ. ຄະນະ ຜູ້ແທນກະຊວງປ້ອງກັນປະເທດຂອງ ຫວຽດນາມເຂົ້າຮ່ວມພິທີຄັ້ງນີ້ໂດຍ ທ່ານພົນເອກໂງຊວນລິກ, ລັດຖະມົນຕີກະຊວງການປ້ອງກັນປະເທດຫວຽດນາມ ເປັນຫົວຫນ້າຄະນະ.
        ກ່າວສູນທອດພົດໄຂພິທີ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ໃຫ້ຮູ້ວ່າ: ກ່ອນນີ້ 70 ປີ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະເຊິ່ງເປັນຕົ້ນກຳເນີດ ຂອງ ກອງທັບປົດປ່ອຍ, ກອງທັບປະຊາຊົນ ລາວ ໃນປັດຈຸບັນ - ໄດ້ຮັບການສ້າງຕັ້ງຢູ່ເຂດຖານທີ່ໆໝັ້ນ ຕາແສງ ລາຮຸ່ງ - ພຽງສາ, ເມືອງຊຽງຄໍ້, ແຂວງຫັວພັນ ໂດຍທ່ານປະທານ ໄກສອນ ພົນວິຫານ ເປັນຜູ້ບັນຊາການໂດຍກົງ. ນີ້ແມ່ນບາດລ້ຽວອັນສຳຄັນທີ່ມີລັກສະນະຕັດສິນສຳລັບພາລະກິດການຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ບັນດາປະເທດສັງຄົມນິຍົມແລະປະເທດເພື່ອນມິດຄື: ກອງທັບ ແລະ ປະຊາຊົນຫວຽດນາມ, ຈີນ ແລະ ສະຫະພັນລັດເຊີຍ ທີ່ໄດ້ມີການຊ່ວຍເຫຼືອຢ່າງໃຫຍ່ຫຼວງໃຫ້ແກ່ກອງທັບ ແລະ ປະຊາຊົນລາວ ໃນພາລະກິດປະຕິວັດຕໍ່ສູ້ກູ້ຊາດເມື່ອກ່ອນນີ້ ກໍ່ຄືພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
 (ແຫຼ່ງຄັດຈາກ VOV)

top