ຂ່າວສານ

ພິທີແຫ່ທວນໄຟ Paralympic ລະດູໜາວປັກກິ່ງ 2022

ວັນທີ 3 ມີນາ, ພິທີແຫ່ທວນໄຟ Paralympic ລະດູໜາວປັກກິ່ງ 2022 ໄດ້ຈັດຂຶ້ນຢູ່ສວນສາທາລະນະປ່າ Olympic ປັກກິ່ງ, ໂດຍມີການເຂົ້າຮ່ວມຂອງທ່ານ Duane Kale ຮອງປະທານຄະນະກຳມະການ Paralympic ສາກົນ ແລະ ນັກກິລາ 2 ຄົນ.
  ທ່ານ Duane Kale ຮອງປະທານຄະນະກຳມະການ Paralympic ສາກົນ (ພາບ: THX/TTXVN)  

 ເພື່ອປະຕິບັດຄຳປະຕິຍານ ຂອງຄະນະຈັດຕັ້ງທີ່ວ່າ Paralympic ລະດູໜາວປັກກິ່ງ 2022 ຈະບໍ່ໜ້ອຍໜ້າໄປກ່ວາກັບ Olympic ລະດູໜາວປັກກິ່ງ 2022, ພິທີແຫ່ທວນໄຟ ໄດ້ຈັດຂຶ້ນຕາມແຜນການຂອງ ພິທີແຫ່ທວນໄຟກ່ອນໜ້ານັ້ນຢູ່ ງານມະຫາກຳກິລາລະດູໜາວ ດ້ວຍໄລຍະທາງແຫ່ທວນໄຟຍາວ 3 ກິໂລແມັດ.

Paralympic ລະດູໜາວປັກກິ່ງ 2022 ແມ່ນເຫດການແຂ່ງຂັນກິລາຫຼາຍວິຊາ ທີ່ສະຫງວນໃຫ້ແກ່ນັກກິລາພິການ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ, ພ້ອມກັບນະຄອນ ຈາງເຈຍໄຂ ຢູ່ແຂວງໄກ້ຄຽງເຮືອໄບ. ເຫດການໄດ້ດຳເນີນແຕ່ວັນທີ 4 ມີນາ ຫາວັນທີ 13 ມີນາ. ນີ້ແມ່ນຄັ້ງທຳອິດທີ່ງານມະຫາກຳກິລາລະດູໜາວໄດ້ຈັດຂຶ້ນຢູ່ຈີນ. ປັກກິ່ງແມ່ນນະຄອນທີ 3 ຂອງອາຊີ ເປັນເຈົ້າພາບຈັດຂຶ້ນເຫດການນີ້, ພາຍຫຼັງສອງນະຄອນ Nagano (ຍີ່ປຸ່ນ) ແລະ Pyeongchang (ສ.ເກົາຫຼີ).



top